Wednesday, October 15, 2025
Kbank Laos โอน รับ จ่าย

“ຊົນເຜົ່າກະຕູ” ເອກະລັກທາງວັດທະນະທຳທີ່ບໍ່ຄືໃຜ

“ຊົນເຜົ່າກະຕູ” ເປັນຊົນເຜົ່າທີ່ຍ້າຍມາຈາກພາສກຕາເວັນອອກສ່ຽງໃຕ້ຂອງປະເທດອິນເດຍ ແລະ ບໍລິເວນຕອນໃຕ້ຂອງຈີນ ໂດຍມາວອາໄສຢູ່ລາວຍເປັນເວລາຫຼາຍປີແລ້ວ, ປັດຈຸບັນ ໄດ້ຕັ້ງຖິ່ນຖານຢູ່ແຂວງເຊກອງ, ສາລະວັນ ແລະ ຈຳປາສັກ.

ເວົ້າເຖິງຊື່ເອີ້ນ ແລະ ພາສາ “ກະຕູ” ເປັນຊື່ທີ່ເຂົາເຈົ້າສະໝັກໃຈ ແລະ ເປັນຊື່ທີ່ໃຊ້ທາງການ ເຊິ່ງໝາຍເຖິງ ຍອດນ້ຳ ຫຼື ຍອດຫ້ວຍ, ເຊິ່ງຊົນເຜົ່າກະຕູປະກອບມີ 2 ແຊງຄື: ຕຣີວ ແລະ ດາກກັງ, ໂດຍພາສາຈັດຢູ່ໃນໝວດພາສາມອນ-ຂະແມ ແລະ ບໍ່ມີຕົວໜັງສືຂຽນ.

ຊົນເຜົ່າກະຕູເຊື່ອຖືເລື່ອງວິນຍານ ແລະ ຜີ ໃນປີໜຶ່ງມີພິທີກຳໃຫຍ່ ແລະ ນ້ອຍຫຼາຍຄັ້ງເພື່ອຂໍຄວາມຢູ່ເຢັນເປັນສຸກ ແລະ ຂໍໃຫ້ໄດ້ຜົນຜະລິດທີ່ດີ.

ການເກີດລູກຂອງແມ່ຍິງເຜົ່າກະຕູ ແມ່ນຈະເກີດຢູ່ກ້ອງຕາລ່າງເຮືອນ, ຢູ່ຊານເຮືອນ ຫຼື ອາດຈະຢູ່ຕູບປຸກຢູ່ໃກ້ໆບ້ານ.

ການປົງສົບຂອງຊົນເຜົ່າກະຕູ ປົງສົບດ້ວຍການຝັງ ແຕ່ຖ້າມີຄົນຕາຍໂດຍຖືກເສືອກັດ ຫຼື ດ້ວຍອາວຸດ ຕ້ອງໄດ້ຍ້າຍໝົດບ້ານໄປຕັ້ງບ່ອນໃໝ່.

ດ້ານການນຸ່ງຫົ່ມ ແຕ່ກ່ອນຜູ້ຊາຍເຜົ່າກະຕູ ຈະນຸ່ງຜ້າກະຕ່ຽວ ແລະ ເປືອຍຄີງຂ້າງເທິງ, ຝົນ(ຕັດ)ແຂ້ວ ແລະ ສັກລາຍຕາມຮ່າງກາຍ, ມາຮອດປັດຈຸບັນ ຫັນມານຸ່ງໂສ້ງຫຼາຍແລ້ວ ສ່ວນແມ່ນຍິງໃສ່ສິ້ນໂລ່ມຍາວສີດຳແດງ, ຮັດແຕ່ເອິກລົງຮອດແຄ່ງ ມີແຖບໄຂວ່ສີແດງ ແລະ ເຫຼືອງ.

ດ້ານສິລະປະວັນນະຄະດີ ຊົນເຜົ່າກະຕູມີກອນຂັບລຳ ເນື້ອຮ້ອງທຳນອງເສບທີ່ເປັນເອກະລັກ, ມີນະທານ, ມີຄ້ອງ, ແຄນ, ປີ່ ແລະ ອື່ນໆອີກ.

ສຳລັບຊີວິດດ້ານເສດຖະກິດ ເຜົ່າກະຕູເຮັດໄຮ່ປູກເຂົ້າເປັນຫຼັກ, ປູກພືດຜັກຕ່າງໆ ແລະ ລ້ຽງສັດ, ແມ່ຍິງມີຄວາມຊພນານໃນການຕ່ຳຫູກດ້ວຍກີ່ແອວ ຜູ້ຊາຍມີຄວາມຊະນານເລື່ອງຈັກສານໄມ້ໄຜ່ ແລະ ຫວາຍ ດ້ວຍລວດລາຍເອກະລັກອັນງົດງາມ ທີ່ທົນທານໝັ້ນໜຽວ.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.