Monday, May 19, 2025
Kbank Laos โอน รับ จ่าย

ຈັດໃຫຍ່! ຈຳປາສັກ ກຽມຈັດງານສັບປະດາທ່ອງທ່ຽວ 2024.

ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ ຢູ່ແຂວງຈຳປາສັກໃຫ້ຄຶກຄຶ້ນ ແລະ ຖືວ່າເປັນຄັ້ງທຳອິດ ທີ່ແຂວງຈຳປາສັກ ຈະໄດ້ງານເທດສະການທ່ອງທ່ຽວທີ່ໃຫຍ່ທີ່ສຸດ ທັງມີຄວາອະລັງການ, ຕື່ນຕາ ຕື່ນໃຈ ເຊິ່ງນັ້ນກໍຄືງານສັບປະດາທ່ອງທ່ຽວແຂວງຈຳປາສັກ Champasak Tourism Week 2024 ໂດຍງານດັ່ງກ່າວແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 19-25 ກຸມພາ 2024 ນີ້ ໂດຍມີຫຼາກຫຼາຍກິດຈະກຳ ເຊັ່ນ:

  • 19-25 ກຸມພາ 2024: ງານຕະຫຼາດນັດກາງຄືນ Pakse Unseen Night Market ທີ່ ເດີ່ນສະໜາມແດງ ນະຄອນປາກເຊ.
  • 21-23 ກຸມພາ 2024: ງານບຸນກາເຟ-ຊາ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ ເມືອງ ປາກຊ່ອງ, ແຂວງ ຈຳປາສັກ.
  • 22-24 ກຸມພາ 2024: ງານບຸນວັດພູຈໍາປາສັກ ທີ່ ບ້ານ ໜອງສາ, ເມືອງ ແລະ ແຂວງຈຳປາສັກ.
  • 23 ກຸມພາ 2024: ງານແຂ່ງຂັນຕີມວຍ Pakse Fight Championship ທີ່ ສະໜາມກິລາຈຳປາສັກ.
  • 24-25 ກຸມພາ 2024: ງານຄອນເສີດ Pakse Music Festival ທີ່ ສະໜາມກິລາຈຳປາສັກ.
  • 25 ກຸມພາ 2024 ງານແຂ່ງຂັນແລ່ນ Pakse Super Challenge Running ທີ່ ສະໜາມກິລາຈຳປາສັກ.

ທີ່ມາ: Champasak Tourism Week 2024

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້