Thursday, January 23, 2025

“ຜ້າປຽວຄຸມຫົວ” ຂອງແທນໃຈໃຫ້ຄົນຮັກ ຊົນເຜົ່າໄຕ໋ດຳ.

“ຜ້າປຽວ” ເປັນຜ້າຄຸມຫົວຂອງຊົນເຜົ່າໄຕ໋ດຳ ເປັນສິ່ງມີຄວາມສຳຄັນດ້ານຈິດໃຈ ສຳລັບແມ່ຍິງເຜົ່າໄຕ໋ດຳ ເພາະໃຊ້ເປັນຂອງແທນໃຈ ແລະ ຍັງເປັນສ່ວນໜຶ່ງໃນເຄື່ອງນຸ່ງ ອັນເປັນເອກະລັກ ຄວາມງາມຂອງແມ່ຍິງໄຕ໋ດຳ ດັ່ງນັ້ນ, ແມ່ຍິງໄຕ໋ດຳ ສະໄໝກ່ອນຈຶ່ງຕ້ອງຕ່ຳ ແລະ ປັກລາຍ “ຜ້າປຽວ” ເປັນທຸກຄົນ ເພື່ອສະແດງເຖິງສີມື ຂອງແມ່ຍິງຄົນນັ້ນ ລວມທັງຄວາມດຸໝັ່ນ ແລະ ຄວາມເປັນແມ່ສີເຮືອນ.

ວັດທະນາທຳດັ່ງເດີມ ຂອງຊົນເຜົ່າໄຕ໋ດຳ ຈະຖືວ່າ ຜ້າປຽວ ເປັນຕົວຊີ້ວັດ ຄວາມເປັນກຸນລະສະຕຣີ, ຄວາມເປັນແມ່ຍິງ, ດັ່ງນັ້ນ ຜ້າປຽວ ຈຶ່ງເປັນສ່ວນໜຶ່ງໃນການແຕ່ງຕົວ ທີ່ຊ່ວຍເສີມຄວາມງາມ ໃນດ້ານຈິດໃຈ, ນອກຈາກນີ້ ຜ້າປຽວ ຍັງເປັນຂອງທີ່ລະນຶກ, ຂອງຂັວນແທນໃຈທີ່ແມ່ຍິງໃຫ້ກັບຄົນຮັກ ເພື່ອບົງບອກເຖິງຄວາມຮັກ, ຄວາມໃນໃຈຂອງຍິງສາວ.

ການຕ່ຳ ຜ້າປຽວ ຕ້ອງຜ່ານຂະບວນການຫຼາຍຂັ້ນຕອນທີ່ຊັບຊ້ອນ ໂດຍຕ້ອງເປັນຜ້າສີຂາວຕ່ຳມື ຍາວປະມານໜຶ່ງວາແຂນ ເມື່ອໄດ້ຜ້າຂາວທີ່ພໍໃຈແລ້ວ ກໍຮອດຂັ້ນຕອນການຍ້ອມສີ  ໂດຍໃຊ້ໃບຈ່າມ ຍ້ອມໃຫ້ເປັນຜ້າດຳ ນອກຈາກຍ້ອມຜ້າແລ້ວ ກໍຕ້ອງຍ້ອມໄໝທີ່ຈະໃຊ້ແສ່ວ ດ້ວຍສີທຳມະຊາດ ທີ່ໄດ້ຈາກດອກໄມ້ ຫຼື ໃບໄມ້.

ສ່ວນດ້ານຄວາມເຊື່ອ ຜ້າປຽວ ໃຊ້ເປັນຂອງໄຫວ້ໃນພິທີຂອບໃຈ, ວິທີບູຊາຜີເຮືອນຝ່າຍແມ່, ໃຊ້ປະກອບພິທີເສັນບ້ານ-ເສັນເມືອງ, ຜູ້ເຖົ້າຜູ້ແກ່ ຍັງເລົ່າອີກວ່າ ຜ້າປຽວ ມີຄວາມສຳຄັນຫຼາຍ ຕໍ່ຊີວິດເຜົ່າໄຕ໋ດຳ ແມ່ຍິງກ່ອນອອກເຮືອນ (ກ່ອນແຕ່ງດອງໄປຢູ່ເຮືອນຜົວ) ຕ້ອງຕ່ຳ ຜ້າປຽວ ໃຫ້ໄດ້ຢ່າງໜ້ອຍ 30 ຜືນ, ເພື່ອມອບໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງຝ່າຍຊາຍ.

“ຜ້າປຽວ” ບໍ່ພຽງແຕ່ເສີມແຕ່ງຄວາມງາມໃຫ້ແມ່ຍິງ ແຕ່ຍັງມີຄວາມໝາຍ ທາງດ້ານຈິດໃຈ ຫາກຄົນໃດຄົນໜຶ່ງ ໃນຄູ່ສາມີພັນລະຍາເສຍຊີວິດໄປ ຈະໃຊ້ເຄິ່ງໜຶ່ງຂອງຜືນຜ້າປຽວ ຄຸມໜ້າຄົນຕາຍ ຄົນເປັນຕ້ອງເກັບຮັກສາອີກເຄິ່ງໜຶ່ງເອົາໄວ້ໃຫ້ດີ, ເມື່ອຕາຍຈະໃຊ້ຄຸມໜ້າເຊັ່ນກັນ ເພື່ອໃຫ້ທັງສອງຄົນພົບເຈີກັນເທິງສະຫວັນ.

ເມື່ອສັງຄົມປ່ຽນໄປ ເຄື່ອງແຕ່ງກາຍມີຄວາມທັນສະໄໝຂຶ້ນ ເຊິ່ງສົ່ງຜົນຕໍ່ການອະນຸລັກຊຸດໄຕ໋ດຳພື້ນເມືອງ ແຕ່ຢ່າງໃດກໍຕາມ ຜ້າປຽວ ຍັງມີຄວາມສຳຄັນ ແລະ ຂາດບໍ່ໄດ້ໃນຊີວິດຈິດໃຈຂອງຊົນເຜົ່າໄຕ໋ດຳ.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ