Tag: ໜາວ

ບຶດຮ້ອນ ບຶດໜາວ! ລະວັງເປັນພູມແພ້ອາກາດ

ອາກາດທີ່ປ່ຽນແປງຕະຫຼອດ ບຶດຮ້ອນ ບຶດໜາວ ຫຼື ອາດມີຝົນຕົກ ຖືເປັນອີກໜຶ່ງສາເຫດ ທີ່ເຮັດໃຫ້ເກີດອາການໂຣກພູມແພ້ອາກາດໄດ້, ໂດຍໂຣກດັ່ງກ່າວ ມັກເກີດຈາກຄວາມຜິດປົກກະຕິໃນລະບົບພູມຄຸ້ມກັນຂອງຮ່າງກາຍ ເມື່ອຮ່າງກາຍໄດ້ຮັບສານກໍ່ພູມແພ້ທາງການຫາຍໃຈເຂົ້າໄປ ກໍຈະເຮັດໃຫ້ມີອາການໄດ້.

ອຸຕຸ ແຈ້ງ! ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ: ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຂວງພາກເໜືອ ເພາະມີຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ.