“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ປີນີ້ ທາງວັດຊຽງທອງ ເພິ່ນກໍ່ໄດ້ນຳລົງມາໃຫ້ຍາມໂຍມທັງຫລາຍໄດ້ຂາບໄຫວ້ບູຊາແລະຍົກສ່ຽງ ໃນລະຫວ່າງວັນທີ 22-26 ເມສາ 2026 ທີ່ຜ່ານມານີ້ ແລະອາຣາດທະນາຂຶ້ນປະດິດສະຖານເກັບໄວ້ປີຫນ້າ ຈຶ່ງອັນເຊີນນຳລົງມາພ້ອມພຣະເຈົົ້າໝ່ານອີກຄັ້ງ.

ຫລວງພຣະບາງ ມີສະຖານທີ່ ທີ່ເປັນສະຖານທີ່ຂອງພຣະປັດເຈກພຣະພຸດທະເຈົ້າປະດິດສະຖານຢູ່ຄື : ພຣະປັດເຈກພຣະພຸດທະເຈົ້າ ເປັນຮູບປັ້ນ ແມ່ນຕັ້ງຢູ່ແຄມນ້ຳຂອງ ເຂດບ້ານຄົກພຸ ເມືອງຈອມເພັດ ແຂວງຫລວງພຣະບາງ ເຊິ່ງພໍ່ແມ່ປະຊາຊົນເຂດຖິ່ນບໍລິເວນນັ້ນ ເຊັ່ນ : ບ້ານລາດຫານ ບ້ານຄົກຂ້າມ ເມື່ອກ່ອນແຖວນີ້ແມ່ນຂຶ້ນກັບຫລວງພຣະບາງ ແຕ່ເມື່ອ 30-40 ປີຜ່ານມາໄດ້ໄປຂຶ້ນກັບອຸດົມໄຊ ແລ້ວ ປະຊາຊົນແຖວນັ້ນແມ່ນນັບຖືເປັນທີ່ສຸດ.

ເພາະທຸກໆປີ ຂອງມື້ຂຶ້ນ 14 ຄ່ຳ ເດືອນ 6 ເພັງ ປະຊາຊົນເຂດຖິ່ນນັ້ນແມ່ນຈະໄດ້ຮ່ວມກັນເຮັດພິທີ ໄປສົງນໍ້າພຣະພຸທທະຮູບ ປັຈເຈກະພຸດທະເຈົ້າແລ້ວ ຫລັງຈາກຫົດສົງແລ້ວຝົນຟ້າຊົນລະທານກໍ່ຈະຕົກນຳຄວາມຊຸ່ມຊື່ນມາສູ່ແຜ່ນດິນທຸກຄັ້ງໄປ.

ການບູຊາທີ່ຄວນບູຊານັ້ນໝາຍເຖິງ ການຍົກຍ້ອງ, ເຊີດຊູ, ຍົກສູງບຸກຄົນທີ່ຄວນໄດ້ຮັບຄວາມເຄົາລົບນັບຖື.

ສ່ວນການບູຊາຄົນທີ່ຄວນບູຊານັ້ນໝາຍເຖິງການເລືອກຍົກຍ້ອງຄົນທີ່ສົມຄວນຍົກຍ້ອງນັ້ນເອງ,

ປະໂຫຍດທີ່ຈະໄດ້ຮັບກໍ່ຄືມີຄວາມສຸກໃຈແກ່ຜູ້ບູຊາ, ສ່ວນຜູ້ຖືກບູຊານັ້ນກໍ່ມີຄວາມປີຕິໃຈຈາກການທີ່ຕົນເອງເປັນຄົນທີ່ມີຄົນນັບຖືນັ້ນເປັນແຮງສົ່ງໃຫ້ພັດທະນາຄວາມສາມາດຂອງຕົວເອງໃຫ້ດີຂຶ້ນເລື້ອຍໆ.

ພຣະພຸດທະເຈົ້າ ໄດ້ແບ່ງຄົນທີ່ສົມຄວນແກ່ການບູຊາໄວ້ຫຼາຍປະເພດດັ່ງນີ້ ຄື :

1 ພຣະສັມມາສັມພຸດທະເຈົ້າ (ຜູ້ທີ່ຕັດສະຮູ້ດ້ວຍຕົນເອງແລ້ວສາມາດເຜີຍແຜ່ໄດ້).

2 ພຣະປັດເຈກພຣະພຸດທະເຈົ້າ (ມີຄວາມຮູ້ເທົ່າພຣະສັມມາສັມພຸດທະເຈົ້າທຸກຢ່າງ, ແຕ່ສະແດງທັມບໍ່ເປັນ).

3 ພຣະທັມ (ໝາຍເຖິງທັມມະທີ່ພຣະສັມມາສັມພຸດທະເຈົ້າໄດ້ສະແດງໄວ້ດີແລ້ວ).

4 ພຣະສົງ (ຜູ້ທີ່ບວດໃນທັມ,ວິນັຍຂອງພຣະສັມມາສັມພຸດທະເຈົ້າ).

5 ພຣະອະຣິຍະເຈົ້າ (ໝາຍເຖິງຜູ້ທີ່ເຂົ້າເຖິງ ພູມພຣະອໍຣະຫັນ, ພຣະອະນາຄາມີ, ພຣະສັກກິນາຄາມີ ແລະ ພຣະໂສດາບັນ ) ທັງໝົດທັງທີ່ຄອງເພດສະມານະ-ພຣາມ ຫຼື ຄາຣະວາດ).

6 ຜູ້ນຳທີ່ມີຄວາມເປັນທັມ.

7 ພໍ່ ແລະ ແມ່ທີ່ດີ (ສ່ວນພໍ່ແມ່ທີ່ບໍ່ດີນັ້ນຄວນໄດ້ຮັບພຽງຄວາມກະຕັນຍູເທົ່ານັ້ນບໍ່ຄວນບູຊາ).

8 ຄູອາຈາຣຍ໌ທີ່ພຽບພ້ອມດ້ວຍຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດຂອງຄູທັງເຈັດປະການ.

9 ຜູ້ທີ່ມີບຸນຄຸນທີ່ປະພຶດຕົວດີ (ສ່ວນຜູ້ມີບຸນຄຸນທີ່ປະພຶດຕົວບໍ່ດີນັ້ນຄວນໄດ້ຮັບພຽງການຮູ້ຄຸນ, ບໍ່ຄວນບູຊາ).

ການບູຊານັ້ນພຣະພຸດທະເຈົ້າໄດ້ແບ່ງອອກເປັນ 4 ຢ່າງຄື:

1 ປັກຄະຫະ (ບູຊາດ້ວຍການກ່າວຄຳຍົກຍ້ອງ,ສັນລະເສີນຄຸນຄວາມດີຕ່າງໆ).

2 ສັກກາຣະ ຫຼື ອາມິດຕະບູຊາ (ຄືການບູຊາດ້ວຍສິ່ງຂອງເຊັ່ນ ດອກໄມ່ ທູບທຽນເປັນຕົ້ນ…).

3 ສັມມານະ (ບູຊາດ້ວຍຄວາມເຫຼື້ອມໃສ,ນັບຖື).

4 ປະຕິບັດບູຊາ (ຄືການຝຶກຕົວໃຫ້ເປັນຜູ້ມີສິນ, ສະມາທິ ແລະ ປັນຍາຕາມແນວແຖວຂອງພຣະສັມມາສັມພຸດທະເຈົ້າ ໄດ້ແນະນຳໄວ້ນັ້ນເອງ).

ທີ່ມາ: ນະຄອນຫຼວງພຣະບາງ

ພາບຈາກ: Houmphet Manisouk

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.