Tag: ເອກະລັກວັດທະນະທຳ

“ຜ້າປຽວຄຸມຫົວ” ຂອງແທນໃຈໃຫ້ຄົນຮັກ ຊົນເຜົ່າໄຕ໋ດຳ.

"ຜ້າປຽວ" ເປັນຜ້າຄຸມຫົວຂອງຊົນເຜົ່າໄຕ໋ດຳ ເປັນສິ່ງມີຄວາມສຳຄັນດ້ານຈິດໃຈ ສຳລັບແມ່ຍິງເຜົ່າໄຕ໋ດຳ ເພາະໃຊ້ເປັນຂອງແທນໃຈ ແລະ ຍັງເປັນສ່ວນໜຶ່ງໃນເຄື່ອງນຸ່ງ ອັນເປັນເອກະລັກ ຄວາມງາມຂອງແມ່ຍິງໄຕ໋ດຳ ດັ່ງນັ້ນ, ແມ່ຍິງໄຕ໋ດຳ ສະໄໝກ່ອນຈຶ່ງຕ້ອງຕ່ຳ ແລະ ປັກລາຍ "ຜ້າປຽວ" ເປັນທຸກຄົນ ເພື່ອສະແດງເຖິງສີມື ຂອງແມ່ຍິງຄົນນັ້ນ ລວມທັງຄວາມດຸໝັ່ນ ແລະ ຄວາມເປັນແມ່ສີເຮືອນ.