ຄວາມຫຼາກຫຼາຍທາງເພດບໍ່ແມ່ນເລື່ອງຜິດປົກກະຕິ ມາຮ່ວມສະຫລອງ Pride month ນຳກັນ!

ເດືອນມິຖຸນາ ຂອງທຸກໆປີ ໄດ້ກາຍເປັນ Pride month ເຊິ່ງເປັນເດືອນທີ່ເຕັມໄປດ້ວຍຄວາມມ່ວນຊື່ນກັບຫລາຍກິດຈະກຳຂອງກຸ່ມຄົນທີ່ມີຄວາມຫລາກຫລາຍທາງເພດ ຫລື LGBTQ+ ເພື່ອສື່ເຖິງການຕໍ່ສູ້ ເພື່ອຮຽກຮ້ອງຄວາມເທົ່າທຽມ.

ໃນໂອກາດນີ້ Inside Laos ຂໍມາແບ່ງປັນຂໍ້ມູນຄວາມຮູ້ກ່ຽວກັບຄວາມຫຼາກຫຼາຍທາງເພດ ລວມທັງວິທີປະຕິບັດ ຫາກຄົນໃກ້ຕົວ ຫຼື ຄົນໃນຄອບຄົວເປັນຄົນທີ່ມີຄວາມຫຼາກຫຼາຍທາງເພດ.

ກ່ອນອື່ນເຮົາມາຮູ້ຈັກກັບຄຳວ່າ LGBTQ+ນຳກັນກ່ອນວ່າມັນແມ່ນຫຍັງ?

LGBTQ+ ແມ່ນອັກສອນຫຍໍ້ ທີ່ມາຈາກຄຳວ່າ:
L (Lesbian): ເລສບຽນ ໝາຍເຖິງ ຜູ້ຍິງທີ່ມັກຜູ້ຍິງ
G (Gay): ເກຍ໌ ໝາຍເຖິງ ຜູ້ຊາຍທີ່ມັກຜູ້ຊາຍ (ແຕ່ໃນພາສາອັງກິດຈະໝາຍເຖິງຄົນມັກເພດດຽວກັນ)
B (Bisexual): ໄບເຊັກຊວລ ບຸກຄົນທີ່ມັກທັ້ງສອງເພດ
T (Transgender): ທຣານສ໌ເຈນເດີ ໝາຍເຖິງ ບຸກຄົນຂ້າມເພດ (ເຊັ່ນ ຍິງຂ້າມເພດ ແລະ ຊາຍຂ້າມເພດ)
Q (Queer): ເຄວັຍ ໝາຍເຖິງ ນິຍາມກວມລວມເຖິງອັດຕະລັກທີ່ບໍ່ໄດ້ເປັນຕາມສັງຄົມທົ່ວໄປ ບໍ່ຈຳກັດຂອບເຂດ ຫຼື (Questioning) ເຄວສຊັນນິ່ງ ໝາຍເຖິງ ບຸກຄົນທີ່ຍັງບໍ່ແນ່ໃຈທີ່ຈະລະບຸອັດຕະລັກທາງເພດຂອງຕົນເອງໄດ້, ສ່ວນເຄື່ອງໝາຍ + ແມ່ນສະແດງເຖິງອັດຕະລັກຂອງກຸ່ມຜູ້ທີ່ມີຄວາມຫຼາກຫຼາຍທາງເພດອື່ນໆ ເຊິ່ງຄວາມຫລາກຫລາຍທາງເພດບໍ່ແມ່ນໂລກ ຫລື ຄວາມຜິດປົກກະຕິ.

ສະໄໝກ່ອນມັກມີການຄິດວ່າ ການຮັກໄຄ່ໃນເພດດຽວກັນນັ້ນເປັນສິ່ງຜິດ ບາງຄົນກໍຄິດວ່າ ຄົນທີ່ມີຄວາມຫລາກຫລາຍທາງເພດນັ້ນຄືຄົນທີ່ມີຄວາມຜິດປົກກະຕິທາງຈິດ ເຊິ່ງຄວາມຄິດນັ້ນຖືກສົ່ງຕໍ່ກັນມາຕະຫລອດ ນັ້ນອາດເປັນເຫດຜົນເຮັດໃຫ້ມີການປະຕິເສດ ແລະ ເລືອກປະຕີບັດເຮັດໃຫ້ພວກເຂົາບໍ່ໄດ້ຮັບສິດ ແລະ ການຍອມຮັບຈາກສັງຄົມເທົ່າທີ່ຄວນ.

ປັດຈຸບັນທາງການແພດກໍອອກມາລະບຸແລ້ວວ່າ ຄົນທີ່ມີຄວາມຫລາກຫລາຍບໍ່ໄດ້ເປັນໂລກ ຫລື ມີຄວາມຜິດປົດກະຕິທາງຈິດແຕ່ຢ່າງໃດ ແຕ່ອາດຈະເກີດຂຶ້ນຈາກອົງປະກອບຫລາຍຢ່າງທັງພາຍໃນຮ່າງກາຍເຊັ່ນ: ລະດັບຮໍໂມນ, ສານເຄມີໃນສະໝອງ ແລະ ພາຍນອກຮ່າງກາຍເຊັ່ນ: ຮູບແບບການລ້ຽງດູ, ວັດທະນະທຳ ຫລື ພື້ນຖານທາງສັງຄົມ ທີ່ຫລໍ່ຫລອມຂັດເກົາກໍເປັນໄດ້.

ສິ່ງທີ່ເຮົາຄວນເຮັດເມື່ອຄົນໃກ້ຕົວ ໝູ່ເພື່ອນ ຫລື ຄົນໃນຄອບຄົວເປັນຜູ້ທີ່ມີຄວາມຫລາກຫລາຍທາງເພດໂດຍເລີ່ມຈາກ:

  • ຍອມຮັບ ແລະ ປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ແລະ ເທົ່າທຽມ
  • ⁠ບໍ່ປຽບທຽບ ຫັນມາສົ່ງເສີມການເຫັນຄຸນຄ່າໃນຕົນເອງ
  • ⁠ເພີ່ມການສື່ສານໃນເຊີງບວກ ໂອ້ລົມ ແລະ ເປີດໂອກາດໃຫ້ພວກເຂົາໄດ້ບອກເລົ່າເລື່ອງລາວ ຄວາມຕ້ອງການຂອງຕົນເອງຢ່າງເລິກເຊິງໃນບາງຄັ້ງ
  • ⁠ໃສ່ໃຈຄວາມຮູ້ສຶກ ໃຫ້ຄວາມສຳຄັນ ແລະ ຊື່ນຊົມໃນສີ່ງທີ່ເຮົາເຮັດໄດ້ດີ
  • ⁠ບໍ່ຖາມໃນສິ່ງທີ່ເຂົາບໍ່ຢາກຕອບ ເນື່ອງຈາກກຸ່ມຄົນທີ່ມີຄວາມຫລາກກລາຍທາງເພດອາດຕ້ອງປະເຊີນກັບການປ່ຽນແປງຕ່າງໆທັງຮ່າງກາຍ ແລະ ຈິດໃຈ ອາດຈະເຮັດໃຫ້ເຂົາຮູ້ສຶກແປກແຍກຈາກຄົນອື່ນ ເຮົາຄວນຫັນມາເຂົ້າໃຈກັນຫລາຍຂຶ້ນເພາະຄວາມຫລາກຫລາຍທາງເພດນັ້ນບໍ່ແມ່ນເລື່ອງຜິດປົກກະຕິແຕ່ຢ່າງໃດ ເພາະຄວາມຫລາກຫລາຍຄືສິ່ງທີ່ສວຍງາມ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...