Tuesday, March 18, 2025

ມາຮູ້ຈັກກັບ GEMINI CHATBOT AI ຂອງ Google.

ປັນຍາປະດິດ (Artificial Intelligence: AI) ເປັນໂປຣແກມທີ່ມາແຮງຫຼາຍໃນຊ່ວງນີ້ ເນື່ອງຈາກມິການວິເຄາະຂໍ້ມູນດ້ວນຕົວເອງໄດ້ ແລະ ລວມ AI ຫຼາຍຮູບແບບມາລວມເຂົ້າດ້ວຍກັນເຮັດໃຫ້ເປັນອີກໜອ່ງຕົວຊ່ວຍສຳລັບຜູ້ເຮັດວຽກແບບເຮົາ.

Gemini ໂມເດວ AI ທີ່ທາງ Google ພັດທະນາເຊິ່ງຫຼ້າສຸດໄດ້ປະກາດລີແບນຈາກ Google Bard ມາເປັນ Gemini ເຊິ່ງຫາກປຽບທຽບກັບ Google Assistant ແລ້ວມີຄວາມສາມາດທີ່ຫຼາກຫຼາຍກວ່າ ບໍ່ວ່າຈະເປັນການຄົ້ນຫາຂໍ້ມູນ, ການຕອບຄຳຖາມ ຫຼືການສ້າງພາບແບບ Text to Image.

ຈາກການທົດລອງໃຊ້ງານເບື່ອງຕົ້ນສິ່ງທີ່ເຫັນໄດ້ຊັດເລີຍວ່າມີການພັດທະນາຢ່າງສູງຄືການສ້າງຮູບພາບດ້ວຍຂໍ້ຄວາມ ເຊິ່ງເຮົາໄດ້ລອງໃຊ້ Copilot AI ໃນ Microsoft Bing ສ້າງຮູບພຣະທາດຫຼວງວຽງຈັນ ມາປຽບທຽບກັບຮູບທີ່ Gemini ສ້າງ ເຊິ່ງເຮົາຈະເຫັນເຖິງຄວາມຕ່າງຂອງມຸມພາບ ໂທນສີ ແລະແນວພາບທີ່ສົມຈິງຂຶ້ນ.

ແຕ່ສິ່ງທີ່ໜ້າເສຍດາຍຄືຍັງບໍ່ສາມາດຮອງຮັບຄຳສັ່ງທີ່ເປັນພາສາລາວໄດ້ ເຖິງຈະເປີດໃຫ້ຄົນລາວໃຊ້ແລ້ວກໍຕາມ ແລະ ບາງເຄື່ອງໂທລະສັບທີ່ຍັງເປັນລຸ້ນເກົ່າ ອາດຈະບໍ່ຮອງຮັບ Gemini.

ເຖິງຢ່າງໃດກໍຕາມ Gemini ຍັງສາມາດຊ່ວຍວຽກໄດ້ໃນຫຼາຍໆດ້ານຕື່ມອີກເຊັ່ນ ການຕອບຄຳຖາມໃຫ້ຄຳແນະນຳ, ຊ່ວຍຄິດ ແລະຂຽນຄອນເທັ້ນໄດ້, ສະຫຼຸບເນື້ອຫາຢູ່ໜ້າເວັບໄຊ, ອີເມວ ຫຼືລວມທັງການແປພາສາໃນເອກະສານ ເຊິ່ງນີ້ຈະຊ່ວຍໃຫ້ການເຮັດວຽກຂອງເຮົາງ່າຍຂຶ້ນໄປອີກລະດັບໜຶ່ງ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.