ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

- ເກີດມາຈາກກຳມະພັນ: ເຮົາອາດຈະມີຜົມຂາວກ່ອນໄວຄືກັບຄົວໃນຄອບຄົວກໍໄດ້ ບໍ່ວ່າຈະເປັນພໍ່ແມ່ ພໍ່ເຖົ້າ ແມ່ເຖົ້າ ຫຼື ປູ່ຍ່າ ຕາຍາຍ ຖ້າເປັນກໍລະນີນີ້ກໍແກ້ໄດ້ຍາກ ນອກຈາກທຳໃຈ ຫຼື ຍ້ອມສີຜົມເພື່ອກົບຜົມຂາວ
- ຄວາມຄຽດ ກັງວົນ ຄິດຫຼາຍ: ຄວາມຄຽດທັງກາຍ ແລະ ໃຈສາມາດສົ່ງຜົນເຮັດໃຫ້ເຮົາມີຜົມຂາວຕັ້ງແຕ່ອາຍຸຍັງນ້ອຍໄດ້ ແລະ ຍັງສົ່ງຜົນເຮັດໃຫ້ຜົມລົ່ນຫຼາຍກວ່າປົກກະຕິເຖິງ 3 ເທົ່າ. ນອກນັ້ນ, ຄວາມຄຽດຍັງສົ່ງຜົນຕໍ່ການນອນຫຼັບ, ຄວາມຢາກກິນອາຫານ ຫຼື ຄວາມດັນເລືອດສູງນຳອີກ.
- ເກີດຈາກໂລກທີ່ກ່ຽວຂ້ອງກັບພູມຄຸ້ມກັນ: ຖ້າພູມຄຸ້ມກັນມີບັນຫາກໍຈະສົ່ງຜົນໃຫ້ເຊວຕ່າງໆຖືກທຳລາຍ ໂດຍສະເພາະການສູນເສຍເມັດສີເມລານິນໃນຮາກຜົມ ຈະເຮັດໃຫ້ຜົມຂາວໄວຂຶ້ນ
- ເກີດຈາກການຂາດວິຕາມິນບີ12: ເພາະວິຕາມິນບີ12 ເຮັດໜ້າທີ່ສຳຄັນໃນຮ່າງກາຍໂດຍເຮັດໃຫ້ເກີດພະລັງງານ ແລະ ການຈະເລີນເຕີບໂຕຂອງເສ້ັນຜົມ ແລະ ສີຜົມ ຖ້າຂາດວິຕາມິນບີ 12 ຫຼາຍເກີນໄປກໍຈະເຮັດໃຫ້ຜົມອ່ອນແອ ສົ່ງຜົນໃຫ້ເມັດສີໃນຮາກຜົມຂາວໄວໄດ້ ແລະ ຍັງສົ່ງຜົນໃຫ້ມີອາການເລືອດຈາງໄດ້.
- ການສູບຢາ: ການສູບຢາມີຜົນກ່ຽວຂ້ອງກັບການມີຜົມຂາວກ່ອນໄວໂດຍມີການວິໄຈກັບຄົນອາຍຸ ກ່ອນໄວ 30 ປີ ເຫັນວ່າຄົນທີ່ສູບຢາມີອັດຕາຜົມຂາວກວ່າຄົນທີ່ບໍ່ສູບຢາເຖິງ 2,5 ເທົ່າ ເພາະການສູບຢາຈະເຮັດໃຫ້ເສັ້ນເລືອດເກີດການຫົດຕົວ ເຊິ່ງສົ່ງຜົນຕໍ່ການລົດການໄຫຼວຽນຂອງເລືອດທີ່ໄປລ້ຽງບໍລິເວນເສັ້ນຜົມ ລວມທັງມີສານຜິດທຳລາຍເຊວໃນຮ່າງກາຍ ແລະ ເສັ້ນຜົມໄດ້.

ຜົມຂາວແບບນີ້ຈະສາມາດກັບມາດຳໄດ້ບໍ່? ໂຕນີ້ຕ້ອງໄດ້ເບິ່ງຕາມສາເຫດຂອງການເກີດຜົມຂາວຂອງແຕ່ລະຄົນ ຖ້າເກີດບາງກໍລະນີກໍສາມາດແກ້ໄດ້ ແຕ່ການລົກຜົມຂາວອອກນັ້ນບໍ່ໄດ້ຊ່ວຍໃຫ້ຜົມຂາວຢຸດ ຫຼື ໝົດໄປໄດ້ ຍັງສົ່ງຜົນເຮັດໃຫ້ຮາກຜົມຖືກທຳລາຍ ແລະ ຍັງສ່ຽງເຮັດໃຫ້ຜົມບາງໄດ້ ຈຶ່ງຄວນສັງເກດ ສຶກສາເບິ່ງອາການຕົນເອງໃຫ້ດີ ຖ້າຮູ້ສຶກບໍ່ປົກະຕິ ຫຼື ຄິດວ່າຕົນເອງໜ້າຈະເກີດາຈາກເຫດຜົນອື່ນກໍສາມາດເຂົ້າໄປປຶກສາແພດໝໍໄດ້ຕາມສົມຄວນ ບໍ່ຄວນກັງວົນ ຕົກໃຈ ເກີນໄປ ເພາະຢ່າລືມວ່າ ຍິ່ງເຮົາມີຄວາມຄຽດ ກັງວົນ ຫຼາຍກໍສົ່ງຜົນໃຫ້ເກີດຜົມຂາວໄດ້ເຊົ່ນດຽວກັນ.
ທີ່ມາ: hdmall.com
#ຜົມຫງອກ #ສຸຂະພາບ #ຜົມຂາວ
#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.