Sunday, March 23, 2025

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ນອກຈາກນີ້ ມັນຍັງຊ່ວຍ​ຫຼຸດຄວາມອ້ວນ, ຊ່ວຍຫຼຸດຄໍເລດສະເຕີຣອນ, ຫຼຸດໄຂມັນໃນເສັ້ນເລືອດ, ຊ່ວຍຫຼຸດຄວາມດັນເລືອດ, ແກ້ຄວາມດັນເລືອດສູງ, ຊ່ວຍຫຼຸດນຳ້ຕານໃນເລືອດ, ຊ່ວຍປົວໂຣກເບົາຫວານ, ຊ່ວຍປ້ອງກັນໂຣກກະດູກນູນ, ປົວໄຂ້ຫວັດ, ແກ້ຫວັດ ແລະຊ່ວຍຫຼຸດນຳ້ມູກ, ຊ່ວຍປົວໂຣກພູມແພ້, ຫອບຫືດ, ຊ່ວຍຂັບຂີ້ກະເທີ່, ແກ້ທ້ອງອືດ, ແໜ້ນທ້ອງ, ແກ້ຖອກທ້ອງ, ຊ່ວຍຂັບພະຍາດ, ຊ່ວຍໃນການຂັບປັດສາວະ, ຊ່ວຍແກ້ລົມພິດ, ຫຼຸດອາການປອດອັກເສບ, ຊ່ວຍຂ້າເຊື້ອໂຣກ ແລະຊ່ວຍປົວຜິວໜັງທີ່ຖືກນຳ້ຮ້ອນລວກ.

ຂໍ້ແນະນຳໃນການກິນຫົວຜັກບົ່ວໃຫຍ່:

  • ເຖິງແມ່ນວ່າ ສັບພະຄຸນຂອງຫົວຜັກບົ່ວໃຫຍ່ຈະມີຫຼາຍ ແຕ່ເນື່ອງຈາກຫົວຜັກບົ່ວໃຫຍ່ເປັນສະໝຸນໄພ ທີ່ມີລິດອຸ່ນ ແລະມີຣົດເຜັດ, ການນຳມາໃຊ້ໃນແຕ່ລະບຸກຄົນ ຄວນຄຳນຶງເຖິງສະພາບຮ່າງກາຍ ແລະໂຣກຂອງຜູ້ປ່ວຍພ້ອມ ຊຶ່ງລິດດັ່ງກ່າວສາມາດຊ່ວຍຂັບຄວາມເຢັນ ເຮັດໃຫ້ຢາງແຜ່ໄປຍັງສ່ວນຕ່າງໆ, ຊ່ວຍກຳຈັດພິດ ແລະປັດໄຈທີ່ກະທົບຈາກພາຍນອກ ເນື່ອງຈາກຄວາມເຢັນໄດ້ດີ ແຕ່ບໍ່ມີລິດໃນການບຳລຸງຢາງໃນຮ່າງກາຍ ເມື່ອໃຊ້ໄປດົນອາດຈະເຮັດໃຫ້ຮ່າງກາຍເສຍພະລັງໄດ້ງ່າຍ ເຊັ່ນ ໃນກໍລະນີຜູ້ປ່ວຍຫອບຫືດທີ່ມີພະລັງອ່ອນແອຢູ່ແລ້ວ ແທນທີ່ຈະມີອາການຫອບຫືດດີຂຶ້ນ ແຕ່ຊຳ້ພັດເຮັດໃຫ້ອາການຫອບຫືດເກີດຂຶ້ນຫຼາຍກວ່າເກົ່າ. ດັ່ງນັ້ນ ຈຶ່ງຄວນຮູ້ເຖິງຂໍ້ດີ ແລະຂໍ້ເສຍເພື່ອນຳໄປປັບໃຊ້ໄດ້ຢ່າງເໝາະສົມ ຈຶ່ງຈະເກີດປະໂຫຍດຕໍ່ຮ່າງກາຍສູງທີ່ສຸດ.
  • ການກິນຫົວຜັກບົ່ວໃຫຍ່ໃນປະລິມານຫຼາຍ ຫຼື ກິນຕິດຕໍ່ກັນດົນເກີນໄປ ອາດຈະທຳລາຍຈິດປະສາດ ເຮັດໃຫ້ລືມງ່າຍ, ຄວາມຈຳເສື່ອມ, ມີອາການຕາມົວ, ພະລັງ ແລະເລືອດຖືກທຳລາຍ ເຮັດໃຫ້ເສັ້ັ້ນເລືອດໄຫຼວຽນໄດ້ບໍ່ດີ, ເຮັດໃຫ້ໂຣກຕ່າງໆ ທີ່ເປັນຢູ່ນານເຊົາ ແລະຊຳເຮື້ອ ແລະຍັງໄປທຳລາຍສະມັດຖະພາບທາງເພດອີກ.
  • ເມື່ອທ່ານມີອາການປວດຫົວ ເນື່ອງຈາກຄວາມຕຶງຄຽດ ຫຼື ຈາກການພັກຜ່ອນບໍ່ພຽງພໍ ມີຄຳແນະນຳວ່າ ບໍ່ຄວນຈະກິນຫົວຜັກບົ່ວໃຫຍ່.
  • ຢ່າງໃດກໍຕາມ ບໍ່ຄວນກິນຫົວຜັກບົ່ວໃຫຍ່ສົດໃນຂະນະທີ່ທ້ອງວ່າງ ເພາະຈະອາດຈະເຮັດໃຫ້ເກີດອາການລະຄາຍເຄືອງ ແລະເຮັດໃຫ້ເປືອກໃນກະເພາະອາຫານເກີດການອັກເສບໄດ້.
  • ສຳລັບຜູ້ທີ່ຖືກສັດມີພິດ ແລະມີແຂ້ວກັດ ບໍ່ຄວນກິນຫົວຜັກບົ່ວໃຫຍ່ ເພາະການກິນຫົວຜັກບົ່ວໃຫຍ່ຈະເຮັດໃຫ້ມີອາການຮຸນແຮງຂຶ້ນ ແລະເຮັດໃຫ້ພິດແພ່ກະຈາຍຢ່າງໄວວາ.
  • ຫົວຜັກບົ່ວໃຫຍ່ເປັນນຶ່ງໃນອາຫານທີ່ມີກິ່ນແຮງ ແລະເຮັດໃຫ້ເກີດກິ່ນປາກ. ສະນັ້ນ ຜູ້ທີ່ມີກິ່ນໂຕແຮງຢູ່ແລ້ວ ການກິນຫົວຜັກບົ່ວໃຫຍ່ຫຼາຍເກີນໄປອາດເຮັດໃຫ້ມີກິ່ນໂຕແຮງຂຶ້ນກວ່າເກົ່າ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່