Friday, May 1, 2026
Kbank Laos โอน รับ จ่าย
-->

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) – ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ລາຍຮັບແລະກຳໄລທີ່ປະທັບໃຈ

ໃນໄຕມາດທີ 3 ປີ 2025, ລາຍຮັບຂົນສົ່ງທາງອາກາດ ຂອງ Vietjet ບັນລຸ VND 16.728 ພັນຕື້ (ປະມານ LAK 13.85 ພັນຕື້), ດ້ວຍ ກຳໄລກ່ອນຫັກພາສີຂົນສົ່ງທາງອາກາດ VND393 ພັນລ້ານ (ປະມານ LAK325.49 ພັນລ້ານ).

ໃນ 9 ເດືອນທຳອິດຂອງປີ, ບໍລິສັດໄດ້ລາຍງານ ລາຍຮັບຂົນສົ່ງທາງອາກາດ ລວມ VND52.329 ພັນຕື້ (ປະມານ LAK43.34 ພັນຕື້) ແລະ ກໍາໄລກ່ອນຫັກພາສີ ລວມ VND1.987 ພັນຕື້ (ປະມານ LAK1.65 ພັນຕື້), ເຊິ່ງເພີ່ມຂຶ້ນ 28% ເມື່ອທຽບໃສ່ປີຜ່ານມາ (YoY).

ລາຍຮັບລວມ ສໍາລັບ 9 ເດືອນທໍາອິດ ບັນລຸ VND52.769 ພັນຕື້ (ປະມານ LAK43.70 ພັນຕື້), ດ້ວຍ ກຳໄລລວມ VND2.051 ພັນຕື້ (ປະມານ LAK1.7 ພັນຕື້), ເພີ່ມຂຶ້ນ 17% YoY.

ລາຍຮັບເສີມ (Ancillary revenue) ບັນລຸ VND6.893 ພັນຕື້ (ປະມານ LAK5.71 ພັນຕື້), ກວມເອົາ 41% ຂອງລາຍຮັບຂົນສົ່ງທາງອາກາດທັງໝົດ ແລະ ສະແດງໃຫ້ເຫັນການເຕີບໂຕ 19% YoY.

ການຂະຫຍາຍເຄືອຂ່າຍສາກົນ ດ້ວຍປະສິດທິພາບສູງ

ຮອດວັນທີ 30 ກັນຍາ 2025, Vietjet ໄດ້ດໍາເນີນການບິນໃນ 219 ເສັ້ນທາງ (169 ສາກົນ ແລະ 50 ພາຍໃນປະເທດ), ລວມທັງຖ້ຽວບິນປະຈໍາວັນທີ່ເຊື່ອມຕໍ່ນະຄອນວຽງຈັນ ກັບ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.

ສາຍການບິນມີ ເຮືອບິນທີ່ທັນສະໄໝ 98 ລຳ. ອັດຕາການບັນຈຸຜູ້ໂດຍສານ (Load factor) ຢືນຢູ່ທີ່ 86%, ແລະ ຄວາມໜ້າເຊື່ອຖືດ້ານເຕັກນິກ ບັນລຸ 99.72%, ຈັດໃຫ້ Vietjet ຢູ່ໃນອັນດັບສູງສຸດໃນພາກພື້ນ.

ເງິນປັນຜົນ 20% ສະແດງເຖິງພື້ນຖານທາງດ້ານການເງິນທີ່ເຂັ້ມແຂງ

ຄະນະກຳມະການບໍລິຫານຂອງ Vietjet ໄດ້ອະນຸມັດການແຈກຢາຍ ເງິນປັນຜົນຮຸ້ນ 20% (stock dividend), ໂດຍມີການອອກຮຸ້ນເພີ່ມເຕີມຫຼາຍກວ່າ 118.3 ລ້ານຮຸ້ນ, ດ້ວຍມູນຄ່າທັງໝົດເກີນ VND1.183 ພັນຕື້ (ປະມານ LAK973 ພັນລ້ານ).

ການຕັດສິນໃຈນີ້ແມ່ນອີງໃສ່ຜົນງານທຸລະກິດທີ່ດີເດັ່ນ ແລະ ຖານະທາງດ້ານການເງິນທີ່ແຂງແຮງ, ເຊິ່ງຮັບປະກັນຜົນປະໂຫຍດໃນໄລຍະຍາວໃຫ້ແກ່ຜູ້ຖືຫຸ້ນ.

ການລົງທຶນເພື່ອການພັດທະນາແບບຍືນຍົງ

Vietjet ກຳລັງລົງທຶນໃນ ສູນສ້ອມແປງເຮືອບິນໃໝ່ (Aircraft Maintenance Center) ຢູ່ສະໜາມບິນລອງແທງ, ນຳໃຊ້ ນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF), ແລະ ຍົກລະດັບບຸກຄະລາກອນທີ່ມີຄຸນນະພາບສູງຢູ່ທີ່ Vietjet Aviation Academy.

ສາຍການບິນໄດ້ຮັບການຮັບຮູ້ດ້ວຍ ລາງວັນຄວາມຍືນຍົງ 2025 ຈາກ AirlineRatings, ຖືກຕັ້ງຊື່ເປັນໜຶ່ງໃນ ສະຖານທີ່ເຮັດວຽກທີ່ດີທີ່ສຸດໃນອາຊີ, ແລະ ຖືກຈັດເຂົ້າໃນລາຍຊື່ ບໍລິສັດມະຫາຊົນດີເດັ່ນ 50 ອັນດັບ ຂອງ Forbes ໃນປະເທດຫວຽດນາມ.

ດ້ວຍແນວໂນ້ມຕະຫຼາດທີ່ເອື້ອອໍານວຍ, ລາຄານໍ້າມັນເຊື້ອໄຟຕໍ່າ, ແລະ ພື້ນຖານທາງດ້ານເຕັກນິກ ແລະ ການເງິນທີ່ແຂງແຮງ, Vietjet ຄາດວ່າຈະຮັກສາການເຕີບໂຕແບບຍືນຍົງໃນປີ 2026..

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.