Tag: ແອລກໍຮໍ

ເຫດຜົນທີ່ ແມ່ຍິງ ບໍ່ຄວນດື່ມ ແອລກໍຮໍ ແຂ່ງກັບ ຜູ້ຊາຍ

ທໍາມະຊາດນັ້ນສ້າງຮ່າງກາຍ “ຍິງ” ກັບ “ຊາຍ” ແຕກຕ່າງກັນ ແລະ ການຮັບທາດຕ່າງໆ ກໍແຕກຕ່າງກັນ. ຮ່າງກາຍ ແມ່ຍິງ ຈະຊຶມຊັບທາດເຫຼົ້າ ()ໄວກວ່າ ຜູ້ຊາຍ ເຮັດໃຫ້ເມົາໄວກວ່າ ແລະ ມີທາດພິດເຂົ້າທໍາລາຍໄດ້ຫຼາຍກວ່າ. ຜົນທີ່ຕາມມາກໍຄື ແມ່ຍິງ ທີ່ດື່ມເຫຼົ້າຫຼາຍ ມັກຈະເປັນມະເຮັງເຕົ້ານົມ ຊຶ່ງມີໂອກາດສູງເຖິງ 50% ຖ້າທຽບກັບຜູ້ທີ່ບໍ່ດື່ມ. ນອກນັ້ນ, ແມ່ຍິງ ຍັງມີໂອກາດເປັນໂຣກກະດູກຜ່ອຍ, ​ກະດູກບາງ ເພາະເຫຼົ້າຈະເຂົ້າໄປທໍາລາຍເນື້ອກະດູກ Bone mass.