Thursday, October 16, 2025
Kbank Laos โอน รับ จ่าย

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness – GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

ຖ້າເຮົານຳເອົາແນວຄິດ GNH ມາປັບໃຊ້ ກັບຄອບຄົວ ແລະ ເຮືອນຂອງເຮົາ, ບ້ານຂອງເຈົ້າຈະມີຄວາມສຸກລະດັບໃດ? ລອງສຳຫຼວດໄປພ້ອມກັນ!

9 ປັດໃຈຄວາມສຸກໃນເຮືອນ ຕາມແນວຄິດ GNH

1️⃣ ຄວາມເປັນຢູ່ທາງຈິດໃຈ (Psychological Well-being)

  • ຄອບຄົວຂອງເຈົ້າມີຄວາມສຸກ ແລະ ຄວາມສະຫງົບໃຈບໍ?
  • ມີການສົນທະນາ ແລະ ຊ່ວຍເຫລືອກັນບໍ?
  • ບັນຍາກາດໃນບ້ານເຮົາ ເຮັດໃຫ້ທຸກຄົນຮູ້ສຶກດີຫລືບໍ?

💡 ເຄັດລັບ: ສ້າງບ່ອນທີ່ປອດໄພ ໃຫ້ທຸກຄົນໄດ້ພູດຄຸຍ ແລະ ແບ່ງປັນຄວາມຮູ້ສຶກ

2️⃣ ສຸຂະພາບ (Health)

  • ທຸກຄົນໃນເຮືອນມີສຸຂະພາບທີ່ດີຫລືບໍ?
  • ອາຫານ ທີ່ກິນແມ່ນມີປະໂຫຍດຕໍ່ສຸຂະພາບບໍ?
  • ມີການອອກກຳລັງກາຍ ແລະ ການນອນຫລັບທີ່ພຽງພໍບໍ?

💡 ເຄັດລັບ: ສົ່ງເສີມການອອກກຳລັງກາຍ ເລືອກອາຫານທີ່ມີປະໂຫຍດ ແລະ ໃຫ້ຄວາມສຳຄັນກັບສຸຂະພາບໃຈ

3️⃣ ການສຶກສາ ແລະ ການຮຽນຮູ້ (Education)

  • ເຮືອນຂອງເຮົາເປັນພື້ນທີ່ ທີ່ສົ່ງເສີມການຮຽນຮູ້ ຫຼື ບໍ່?
  • ສະມາຊິກໃນເຮືອນມີໂອກາດພັດທະນາທັກສະ ແລະ ຄວາມຮູ້ໃໝ່ໆ ບໍ່?
  • ມີວັດທະນະທຳຂອງການແລກປ່ຽນຄວາມຮູ້ຢູ່ໃນເຮືອນ ຫຼື ບໍ່?

💡ເຄັດລັບ: ລອງອ່ານໜັງສື ຫຼື ຮຽນຮູ້ສິ່ງໃໝ່ໆ ຮ່ວມກັນ ອາດເປັນກິດຈະກຳເສີມສ້າງຄວາມສຳພັນທີ່ດີ.

4️⃣ ມາດຕະຖານການຄອງຊີບ (Living Standards)

  • ລາຍໄດ້ຂອງຄອບຄົວ ພຽງພໍຕໍ່ການດຳລົງຊີວິດບໍ່?
  • ທຸກຄົນມີທີ່ຢູ່ອາໄສທີ່ໝັ້ນຄົງ ແລະ ປອດໄພ ຫຼື ບໍ່?
  • ເຮືອນຂອງເຮົາຈັດການເລື່ອງການເງິນແນວໃດ?

💡 ເຄັດລັບ: ເຮັດງົບປະມານ ລາຍຮັບ-ລາຍຈ່າຍ ວາງແຜນການອອມ ແລະ ໃຊ້ເງິນຢ່າງຄຸ້ມຄ່າ.

5️⃣ ການໃຊ້ເວລາຫວ່າງ ແລະ ຄວາມສົມດຸນຂອງຊີວິດ (Time Use)

  • ທຸກຄົນໃນເຮືອນມີເວລາພັກຜ່ອນ ແລະ ເຮັດກິດຈະກຳທີ່ມັກ ຫຼື ບໍ່?
  • ວຽກ ຫຼື ພາລະໜ້າທີ່ ກິນເວລາຫຼາຍເກີນໄປຈົນບໍ່ມີເວລາເບິ່ງແຍງຕົວເອງ ຫຼື ບໍ່?
  • ສະມາຊິກໃນເຮືອນ ໃຊ້ເວລາຢູ່ນຳກັນຢ່າງມີຄຸນນະພາບບໍ່?

💡 ເຄັດລັບ: ຈັດສັນເວລາໃຫ້ເໝາະສົມ ລອງເຮັດກິດຈະກຳມ່ວນ ຮ່ວມກັນ ເຊັ່ນ: ເບິ່ງໜັງ, ເຮັດອາຫານ ຫຼື ອອກໄປທ່ຽວ.

6️⃣ ມີການຄຸ້ມຄອງທີ່ດີໃນເຮືອນ (Good Governance)

  • ເຮືອນຂອງເຮົາມີກົດເກນທີ່ເປັນທຳ ແລະ ທຸກຄົນເຫັນພ້ອມກັນດີ ຫຼື ບໍ່?
  • ມີການຕັດສິນໃຈຮ່ວມກັນ ແລະ ຮັບຟັງ ຄວາມຄິດເຫັນຂອງກັນ ແລະ ກັນ ຫຼື ບໍ່?
  • ທຸກຄົນຮູ້ສຶກໄດ້ຮັບຄວາມຍຸຕິທຳພາຍໃນເຮືອນຫຼືບໍ່?

💡 ເຄັດລັບ: ເປີດໂອກາດໃຫ້ທຸກຄົນສະແດງຄວາມຄິດເຫັນ ແລະ ແກ້ໄຂບັນຫາກັນຢ່າງມີເຫດຜົນ.

7️⃣ ວັດທະນະທຳ ແລະ ປະເພນີໃນຄອບຄົວ (Cultural Diversity & Resilience)

  • ເຮືອນຂອງເຮົາມີການຮັກສາຂະນົບທຳນຽມ ແລະ ວັດທະນະທຳທີ່ດີງາມ ຫຼື ບໍ່?
  • ມີປະເພນີ ຫຼື ກິດຈະກຳ ທີ່ເຮັດຮ່ວມກັນໃນຄອບຄົວບໍ່?
  • ທຸກຄົນໃນເຮືອນ ໃຫ້ຄວາມສຳຄັນກັບຮາກເຫງົ້າວັດທະນະທຳຂອງຕົວເອງ ຫຼື ບໍ່?

💡 ເຄັດລັບ: ລອງຟື້ນຟູປະເພນີດີໆ ເຊັ່ນ: ການກິນເຂົ້າພ້ອມໜ້າ ຫຼື ເລົ່າເລື່ອງລາວຂອງຄອບຄົວໃຫ້ລູກຫຼານຟັງ.

8️⃣ ສິ່ງແວດລ້ອມໃນເຮືອນ (Ecological Diversity & Resilience)

  • ເຮືອນຂອງເຮົາມີບັນຍາກາດທີ່ດີ ແລະ ເປັນມິດກັບສິ່ງແວດລ້ອມ ຫຼື ບໍ່?
  • ເຮົາໃຊ້ຊັບພະຍາກອນຢ່າງປະຢັດ ແລະ ຫຼຸດຂີ້ເຫຍື້ອ ຫຼື ບໍ່?
  • ມີພື້ນທີ່ສີຂຽວ ຫຼື ທຳມະຊາດຮອບໂຕບໍ່?

💡 ເຄັດລັບ: ປູກຕົ້ນໄມ້ອ້ອມຮອບບ້ານ ຫຼຸດການໃຊ້ພາສຕິກ ແລະ ປະຢັດພະລັງງານ ເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ.

9️⃣ ຄວາມສຳພັນໃນເຮືອນ ແລະ ສັງຄົມ (Community Vitality)

  • ສະມາຊິກໃນບ້ານຊ່ວຍເຫຼືອກັນ ແລະ ມີຄວາມສຳພັນທີ່ດີບໍ່?
  • ເຮົາມີຄວາມສຳພັນທີ່ດີກັບເພື່ອບ້ານ ແລະ ສັງຄົມ ຫຼື ບໍ່?
  • ເຮືອນຂອງເຮົາໃຫ້ຄວາມສຳຄັນກັບການຊ່ວຍເຫຼືອສັງຄົມ ຫຼື ບໍ່?

💡 ເຄັດລັບ: ສ້າງສາຍສຳພັນທີດີ ດ້ວຍການເຮັດກິດຈະກຳຮ່ວມກັນ ຊ່ວຍເຫຼືອເພື່ອບ້ານ ແລະ ແບ່ງປັນສິ່ງດີໆ.


Happy family standing on the beach at the sunset time. They keep the letters forming the word ” family”. Concept of friendly family.

🔎 ສະຫຼຸບ: ບ້ານຂອງເຈົ້າມີຄວາມສຸກລະດັບໃດ?

ສຸກສຸດໆ – ບ້ານອົບອຸ່ນ ແລະ ທຸກຄົນໃຫ້ຄວາມສົນໃຈກັນ
😊 ໂອເຄ ແຕ່ຍັງມີສິ່ງທີ່ປັບໄດ້ – ອາດຈະຂາດຄວາມສົນໃຈ ຫລື ຂາດຄວາມສະເໝີພາບໃນຄອບຄົວ
🤔 ຕ້ອງປັບປຸງຈິງໆ – ມີຄວາມຄຽດ ຫລື ຂາດການສົນທະນາໃນຄອບຄົວ

💡 ບໍ່ວ່າບ້ານຂອງເຈົ້າຈະເປັນແນວໃດ ເຮົາສາມາດປັບໃຫ້ດີຂື້ນໄດ້! ນຳໃຊແນວຄິດ GNH ມາສ້າງຄວາມສຸກໃຫ້ຄອບຄົວເຮົາ ❤️

📢 ແລ້ວເຮືອນຂອງເຈົ້າແນ່ ມີຄວາມສຸກລະດັບໃດ?

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.