ຄວາມຫຼາກຫຼາຍທາງເພດ ສິ່ງທີ່ບໍ່ຄວນແບ່ງແຍກໃນສັງຄົມ

ຮູ້ບໍ່ວ່າ ບໍ່ພຽງແຕ່ມະນຸດເຮົາເທົ່ານັ້ນທີ່ພົບຄວາມຫຼາກຫຼາຍທາງເພດ ສັດລ້ຽງລູກດ້ວຍນໍ້ານົມຫຼາຍຊະນິດກໍພົບໄດ້ເຊັ່ນດຽວກັນ ສະນັ້ນ, ເວົ້າໄດ້ເລີຍວ່າ ເພດນັ້ນເປັນສິ່ງທີ່ມີຄວາມຫຼາກຫຼາຍໂດຍທຳມະຊາດແຕ່ດົນນານມາແລ້ວ ພຽງແຕ່ຄົນເຮົາສ່ວນຫຼາຍຍັງບໍ່ເປີດໃຈຍອມຮັບ ແລະ ຍັງເຊື່ອແຕ່ພາບຈຳເກົ່າໆວ່າ ເພດຕ້ອງມີແຕ່ ຍິງ-ຊາຍ ເທົ່ານັ້ນ, ຫາກໃຜມີຄວາມຮູ້ສຶກນຶກຄິດທີ່ຜິດໄປຈາກ ຍິງ-ຊາຍ ແມ່ນຖືວ່າແປກ, ບໍ່ປົົກກະຕິ ຖືກແບ່ງແຍກ ຫຼື ຕັດທອນສິດ ທີ່ຄວນຈະໄດ້ໃນບາງເລື່ອງ ຈົນເຮັດໃຫ້ບາງຄົນບໍ່ກ້າເປີດເຜີຍຕົວຕົນ, ເກັບກົດມັນເອົາໄວ້ເພາະຢ້ານໝູ່ເພື່ອນເວົ້າເຍີ້ຍ, ຢ້ານສັງຄົມວ່າແຕກຕ່າງ ຫຼື ຢ້ານຄອບຄົວທີ່ເປັນຄົນໃກ້ຊິດທີ່ສຸດນັ້ນບໍ່ຍອມຮັບ.

ບາງຄົນເກັບກົດຫຼາຍເກີນໄປຈົນກາຍເປັນປົມໃນຊີວິດ, ບາງຄົນຮ້າຍແຮງຈົນກາຍເປັນໂຣກຊຶມເສົ້າ ບໍ່ກ້າເຂົ້າສັງຄົມເລີຍກໍມີ! ປັດຈຸບັນ, ບັນຫານີ້ເຫຼົ່ານີ້ໄດ້ຄ່ອຍໆ ຫຼຸດລົງ ຄົນໃນສັງຄົມມີຄວາມເຂົ້າໃຈ ແລະ ຍອມຮັບກັບຄວາມຫຼາກຫຼາຍທາງເພດ LGBTQ+ 🏳️‍🌈 ກັນຫຼາຍຂຶ້ນ.

ສົມສັກ (ນາມສົມມຸດ) ເປັນລູກຊາຍຄົນດຽວ, ສົມສັກ ມີຄວາມຝັນຢາກເປັນຊ່າງແຕ່ງໜ້າທີ່ມີຊື່ສຽງໂດ່ງດັງ ແຕ່ພໍ່ແມ່ ຢາກໃຫ້ເປັນເຈົ້າຄົນ ນາຍຄົນ ມີອາຊີບການງານທີ່ດີ ເປັນໜ້າເປັນຕາໃຫ້ກັບຄອບຄົວ, ສົມສັກຮູ້ໂຕດີວ່າຕົນເອງ ຮ່າງກາຍເປັນຊາຍແຕ່ຈິດໃຈນັ້ນເປັນຍິງ.

ຍ້ອນບໍ່ຢາກໃຫ້ພໍ່ແມ່ຜິດຫວັງເລີຍປິດບັງຕົວຕົນໄວ້ບໍ່ໃຫ້ໃຜຮັບຮູ້, ຕ້ອງສະແດງວ່າຕົນເອງເຂັ້ມແຂງ ຫຶກເຫີມຄືຜູ້ຊາຍສະເໝີເວລາຢູ່ຕໍ່ໜ້າພໍ່ ຫຼາຍຄັ້ງກໍຮູ້ສຶກກົດດັນ, ບໍ່ມີຄວາມສຸກ ບວກກັບໝູ່ເພື່ອນຢູ່ໂຮງຮຽນ ທີ່ມັກຈະເວົ້າເຍີ້ຍ, ເວົ້າໃສ່ ແລະ ຫົວຂວັນ ຖືກແບ່ງແຍກຈາກສັງຄົມ, ທັງໃນຊີວິດຈິງ ແລະ ໂລກອອນລາຍ ຜ່ານຄຳເວົ້າ ແລະ ການກະທຳ ແມ່ນແຕ່ການໄປສະໝັກວຽກ ຫຼື ເຮັດວຽກກໍຍັງຖືກແບ່ງແຍກ ບໍ່ໄດ້ຮັບສິດເທົ່າທຽມກັບຄົນອື່ນ ແຕ່ສົມສັກ ໄດ້ຕໍ່ສູ້ກັບບັນຫາ, ຄວາມກົດດັນ ແລະ ການຖືກປະຕິບັດທີ່ບໍ່ເທົ່າທຽມມາໄດ້ ຍ້ອນຫົວໃຈທີ່ແຂງແກ່ງ ບວກກັບກຳລັງໃຈ ແລະ ຄວາມຫວັງຈຶ່ງສາມາດພິສູດຕົນເອງໃຫ້ຄອບຄົວ ແລະ ສັງຄົມເຫັນວ່າ ເຮົາບໍ່ຄວນຈຳກັດ ແລະ ກຳນົດເພດໃຫ້ກັນ.

ຢາກບອກທ່ານຜູ້ອ່ານທຸກຄົນວ່າ ເພດສະພາບ ແລະ ແຮງດຶງດູດ ອັດຕະລັກຕ່າງໆ ແມ່ນມີຄວາມຫຼາກຫຼາຍ ແຕ່ຫຼາຍຄົນໃນສັງຄົມຍັງມີຄວາມເຂົ້າໃຈວ່າ: ຄວາມຫຼາກຫຼາຍທາງເພດນັ້ນເປັນສິ່ງແຕກຕ່າງ, ລອງຄິດນຳກັນເບິ່ງວ່າ : ຖ້າໂລກຂອງເຮົາປຽບເໝືອນດິນຕອນໜຶ່ງ ປະກອບໄປດ້ວຍຫຍ້າ ແລະ ພັນໄມ້ນາໆຊະນິດ.​ ການທີ່ຄົນເຮົາມີຄວາມຫຼາກຫຼາຍທາງເພດກໍຄືກັບການທີ່ດອກໄມ້ມີຫຼາຍສີສັນ ຫຼາຍສາຍພັນ,​ ດອກໄມ້ມັນຍັງບໍ່ສາມາດເລືອກເກີດໄດ້ວ່າ ຈະເກີດມາເປັນດອກໄມ້ຫຍັງ ແລະ ມີສີແນວໃດ ຄົນເຮົາກໍຄືກັນ ເຮົາບໍ່ສາມາດເລືອກເກີດໄດ້ວ່າ ເຮົາຈະເປັນເພດຫຍັງ ເຮົາຈະເກີດມາເປັນແບບໃດໃນສັງຄົມໃດ ຖ້າຄົນໃນສັງຄົມລ້ວນແຕ່ເຄົາລົບສິ່ງທີ່ທຳມະຊາດສ້າງມາ ຫຼື ສິ່ງທີ່ຄົນເຮົາເປັນ ເຮົາກໍຈະຮູ້ເລີຍວ່າ ຄວາມຫຼາກຫຼາຍທາງເພດນີ້ເປັນສິ່ງສວຍງາມບໍ່ແມ່ນສິ່ງແຕກຕ່າງໃນສັງຄົມ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...