Thursday, October 16, 2025
Kbank Laos โอน รับ จ่าย

ພະຍາດທີ່ມັກເກີດໃນຍາມຝົນ (ນໍ້າຖ້ວມ)

ໃນຊ່ວງທີ່ມີຝົນຕົກໜັກຕໍ່ເນື່ອງແບບນີ້ ຈົນເຮັດໃຫ້ຫຼາຍພື້ນທີ່ເກີດນໍ້າຖ້ວມ ນອກນັ້ນ, ຍັງມີນໍ້າຂັງຕາມຄອງ, ບຶງ ຕ່າງໆ ເຊິ່ງເປັນແຫຼ່ງສະສົມຂອງເຊື້ອພະຍາດໄດ້ດີ.

ດັ່ງນັ້ນ, ເພື່ອປ້ອງກັນການຕິດເຊື້ອ ເຮົາມາຮູ້ຈັກພະຍາດຊະນິດຕ່າງໆ ທີ່ອາດມາກັບນໍ້າ ນຳກັນ:

  1. ພະຍາດ ລະບົບຫາຍໃຈ ເຊັ່ນ: ໄຂ້ຫວັດ, ປອດບວມ ເປັນຕົ້ນ
  • ອາການ: ມັກຈະມີໄຂ້ ມີນໍ້າມູກ ໄອ ເຈັບຄໍ ປວດເມື່ອຍຕາມຕົນໂຕ ເຈັບຫົວ ອ່ອນເພຍໄດ້ງ່າຍ ແລະ ເບື່ອອາຫານ
  • ການປ້ອງກັນ: ເບື້ອງຕົ້ນດູແລຮ່າງກາຍໃຫ້ອົບອຸ່ນຢູ່ສະເໝີ, ບໍ່ໃສ່ເສື້ອຜ້າປຽກ, ຮັກສາຄວາມສະອາດໃນການກິນຢູ່, ທີ່ພັກອາໃສ ແລະ ຫຼີກລ້ຽງການສຳຜັດກັບຄົນທີ່ເປັນກຸ່ມສ່ຽງຕິດພະຍາດນີ້.

2. ພະຍາດທາງເດີນອາຫານ ເຊັ່ນ: ອາຫານເປັນຜິດ, ອະຫິວາ, ຕັບອັກເສບ ແລະ ອື່ນໆ

  • ພະຍາດເຫຼົ່ານີ້ ອາການເບື້ອງຕົ້ນມັກຈະຖ່າຍຜິດປົກກະຕິ (ອາດຈະເປັນນໍ້າ ຫລື ເລືອດ), ເຈັບທ້ອງ, ປວດຮາກ, ວິນຫົວ ອາດຈະມີໄຂ້ ປວດເມື່ອຍຕາມຕົນໂຕ ເບື່ອອາຫານ ບາງຄົນອາດມີອາການຕາເຫຼືອງ ຫລື ຕົນໂຕເຫລືອງ..
  • ⁠ການປ້ອງກັນ: ຄວນກິນອາຫານທີ່ສະອາດ ປຸ່ງແຕ່ງສຸກແລ້ວ ຫລີກລ້ຽງອາຫານດິບ ແລະ ອາຫານທີ່ໝົດອາຍຸ, ດື່ມນໍ້າທີ່ສະອາດ ຫລື ນໍ້າຕົ້ມສຸກ ຈະດີຫລາຍ ຮັກສາສຸຂະອານາໄມໃຫ້ດີ.

3. ພະຍາດຜິວໜັງ ເຊັ່ນ: ຕຸມແພ້, ຜິວໜັງອັກເສບ …

  • ອາການ: ສ່ວນຫຼາຍມັກຈະມີອາການຄັນຕາມຕົນໂຕ ບາງຄົນມີຕຸມແດງຂຶ້ນເປັນແຜ່ນ, ຜິວໜັງລອກ ອັກເສບ ບວມແດງ ບາງອາການຮ້າຍແຮງກໍມີລັກສະນະ ເປື່ອຍ ຫລື ເປັນໜອງ.
  • ການປ້ອງກັນ: ພະຍາຍາມຫລີກລ້ຽງການແຊ່ນໍ້າເປັນເວລາດົນ, ຖ້າຈຳເປັນຕ້ອງລົງນໍ້າເປື້ອນຕ້ອງຮີບລ້າງ ເຊັດໂຕໃຫ້ແຫ້ງ, ບໍ່ໃສ່ເຄື່ອງປຽກເປັນເວລາດົນ, ຢ່າໃຫ້ຮ່າງກາຍມີບາດແຜເພາະຍິ່ງຈະເປັນອັນຕະລາຍ ຖ້າເກີດອາການເລັກນ້ອຍຄວນທາຢາ ຫລື ກິນຢາແກ້ແພ້ ຖ້າອາການເລີ່ມໜັກຄວນໄປພົບແພດທັນທີ.

4. ພະຍາດຕາແດງ

  • ອາການ: ມັກຈະລະຄາຍເຄືອງຕາ, ຫນັງຕາບວມ, ຕາເມື່ອຍລ້າ ສູ້ແສງບໍ່ໄດ້ ຫລື ບາງຄົນກໍມີອາການນໍ້າຕາໄຫລ ມີຂີ້ຕາຫລາຍກວ່າປົກກະຕິ.
  • ການປ້ອງກັນ: ເລີ່ມຕົ້ນແມ່ນຫລີກລ້ຽງການຖືກຝຸ່ນ ແລະ ນໍ້າເປື້ອນ ຫາກມັກເຂົ້າຕາກໍຄວນຮີບລ້າງດ້ວຍນໍ້າສະອາດທັນທີ, ເມື່ອມີອາການຄັນຕາບໍ່ສີຕາຫລາຍຄັ້ງ, ໃຊ້ຜ້າທີ່ສະອາດໃນການເຊັດໜ້າເພື່ອບໍ່ໃຫ້ຝຸ່ນ ຫລື ສິ່ງສົກກະປົກເຂົ້າຕາ ຖ້າພົບຄົນເປັນໂລກຕາແດງຄວນແຍກຜູ້ປ່ວຍສະເພາະ ແລະ ບໍ່ໃຊ້ເຄື່ອງຂອງຮ່ວມກັນເພື່ອປ້ອງກັນການຕິດຕໍ່.

5. ພະຍາດໄຂ້ເລືອດອອກ

  • ພະຍາດສຸດຮິດທີ່ເປັນກັນຫຼາຍ ແລະ ຫຼີກຫຼ່ຽງໄດ້ຍາກ ອາການ: ມັກຈະມີໄຂ້ຂຶ້ນສູງ, ເຈັບຫົວ, ມີອາການໜາວສັ່ນ, ປວດເມື່ອຍຕາມຕົນໂຕ ອາດມີເລືອດອອກມາເປັນຈຸດຕາມຕົນໂຕ.
  • ການປ້ອງກັນ: ຫຼີກຫຼ່ຽງບໍ່ໃຫ້ຍຸງກັດ, ນອນໃນມຸ້ງທີ່ຍ້ອມຢາ, ໃສ່ເສື້ອແຂນຍາວເວລາເຂົ້າປ່າ ທີ່ສຳຄັນແມ່ນ ທຳລາຍແຫລ່ງແຜ່ພັນຂອງຍຸງ.

ນີ້ເປັນພຽງບາງພະຍາດທີ່ມັກເກີດຂຶ້ນໃນຊ່ວງຍາມຝົນທີ່ມີນໍ້າຖ້ວມ ທີ່ຍົກມາແບ່ງປັນກັບທຸກຄົນ ເຖິງຢ່າງໃດກໍຕ້ອງລະມັດລະວັງ ຮັກສາສຸຂະນາໄມໃຫ້ດີ ເພື່ອບໍ່ໃຫ້ມີພະຍາດຕ່າງໆນີ້ມາບຽດບຽນ ເພື່ອທຸກຄົນໃນຄອບຄົວຈະໄດ້ມີສຸຂະພາບທີ່ດີ.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.