Wednesday, July 9, 2025
Kbank Laos โอน รับ จ่าย

“ປົວຜີ” ອີກໜຶ່ງພິທີກຳເກົ່າແກ່ຂອງຊົນເຜົ່າອາຄາ

ພີທີກຳ “ປົວຜີ” ຢູ່ທີ່ປ່າແກ່ ແມ່ນອີກໜຶ່ງພິທີກຳໜຶ່ງທີ່ເກົ່າແກ່ ຂອງຊົນເຜົ່າອາຄາ (ລຸມາ) ຢູ່ທີ່ບ້ານອາເຊີ, ເມືອງສຳພັນ, ແຂວງຜົ້ງສາລີ. ໂດຍພິທີດັ່ງກ່າວນີ້ ຈະມີຂື້ນໃນເດືອນກໍລະກົດຂອງທຸກໆປີ ເຊີ່ງເຖົ່າແກ່ແນວໂຮມພາຍໃນບ້ານຈະຄັດເລືອກເອົາ ມື້ງາມຍາມດີ ໃນການ “ປົວຜີ” ຈຸດປະສົງໃນການເຮັດພິທີ ກໍເພື່ອບໍ່ໃຫ້ ສັດປ່າແຕ່ລະຊະນິດ ໄປທຳລາຍພືດພັກ ແລະ ຜົນລະປູກ ຂອງປະຊາຊົນໃນເຂດດັ່ງກ່າວ.

ພິທີດັ່ງກ່າວນີ້ ແມ່ນໄດ້ເອົາ “ໝູໂຕໜື່ງ” ເພື່ອໄປຂ້າແລ້ວນຳມາເຮັດພິທີ “ປົວຜີ” ຕາມຮີດຄອງ, ຈາກນັ້ນເອົາ “ຕົ້ນເຂົ້າ” ຂອງແຕ່ລະຄອບຄົວພາຍໃນບ້ານ ໄປມັດໃສ່ຕົ້ນໄມ້ທີ່ສູງ ຕາມຄວາມເຊື່ອແລ້ວແມ່ນເພື່ອໃຫ້ໄດ້ໝາກຜົນທີ່ສູງ ຫຼື ເພື່ອໃຫ້ໄດ້ຜົນຜະລິດຢ່າງສູງສົ່ງຕາມທີ່ວາງໄວ້.

ການເຮັດພິທີກຳນີ້ ໄດ້ສະແດງໃຫ້ເຫັນເຖິງ ເອກະລັກ ຮີດຄອງປະເພນີ ທີ່ເຜົ່າ ອາຄາ ໃນເຂດດັ່ງກ່າວຍັງຄົງຮັກສາກັນໄວ້ໄດ້ ຕັ້ງແຕ່ສະໄໝບູຮານນະການ ຈົນເຖິງ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.