Tag: ຄວາມຫຼາກຫຼາຍທາງເພດ

ຄວາມຫຼາກຫຼາຍທາງເພດບໍ່ແມ່ນເລື່ອງຜິດປົກກະຕິ ມາຮ່ວມສະຫລອງ Pride month ນຳກັນ!

ເດືອນມິຖຸນາ ຂອງທຸກໆປີ ໄດ້ກາຍເປັນ Pride month ເຊິ່ງເປັນເດືອນທີ່ເຕັມໄປດ້ວຍຄວາມມ່ວນຊື່ນກັບຫລາຍກິດຈະກຳຂອງກຸ່ມຄົນທີ່ມີຄວາມຫລາກຫລາຍທາງເພດ ຫລື LGBTQ+ ເພື່ອສື່ເຖິງການຕໍ່ສູ້ ເພື່ອຮຽກຮ້ອງຄວາມເທົ່າທຽມ.

ຄວາມຫຼາກຫຼາຍທາງເພດ ສິ່ງທີ່ບໍ່ຄວນແບ່ງແຍກໃນສັງຄົມ

ຮູ້ບໍ່ວ່າ ບໍ່ພຽງແຕ່ມະນຸດເຮົາເທົ່ານັ້ນທີ່ພົບຄວາມຫຼາກຫຼາຍທາງເພດ ສັດລ້ຽງລູກດ້ວຍນໍ້ານົມຫຼາຍຊະນິດກໍພົບໄດ້ເຊັ່ນດຽວກັນ ສະນັ້ນ, ເວົ້າໄດ້ເລີຍວ່າ ເພດນັ້ນເປັນສິ່ງທີ່ມີຄວາມຫຼາກຫຼາຍໂດຍທຳມະຊາດແຕ່ດົນນານມາແລ້ວ ພຽງແຕ່ຄົນເຮົາສ່ວນຫຼາຍຍັງບໍ່ເປີດໃຈຍອມຮັບ