ມອບ-ຮັບຂົວເບຕົງເສີມເຫຼັກ ທີ່ບ້ານດອນກອງ ເມືອງອາດສະພອນ ແຂວງສະຫວັນນະເຂດ

ພິທີມອບ-ຮັບຂົວເບຕົງເສີມເຫຼັ້ກ ທີ່ບ້ານດອນກອງ ໄດ້ຈັດຂຶ້ນໂດຍການເຂົ້າ ຮ່ວມຂອງ ທ່ານ ປອ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ, ມີ ທ່ານ ຄຳມາ ທຳມະວົງ ກຳມະ ການພັກເມືອງ ຫົວໜ້າຫ້ອງການ ໂຍທາທິການ ແລະຂົນສົ່ງເມືອງ, ມີບັນດາທ່ານ ຫົວໜ້າຫ້ອງການກ່ຽວຂ້ອງ, ຫົວໜ້າພັດທະນາຊຸມຊົນ ກອງທຶນຫຼຸດຜ່ອນຄວາມທຸກຍາກປະຈຳເມືອງ(ທລຍ), ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີ ກໍ່ໄດ້ຟັງ ການລາຍງານ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວເບຕົງເສີມເຫຼັກ ທີ່ສ້າງຂ້າມຫ້ວຍກະຢະ ເສັ້ນທາງແຕ່ບ້ານນາໝາກເກືອຫາບ້ານດອນກອງ, ຂົວດັ່ງກ່າວເປັນຂົວເປຕົງ ມີຄວາມກວ້າງ 3,6 ແມັດ, ຍາວ 17 ແມັດ, ມີທັງໝົດ 8 ເສົາ, ເລີ່ມກໍ່ສ້າງແຕ່ວັນທີ 29 ມີນາ 2019 ຮອດວັນທີ 31 ພຶດສະພາ 201ຊ ແມ່ນກໍ່ສ້າງສຳເລັດ.

ໂດຍແມ່ນບໍລິສັດມຸກມະນີ ກໍ່ສ້າງຂົວ-ທາງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ດ້ວຍມູນຄ່າ 311.271.568 ກີບ, ໃນນັ້ນໄດ້ຮັບທຶນຊ່ວຍເຫຼືອຈາກ ທລຍ ຈຳນວນ 291.550.950 ກີບ ແລະພໍ່ແມ່ປະຊາຊົນບ້ານດອນກອງປະ ກອບສ່ວນ 19.720.618 ກີບ, ພ້ອມດຽວກັນນີ້ ກໍ່ຍັງໄດ້ມີການ, ພ້ອມນີ້ ກໍ່ຍັງມີໂຄງການວາງທໍ່ລອດຫ່າງອີກ 1 ຈຸດ, 2 ທໍ່, ມີຄວາມຍາວ 16 ແມັດ, ມີມູນຄ່າການກໍ່ສ້າງທັງໝົດ 136.366.568 ແມັດ, ໃນນັ້ນໄດ້ຮັບທຶນສະໜັບສະໜຸນຈາກ ທລຍ ຈຳນວນ 129.256.950 ກີບ ແລະພໍ່ແມ່ປະຊາຊົນປະກອບສ່ວນ 7.109.976 ກີບ.

ໃນພິທີ ທ່ານເຈົ້າເມືອງອາດສະພອນ ກໍ່ໄດ້ໂອ້ລົມກັບພໍ່ແມ່ປະຊາຊົນພາຍໃນບ້ານດອນກອງ ເຊິ່ງທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍອຳນາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນທີ່ໄດ້ໃຫ້ການປະກອບສ່ວນຕື່ມ ຕໍ່ການກໍ່ສ້າງຂົວ, ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມສາມັກຄີ, ເຫັນໄດ້ຄວາມສຳຄັນຂອງການພັດທະນາບ້ານ ເມືອງ ໂດຍສະເພາະແມ່ນໃຫ້ບ້ານໄດ້ມີການສັນຈອນໄປມາສະດວກສະບາຍ ພ້ອມນີ້, ກໍ່ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການໃນການປົກປັກຮັກສາ ຂົວດັ່ງກ່າວ ບໍ່ໃຫ້ເປ້ເພເສຍຫາຍ ແລະນຳໃຊ້ໄດ້ຍາວນານຍິ່ງຂຶ້ນ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...