Monday, February 10, 2025

VietJet ຈະ​ໄດ້​ຮັບ​ເຮືອບິນລຳ​ໃໝ່​ເຖິງ 10 ລຳ​ໃນ​ທ້າຍ​ປີ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 09 ສິງຫາ 2024) – ໃນຊ່ວງເວລາທີ່ຕະຫຼາດການບິນທົ່ວໂລກທີ່ປະສົບກັບບັນຫາການຂາດແຄນ ແລະ ຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນ, VietJet ຄາດວ່າຈະຮັບມອບເຮືອບິນໃໝ່ເຖິງ 10 ລຳໃນທ້າຍປີ 2024. ການຂະຫຍາຍຕົວນີ້ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບສາຍການບິນທີ່ທັນສະໄໝຂອງສາຍການບິນໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາ ແລະ ຊ່ວຍຍົກລະດັບປະສົບການ ການເດີນທາງຂອງຜູ້ໂດຍສານໃນເຄືອຂ່າຍເສັ້ນທາງທີ່ກວ້າງຂວາງ ລວມທັງການບໍລິການຢູ່ລາວ.

ເຮືອບິນໃໝ່ສ່ວນໃຫຍ່ມີກຳນົດການຮັບມອບຕັ້ງແຕ່ເດືອນສິງຫາ ປີ 2024 ເປັນຕົ້ນ ລຸ້ນ A321neo ACF (Airbus Cabin Flex) ເປັນລຸ້ນຫຼ້າສຸດຈາກ Airbus. ​ໃນ​ປີ 2019, VietJet ​ແມ່ນ​ບໍລິສັດ​ສາຍການບິນ​ທຳ​ອິດ​ຂອງ​ໂລກ​ທີ່​ໃຫ້ບໍລິການການບິນດ້ວຍ ACF.

A321neo ACF ມີການອອກແບບຫ້ອງໂດຍສານທີ່ໄດ້ຮັບການປັບປຸງໃໝ່, ຮັບປະກັນໄດ້ເລີຍວ່າຂະໜາາດຂອງບ່ອນນັ່ງ ແລະ ໄລຍະຫ່າງລະຫວ່າງບອ່ນນັ່ງທີ່ໄດ້ມາດຕະຖານຈະມອບປະສົບການທີ່ດີທີ່ສຸດສໍາລັບຜູ້ໂດຍສານ. ເຮືອບິນເຫຼົ່ານີ້ຍັງປະຢັດນໍ້າມັນເຊື້ອໄຟຢ່າງໜ້ອຍ 16%, ຫຼຸດຜ່ອນສຽງລົບກວນເຖິງ 75% ແລະ ຫຼຸດຜ່ອນການປ່ອຍອາຍມົນລະພິດລົງເຖິງ 50%.

ເມື່ອບໍ່ດົນມາ​ນີ້, VietJet ​ໄດ້​ສັ່ງຊື້ເຮືອບິນລຳໃຫຍ່​ກັບ Airbus A330neo (A330-900) ລຸ້ນ​ໃໝ່ຈຳນວນ 20 ລຳ, ດ້ວຍ​ມູນ​ຄ່າປະມານ 7,4 ຕື້ໂດລາ (163 ຕື້ກີບ). ໃນໄວໆນີ້ນັກທ່ອງທ່ຽວຈະສາມາດເດີນທາງດ້ວຍເຮືອບິນເຫຼົ່ານີ້ໃນການເດີນທາງໄກ ແລະ ໄດ້ຮັບປະສົບການໃນການເດີນທາງທີ່ປອດໄພ, ມີຄວາມສະດວກສະບາຍ ແລະ ສິ່ງອໍານວຍຄວາມສະດວກທີ່ທັນສະໄໝທີ່ສຸດ.

ປັດຈຸບັນ, VietJet ມີການດຳເນີນການບິນຫຼາຍກວ່າ 100 ລຳ, ລວມທັງເຮືອບິນລຸ້ນທີ່ມີຄວາມທັນສະໄໝ ແລະ ປອດໄພທີ່ສຸດໃນໂລກເຊັ່ນ: A320, A321ceo, A321neo ແລະ A321neo ACF ແລະ A330. ສາຍ​ການ​ບິນ​ຍັງມຸ່ງ​ໝັ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ​ປະ​ສິດ​ທິ​ພາບການໃຊ້​ນ້ຳ​ມັນ​ເຊື້ອ​ໄຟ ໂດຍ​ມີ​ເປົ້າ​ໝາຍ​ທີ່ຈະຫຼຸດການ​ປ່ອຍ​ອາຍມົນ​ພິດ​ໃຫ້ເປັນສູນພາຍ​ໃນ​ປີ 2050. VietJet ຍັງໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄປແລ້ວກວ່າ 200 ລ້ານ​ຄົນ, ໃນ​ນັ້ນ​ມີ​ຫຼາຍໃນນັ້ນລວມທັງຜູ້ໂດຍສານຫຼາຍລ້ານຄົນທີ່ເດີນທາງດ້ວຍເຮືອບີນເປັນຄັ້ງທໍາອິດ.

​ໃນ​ຊ່ວງທຳ​ອິດ​ຂອງ​ປີ 2024, VietJet ​ໄດ້​ບໍລິການ​ຜູ້​ໂດຍສານ 13,1 ລ້ານ​​ຄົນ ​ແລະ ດຳ​ເນີນ​ຖ້ຽວ​ບິນ 70.154 ຖ້ຽວ. ລາຍຮັບລວມຂອງສາຍການບິນມີຢູ່ທີ່ 34.016 ພັນຕື້ດົ້ງ (ປະມານ 29.835 ພັນຕື້ກີບ) ໂດຍມີອາກອນກ່ອນຫັກອາກອນກຳໄລເຖິງ 1.311 ພັນຕື້ດົ້ງ (ປະມານ 1.149 ພັນຕື້ກີບ), ເຊິ່ງເພີ່ມຂຶ້ນ 15% ແລະ 433% ຕໍ່ປີ. ກໍາໄລໄດ້ເກີນເປົ້າໝາຍໃນຊ່ວງເຄິ່ງປີເຖິງ 21%. ນອກນັ້ນ, VietJet ໄດ້ຈ່າຍຄ່າພາສີອາກອນ ແລະ ຄ່າທຳນຽມທາງກົງທາງອ້ອມຢູ່ທີ່ 3.687 ພັນຕື້ດົ້ງ (ປະມານ 3.243 ພັນຕື້ກີບ).

ດ້ວຍເຮືອບິນໃໝ່ 10 ລຳທີ່ເຂົ້າມາພາຍໃນເຄີ່ງປີທີສອງຂອງປີ 2024, Vietjet ຈະສືບຕໍ່ຂະຫຍາຍເຄືອຂ່າຍທັງຢູ່ຫວຽດນາມ ແລະ ຕ່າງປະເທດ, ພາຍຫຼັງທີ່ເພີ່ມຈຸດໝາຍປາຍທາງໃໝ່ຢູ່ອົດສະຕາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ລາວ, ກໍາປູເຈຍ ແລະ ອື່ນໆ. ໂດຍສະເພາະປະເທດລາວ, ສາຍການບິນແມ່ນມີຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ, ໂດຍມີ 4 ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເຊິ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ນອກຈາກ​ນີ້, ນັກ​ທ່ອງ​ທ່ຽວ​ສາມາດເດີນທາງ​ໄປ​ເຖິງ​ຈຸດ​ເຊື່ອມຕໍ່ສະຖານທີ່​​ອື່ນໆ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອາຊີ​.

ເມື່ອໄວໆນີ້, ບໍລິສັດສາຍການບິນ Vietjet ໄດ້ປະກາດບົດບັນທຶກຄວາມເຂົ້າໃຈ (MOU) ກັບກະຊວງໂຍທາທິການ ແລະ ຂົນສົ່ງປະຈຳ ສປ. ລາວ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ກ່ຽວຂ້ອງກັບການບິນ. ໃນນັ້ນມີການຈັດຕັ້ງສູນສ້ອມແປງລະບົບບຳລຸງຮັກສາ (MRO) ຢູ່ລາວ. ຄາດ​ວ່າ​ໂຄງການ​ເຫຼົ່າ​ນີ້​ຈະ​ຊ່ວຍສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ເຖິງ 2,500 ຄົນ​ໃນ​ຂະ​ແໜງ​ການ​ການບິນ​ຂອງ​ປະ​ເທດ​ໃນ​ອານາຄົດ.

ການເພີ່ມເຮືອບິນໃນຄັ້ງນີ້ຄາດວ່າຈະຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ ຄຽງຄູ່ກັບການມີລູກເຮືອທີ່ເປັນມືອາຊີບ ແລະ ມີຄວາມທຸ້ມເທ ພ້ອມທັງມອບປະສົບການການບິນທີ່ດີເລີດອີກດ້ວຍ. ຖ້ຽວ​ບິນ​ທີ່​ປອດ​ໄພ​ຂອງ Vietjet ​ມີການເຊື່ອມໂຍງຕໍ່ກັບບັນດາ​ປະ​ເທດ, ວັດທະນະທຳ ​ແລະ ທະວີບອື່ນໆ ເພື່ອຊຸກຍູ້​ການ​ພັດທະນາ​ເສດຖະກິດ, ​ແລກປ່ຽນ​ວັດທະນະທຳ ແລະ ການທ່ອງ​ທ່ຽວ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: