Home Lifestyle ປີກາຍນີ້ ທລຍ ໄດ້ຫລຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນ 27,371 ຄອບຄົວ

ປີກາຍນີ້ ທລຍ ໄດ້ຫລຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນ 27,371 ຄອບຄົວ

0
ປີກາຍນີ້ ທລຍ ໄດ້ຫລຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນ 27,371 ຄອບຄົວ

ໃນວັນທີ 7 ມີນາ 2019 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມສະພາບໍລິຫານກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຄັ້ງທີ 24 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທັງເປັນປະທານສະພາບໍລິຫານ ທລຍ, ມີບັນດາຮອງປະທານ ແລະ ຄະນະກຳມະການສະພາບໍລິຫານ ທລຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.