Thursday, October 16, 2025
Kbank Laos โอน รับ จ่าย

ແຫຼ່ງມໍລະດົກໂລກ “ໄຫຫີນຊຽງຂວາງ” ເອກະລັກທາງວັດທະນະທຳ-ປະຫວັດສາດ ທີ່ຄວນອະນຸລັກ

ທົ່ງໄຫຫີນ 1 ທີ່ຕັ້ງຢູ່ເມືອງແປກ, ແຂວງຊຽງຂວາງ ເປັນທົ່ງໄຫຫີນແຫຼ່ງດຽວທີ່ຕັ້ງຢູ່ປ່ຽວ ເຊິ່ງຫ່າງຈາກແຫຼ່ງອື່ນໆ ເນື່ອງຈາກພົບວ່າຈຸດພິເສດຂອງພື້ນທີ່ສ່ວນໃຫຍ່ ແມ່ນບໍລິເວນເກືອບວ່າຮາບພຽງ ຕັ້ງຢູ່ໃຈກາງຂອງທົ່ງຮາບສູງຊຽງຂວາງ.

ລັກສະນະທາງພູມສັນຖານແບບນີ້, ທີ່ນຳໄປສູ່ການຕັ້ງສົມຍານາມວ່າ “ທົ່ງໄຫຫີນ” ເຊິ່ງເປັນຊື່ເອີ້ນກວມລວມຂອງແຫຼ່ງໄຫຫີນທັງຫຼາຍໃນປະເທດລາວ, ເຖິງແມ່ນວ່າສ່ວນຫຼວງຫຼາຍທີ່ເຫຼືອນັ້ນ ຈະຕັ້ງຢູ່ຕາມເປີ້ນພູ ແລະ ສັນພູກໍຕາມ.

ທົ່ງໄຫຫີນ 1 ປະແກອບມີໄຫຫີນ 5 ກຸ່ມ ທີ່ຢັ່ງຢາຍຢູ່ອ້ອມຮອບຖ້ຳຫີນປູນທຳມະຊາດແຫ່ງທີ 1.

  • ກຸ່ມທີ 1 ປະກອບມີໄຫຂະໜາດໃຫຍ່ຫຼາຍໜ່ວຍ ແລະ ຖ້ຳ.
  • ກຸ່ມທີ່ 2 ກະຈາຍເປັນຮູບວົງໂຄ້ງຂະໜາດໃຫຍ່ ຄ້າຍຄືຈັນເດືອນແຮມເຊິ່ງຢູ່ເຊິ່ງກັບບໍລິເວນໜ້າຖ້ຳ.
  • ກຸ່ມທີ່ 3, 4 ແລະ 5 ກວມເອົາເຂດຮອບນອກທາງທິດໃຕ້ຂອງແຫຼ່ງໄຫຫີນ.

ບັນດາໄຫທີ່ຖືກເສຍຫາຍ ແລະ ຂຸມລະເບີດຂະໜາດໃຫຍ່ ທີ່ກະຈາຍຢູ່ທົ່ວບໍລິເວນທົ່ງໄຫຫີນ ສະແດງໃຫ້ເຫັນບາດແຜຈາກການຕໍ່ສູ້ໃນລະຫວ່າງສົງຄາມອິນດູຈີນ.

ຢູ່ທົ່ງໄຫຫີນ 1 ນັກບູຮານວິທະຍາໄດ້ຄົ້ນພົບຫຼັກຖານການຝັງສົບຄັ້ງທີ 1 ແລະ ຄັ້ງທີ 2 ພ້ອມດ້ວຍກະດູກມະນຸດ, ໝາກປັດ, ເຄື່ອງປະດັບ, ເຄື່ອງມື, ເຄື່ອງປັ້ນດິນເຜົາ, ເຫຼັກ, ທອງແດງ ແລະ ຖ່ານໄຟ.

ໄຫຫີນເກືອບທັງໝົດ 334 ໜ່ວຍ ແມ່ນເຮັດດ້ວຍຫີນຊາຍລ້ວນ, ມີພຽງຈຳນວນໜ້ອຍໜຶ່ງທີ່ເຮັດດ້ວຍຫີນຊາຍຫຍາບປົນຫີນແຮ່ (ຫີນຄອນໂກຼເມເຣດ).

ບັນດາແຜ່ນຫີນຊາຍແກະສະຫຼັກກ້ອນຫີນ ແລະ ແຜ່ນຫີນຊາຍທຳມະຊາດຈຳນວນໜຶ່ງຖືກນຳໃຊ້ເປັນເຄື່ອງໝາຍຂຸມຝັງສົບ. ຊິ້ນສ່ວນເຄື່ອງປັ້ນດິນເຜົາເນື້ອອ່ອນລາຍເຊືອກຝັ້ນ ແລະ ຫຼັກຖານອື່ນໆ ທີ່ພົບຢູ່ຊັ້ນດິນໃຕ້ລະດັບຝັງສົບ ສະແດງໃຫ້ເຫັນເຖິງການນຳໃຊ້ສະຖານທີ່ດັ່ງກ່າວມາຕັ້ງແຕ່ຍຸກກ່ອນປະຫວັດສາດ.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.