ທາດກະເດົາທຶກ! ບູຮານສະຖານ ທີ່ເກົ່າແກ່ ຂອງ ແຂວງ ສາລະວັນ

ພຣະທາດກະເດົາທຶກ ເປັນອີກສະຖານບູຮານໜຶ່ງທີ່ເກົ່າແກ່ ທີ່ຕັ້ງຢູ່ ບ້ານ ນາໂຄກ, ເມືອງ ຄົງເຊໂດນ, ແຂວງ ສາລະວັນເນື່ອງຈາກວ່າ ພຣະທາດອົງນີ້ ກ່ຽວພັນກັບພົງສາວະດານລາວ ຈຶ່ງເຮັດໃຫ້ແຂກຄົນທັງພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈ, ທາດກະເດົາທຶກ ເປັນທາດທີ່ເກົ່າແກ່ ຜ່ານແດດ-ຜ່ານຝົນມາຈົນບໍ່ຈັກວ່າເທົ່າໃດເຊັ່ນຄົນແລ້ວເຊິ່ງທາດອົງນີ້ ຖືກກໍ່ສ້າງດ້ວຍຫີນດຳ ລຽງກັນ ແລະ ກໍ່ຂຶ້ນຢ່າງປານີດເປັນ 4 ຫຼ່ຽມ ກໍ່ຂຶ້ນເປັນຈອມແຫຼມຄືກັບປິລະມິດ (ປະເທດອີຢີບ), ຕີນທາດກ້ວາງ 17 ແມັດ, ສູງ 15 ແມັດ, ແຕ່ທີ່ໂດດເດັ່ນທາງດ້ານສິລະປະ ກໍຄື ອົງພຣະທາດໄດ້ກໍ່ຂຶ້ນເປັນຖ້ານໆ ເຖິງເຈັດຖ້ານ ມີແຕ່ແກະສະຫຼັກຫິນ ໃຫ້ເປັນນົກຫົງ ຕັ້ງຢູ່ທັງ 4 ແຈ ຂອງແຕ່ລະຖ້ານ ຈົນຮອດຈອມ, ແຕ່ສິ່ງດັ່ງກ່າວມານັ້ນ ໄດ້ຖືກທຳລາຍຢ່າງໝົດກ້ຽງ ມີແຕ່ຫົວນົກຫົງຕົວດຽວທີ່ເຫຼືອໄວ້ໃຫ້ເຫັນເປັນຂວັນຕາ.

ໃນຊຸມປີ ພຸດທະສັງກາດ 1290 ຫຼື ຊຸມປີ ຄສ 750 ພາຍຫຼັງ ພຣະເຈົ້າຂຸນບູຣົມຣາຊາທິຣາຊ ຜູ້ຟຶ້ນຟູ ອານາຈັກລາວໜອງແສ ໄດ້ສະຫວັນນະຄົດແລ້ວ ຊາດລາວກໍຖືກຮຸກຮານຈາກຊາດອື່ນຢ່າງໜັກໜ່ວງ, ຂຸນລໍ ຜູ້ຂຶ້ນແທນບັນລັງໄດ້ເລັງເຫັນວ່າຂ້າເສິກໄດ້ມີກຳລັງພົນທີ່ເຂັ້ມແຂງເກີນກວ່າຕ້ານທານໄດ້, ພຣະອົງຈຶ່ງສົ່ງຣາຊະທູດ ໄປຈະເຣີນສຳພັນທະໄມຕີ ກັບເຂົາເຈົ້າ ເພື່ອຢຸດຕິສົງຄາມໄປຊົ່ວຄາວ ແລະ ຖືໂອກາດນີ້ຮີບໂຮມຈຳນວນໄພ່ພົນ ບຸກເບີກດິນແດນຕາມລຳແມ່ນ້ຳຂອງ ລົງສູ່ພາກໃຕ້ ສຸວັນນະພູມ ໂດຍເມື່ອກ່ອນນັ້ນຊົນຊາດຂອມ ຜູ້ເປັນເຈົ້າຂອງຖິ່ນເດີມ ໃຫ້ຖອຍຫ່າງເລື້ອຍໆ.

ກ່ຽວກັບເລື້ອງນີ້ ໃນພົງສາວະດານລາວ ແຕ່ບໍ່ໄດ້ເວົ້າແຈ່ມແຈ້ງ ໃນປະຫວັດເຈົ້າຟ້າງໍ້ ແລະ ປະຫວັດເມືອງ ທອງຄຳຫຼວງ ໄດ້ກ່າວເຖິງຂ້ອນຂ້າງຊັດເຈນ ກ່ຽວກັບການຍົກພົນໄປຕີຫົວເມືອງ ຂອງແມ່ທັບລາວ ສົງຄາມຂະຫຍາຍ ຜູ້ນຳພາໃນການບຸກເບີກດິນແດນຕອນນັ້ນກໍຄື: ເຈົ້າຟ້າງໍ້ ເຊິ່ງເປັນຣາຊໂອຣົສຂອງ ພຣະນາງເຈົ້າ ເກດບຸນເຮືອງ ອະນຸເທພີທີ 5 ຂອງ ພະເຈົ້າຂຸນບູຣົມ ຣາຊາທິຣາຊ ຈະບໍ່ເລົ່າເຖິງໄຊຊະນະ ແຕ່ສະໜາມຮົບທີ່ພຣະອົງເຂົ້າຕີ ໃນແຕ່ລະຫົວເມືອງ, ແຕ່ຈະເວົ້າເຖີງບັ້ນຮົບສຸດທ້າຍທີ່ຍິ່ງໃຫຍ່ ແລະດຸເດືອດທີ່ສຸດໃນຊີວິດຂອງພຣະອົງ ນັ້ນກໍຄື ບັ້ນຮົບທະຫຼົ່ມນະຄອນກະເດົາທຶກ.

ໃນຕຳນານເດີມຂຽນໄວ້ວ່າ ຄັ້ງນີ້ຂ້ຽວຂາດເປັນທີ່ສຸດ ເນື່ອງຈາກວ່າຝ່າຍ ນະຄອນກະເດົາທຶກ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກນະຄອນຈຳປາ ເຮັດໃຫ້ເຂົາເຈົ້າມີກຳລັງພົນທີ່ເຂັ້ມແຂງກ່ວາເກົ່າ ແລະ ຕອບໂຕ້ຄືນແບບຫົວຂາດຄາ ຈົນເຮັດໃຫ້ເຈົ້າຟ້າງໍ້ ສູນເສຍແມ່ທັບຄົນສຳຄັນ ແລະ ພົນທະຫານຜູ້ເກັ່ງກ້ານັບໝື່ນຄົນ, ຕອນນັ້ນພະອົງຮູ້ສຶກເມື່ອຍລ້າ ໝົດກຳລັງ ແຕ່ດ້ວຍຈິດວິນຍານຂອງຜູ້ເກັ່ງກ້າ ພຣະອົງຈຶ່ງຮີບໂຮມສະມາທິ ແລະ ວາງຍຸດໂທບາຍຄືນໃໝ່ ໂດຍໄດ້ຂຽນພຣະຣາຊຊະສານ ເຖິງ ພຣະເຈົ້າພະງ້ຽວ ເຈັດເຈືອງ ຜູ້ເປັນອ້າຍທີ່ເກີດຈາກ ພຣະນາງເຈົ້າເອັດແຄງອະນຸເທພີທີ 2 ໃຫ້ຍົກທັບມາຊ່ວຍ ເຊິ່ງເນື້ອໃນຂອງ ພຣະຣາຊະສານ ຕາມຕຳນານເດີມໄດ້ຂຽນໄວ້ວ່າ: (ສີສຸພະມັດສະດູ ພະພຸດທະສາສະໜາ ຍຸການນັບວັນປານິຣີພານ ມາເຖິງປີນີ້ເປັນປີເສັດໄດ້ແຖວສຸພະ 25 ອະນຸຊາຊົນຈາຣຶກ ເປັນອັກສອນຖວາຍແດ່ພຣະບໍວອນ ເສດຖາພຣະງ້ຽວ ເຈັດເຈືອງ ຊົງໂທມະນັດ ເຖິງຄວາມຂັດເຄືອງພຣະໄທ ໃນການຈະເຂົ້າຢັບຢັ້ງ ນະຄອນກະເດົາທຶກ, ພິລິກລ້ຳຄົນຫານຂອງເລົ່າພານ ເປັນຈານມິດທິດລ້ອມໄປທາງທຸກຂໍພະວາງອະທິບາຍຊ່ວຍອ່ວຍຢັບຢັ້ງ ນະຄອນຈຳປາ ໃຫ້ຈາມມາອ່ວຍນ້ອມພ້ອມກັບ ນະຄອນກະເດົາທຶກ ແຕ່ຮຸ່ງເຊົ້າເງີຍເງີນກຸນສະໂລນັ້ນເຖີ້ນ). ໃນພະຣາຊະສານນີ້ ບໍ່ຊັດເຈນດີ ບໍ່ຮູ້ວ່າພຸດທະສັກກະຣາຊເທົ່າໃດ ຮູ້ໄດ້ແຕ່ພຽງເລກທີ 25 – ຫາປີເສັດໄດ້ເວລາດາວຊ້າງອອກ ຫຼື ປະມານ 4 ໂມງເຊົ້າ ໃຫ້ທາງ ພຣະເຈົ້າພະງໍ້ ເຈັດເຈືອງ ເຂົ້າຕີ ນະຄອນຈຳປາ, ສ່ວນພຣະອົງຈະຖະຫຼົ່ມ ນະຄອນກະເດົາທຶກ ພ້ອມໆກັນ, ເມືອງ ກະເດົາທຶກ ໄດ້ແຕກກະຈັດກະຈາຍກາຍເປັນເມືອງຮ້າງ ເຫຼືອພຽງພຣະທາດຫິນ ທີ່ຢືນສະຫງ່າຄົງຄວາມເປັນອັມມະຕະ ທັກທາຍແດດ-ລົມ ໃຫ້ລູກຫຼານໄດ້ເຫັນ ເປັນຮ່ອງຮອຍເທົ່າທຸກວັນນີ້.

ຕໍ່ຄຳຖາມທີ່ວ່າ ພຣະທາດກະເດົາທຶກ ສ້າງຂຶ້ນເມຶ່ອປີໃດ? ໃຜເປັນຜູ້ສ້າງ? ແລະ ສ້າງຂຶ້ນເພື່ອຫຍັງນັ້ນ? ແມ່ນຍັງຄົງເປັນຄຳຖາມປິດສະໜາມາຕະຫຼອດ, ເປັນຄຳຖາມທີ່ບໍ່ອາດຫາຄຳຕອບອັນແນ່ນອນໄດ້ ເຖົ້າແກ່ເຈົ້າກົກເຈົ້າເຫຼົ່າບາງຄົນເວົ້າວ່າ : ພຣະທາດອົງນີ້ ເພິ່ນສ້າງຂຶ້ນເພື່ອໃຫ້ເປັນຫຼັກບ້ານຫຼັກເມືອງ, ໃຫ້ເປັນບ່ອນສັກສິດ ,ເປັນບ່ອນບວງສວງ ບູຊາຍັນ ຕາມສາສະໜາພາມ ຂອງພວກຂອມ ທີ່ປົກຄອງ ນະຄອນກະເດົາທຶກ ໃນສະໄໝນັ້ນ, ບາງຄົນພັດເວົ້າວ່າ ສ້າງຂຶ້ນເພື່ອເປັນບ່ອນເກັບມ້ຽນຊັບສົມບັດ ອັນມະຫາສານ ກ່ອນທີ່ເຂົາເຈົ້າຈະແຕກບ້ານ ແຕກເມືອງ, ຜູ້ເວົ້າຍັງໄດ້ຢ້ຳຕື່ມອີກວ່າ: ຢູ່ໃນທາດນັ້ນ ຍັງມີຄຳເຖິງ 7 ເຫຼັ້ມກວຽນ ບໍ່ນັບເຄື່ອງສັງວານຕ່າງໆ ວ່າຊັ້ນ! ແລະ ກໍຍ້ອນວ່າ ຄຳເວົ້າເລົ່ານີ້ເອງ ຈຶ່ງເຮັດໃຫ້ ພຣະທາດກະເດົາທຶກ ທີ່ງົດງາມແບບພິດສະດານນັ້ນ ຖືກພວມນັກລ່າສົມບັດມາຂຸດເພື່ອຫວັງເອົາເງິນ, ເອົາຄຳເຖິງ 4 ຄັ້ງ ເຮັດໃຫ້ ພຣະທາດດັ່ງກ່າວ ຖືກທຳລາຍຈົນກາຍເປັນຊາກສະຫຼັກຫັກພັງ, ທີ່ເປັນກອງຫິນລ້າໆ ທີ່ບໍ່ມີຄວາມໝາຍ.

ຊາວບ້ານໃກ້ຄຽງ ໄດ້ພະຍາຍາມຈັດລຽງກ້ອນຫິນ ເພື່ອຕໍ່ເຕີມ ແລະ ປະຕິບັດສັງຂອນຄືນໃໝ່ ແຕ່ກໍໄດ້ພຽງແຕ່ຮູບຈວາຍ 4 ຫຼ່ຽມ ເຊິ່ງສຸດວິໄສທີ່ຈະພື້ນຄືນສິລະປະດັ້ງເດີມຂອງ ພຣະທາດນີ້ໄດ້ອີກ ແລະ ຫ່າງຈາກພຣະທາດຫິນອົງນີ້ພຽງ 200 ແມັດ ກໍມີທາດດິນຈີ່ອີກທາດ ເຊິ່ງມີປະຫວັດບໍ່ຈະແຈ້ງ ສັນນິຖານວ່າສ້າງຂຶ້ນລຸ້ນຫຼັງການສູນເສຍ ນະຄອນກະເດົາທຶກ ຂອງພວກຂອມ.
ດັ່ງນັ້ນ, ທັງ 2 ພຣະທາດນີ້ ຈຶ່ງເປັນທີ່ສົນໃຈຫຼາຍຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ ໃນປີ 1998 ແຂວງ ສາລະວັນ ໄດ້ໃຊ້ງົບປະມານສຳລັບເຮັດຮົ້ວອ້ອມບໍລິເວນທາດດັ່ງກ່າວ  ພ້ອມນັ້ນກໍໄດ້ຖືກບັນທຶກເຂົ້າບັນຊີມໍຣະດົກ ທາງດ້ານວັດທະນາທຳຂອງ ແຂວງ ສາລະວັນ ເພື່ອສືບຕໍ່ບູຣະນະ-ປະຕິສັງຂອນ ໃນຂັ້ນຕໍ່ໄປ.

ບົດຄວາມຈາກ : ສິດຕາ ເພັດວົງສາ.
ພາບຈາກ :​ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ຄົງເຊໂດນ ແລະ ໜັງສືພິມສາລະວັນ.

ທີ່ມາ: https://www.facebook.com/LaoArtCultureAndTradition/posts/3068432040099729

More from author

Related posts

Advertismentspot_img

Latest posts

ນໍ້າຕົກຕາດສະແນນ ເມືອງບໍ່ແຕນ ເປີດໃຫ້ທ່ຽວຊົມເປັນທາງການ!

ໃນວັນທີ 23 ກຸມພາ 2024 ທີ່ຜ່ານມາ ໄດ້ມີພິທີເປີດແຫຼ່ງທ່ອງທ່ຽວ “ນໍ້າຕົກຕາດສະແນນ” ເມືອງບໍ່ແຕນ, ແຂວງໄຊຍະບູລີ ຢ່າງເປັນທາງການ ໂດຍມີ ທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໄຊຍະບູລີ, ມີຮອງລັດຖະມົນຕີ ກະຊວງ ຍທຂ, ມີພະແນກການກ່ຽວຂອງຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເພງປະກອບຮູບເງົາ “ບໍ່ເຄີຍລືມ” ປ່ອຍອອກມາແລ້ວ!

ຮູບເງົາ "ບໍ່ເຄີຍລືມ" ເປັນຮູບເງົາທີ່ ສົ່ງເສີມການທ່ອງທ່ຽວ, ວັດທະນະທຳ ແລະ ຮີດຄອງປະເພນີ ຂອງລາວເຮົາ ໂດຍ ສະເພາະ ແມ່ນການນຳສະເໜີແຫຼ່ງທ່ອງທ່ຽວຕ່າງໆ ຢູ່ທີ່ ເມືອງ ວັງວຽງ ແລະ ນະຄອນຫຼວງວຽງຈັນ, ປັດຈຸບັນໄດ້ປ່ອຍເພງປະກອບຮູບເງົາອອກມາແລ້ວ

Vietjet ເລີ່ມ​ເປີດເສັ້ນ​ທາງ​ບິນກົງທຳ​ອິດ​ເຊື່ອມຕໍ່​ ນະ​ຄອນ​ຫຼວງ​ ວຽງ​ຈັນ ແລະ ໂຮ່​ຈີ​ມິນ, ລາຄາປະຢັດພຽງແຕ່ 0 ໂດລາ ເລີ່ມຕົ້ນວັນທີ 1-8 ມີນານີ້

(ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2024) - ສາຍການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມ Vietjet, ໄດ້ເປີດຖ້ຽວບິນທຳອິດທີ່ເຊື່ອມຕໍ່ນະຄອນຫຼວງຂອງ ສປປ ລາວ ກັບ ສູນກາງດ້ານເສດຖະກິດຂອງຫວຽດນາມ ນະຄອນໂຮ່ຈີມິນ. ຄາດວ່າຈະເປັນເສັ້ນທາງທີ່ປະຢັດເວລາ ແລະ ຄ່າໃຊ້ຈ່າຍສໍາລັບການເດີນທາງລະຫວ່າງສອງປະເທດ, ພ້ອມທັງມອບໂອກາດໃນການທ່ອງທ່ຽວ, ການຄ້າຂາຍ ແລະ ການພັດທະນາເສດຖະກິດ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!