Monday, March 24, 2025

Tag: ລາວທ່ຽວລາວ

ຕາດເລາະ-ຕາດຮັງ ກຽມເປີດໃຫ້ບໍລິການນັກທ່ອງທ່ຽວຄືນໃໝ່ ທ້າຍເດືອນກັນຍາທີ່ຈະມາເຖິງນີ້

ແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ເປັນໜຶ່ງສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເນື່ອງໃນໂອກາດວັນສຳຄັນ ຫລື ເທສະການຕ່າງໆ ເຊິ່ງມາຮອດປັດຈຸບັນ, ໄດ້ມີການປັບປຸງສະຖານທີ່ດັ່ງກ່າວ ແລະ ກຽມພ້ອມເປີດໃຫ້ບໍລິການນັກທ່ອງທ່ຽວໃນທ້າຍເດືອນກັນຍາທີ່ຈະມາເຖິງນີ້ ໄດ້ເຂົ້າມາທ່ຽວຫລິ້ນນໍ້າ, ທ່ຽວຊົມ, ພັກຜ່ອນ

ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ນາຊາຍທອງ ເນັ້ນສົ່ງເສີມວັດທະນະທຳ-ຮີດຄອງປະເພນີ ຂອງລາວ

ສະຖານທີທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຕັ້ງຢູ່ບ້ານນາຊາຍທອງເໜືອ ເມືອງນາຊາຍທອງ, ນະຄອນຫຼວງ ວຽງຈັນ ເປັນອີກສະຖານທີ່ທ່ອງທ່ຽວໜຶ່ງ ທີ່ເນັ້ນການອະນຸລັກວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງຊາດລາວ, ໂດຍໄດ້ສ້າງເຮືອນຊົງລາວ ເພື່ອສະແດງເຖິງວິຖີການດຳລົງຊີວິດຂອງຊາວລາວ ໃນເມື່ອກ່ອນ ເຊິ່ງໄດ້ຈັດໃຫ້ມີຫຼາຍກິດຈະກຳ ທີ່ສ່ອງແສງໃຫ້ເຫັນເຖິງ ວັດທະນະທຳ, ຮີດຄອງປະເພນີ, ຕິດພັນກັບການນຸ່ງຖື ຂອງປະຊາຊົນລາວບັນດາເຜົ່າ ໃນເມື່ອກ່ອນ, ທັງຕິດພັນການອະນຸລັກ, ຮັກສາສິ່ງແວດລ້ອມ ແລະ ອື່ນໆອີກ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!