Saturday, July 19, 2025
Kbank Laos โอน รับ จ่าย

ບຸນບັ້ງໄຟ ປະເພນີ ຄອບໄຂວ່ ເທວະດາຟ້າແຖນ

ພໍຕົກມາ ເດືອນ 6 ລາວ ເປັນໄລຍະຕົ້ນລະດູຝົນ ເຊິ່ງປະຊາຊົນລາວ ໂດຍສະເພາະ ຊາວໄຮ່ຊາວນາ ກໍກະກຽມລົງໄຮ່ລົງນາ ເພື່ອທຳການຜະລິດໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ຈະໄດ້ມີ ບຸນບັ້ງໄຟ ທີ່ຖືວ່າເປັນ ປາງບຸນໃຫຍ່ໜຶ່ງ ໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວ ຈັດຂຶ້ນທຸກໆປີ ຫຼັງບຸນປີໃໝ່ ໂດຍເຊື່ອກັນວ່າ ເປັນພິທີກໍາ ຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນ ໃຫ້ຕົກຕາມລະດູການ ເພື່ອໃຫ້ ພືດພັນ, ຜົນລະປູກຈະເລີນງອກງາມ.

ຄຳວ່າ “ບັ້ງໄຟ” ໝາຍເຖິງບັ້ງ ຫຼື ກະບອກ ທີ່ເຮັດດ້ວຍ ໝື້ຕອກໃຫ້ແໜ້ນເປັນບັ້ງ ຈະມີຊື່ ແຕກຕ່າງ ເຊັ່ນ: ບັ້ງໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ ໝື່ນແສນ ໂດຍກຳນົດ ເຮັດໃນເດືອນຂຶ້ນ ຫຼື ແຮມ ກໍໄດ້ ຕາມຄວາມສະດວກ, ແຕ່ສ່ວນຫຼາຍນິຍົມກັນ ໃນເດືອນ 6 ຈຶ່ງໃສ່ຊື່ວ່າ “ບຸນເດືອນຫົກ ຫຼື ບຸນບັ້ງໄຟ”.

ການເຮັດບັ້ງໄຟ ເລີ່ມຈາກການ ຫາໄມ້ໄຜ່ ຫຼື ລຳຕານ ມາລົນໄຟ, ລຸປ້ອງ, ຕາກໃຫ້ແຫ້ງ ຕອກດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດບຸນບັ້ງໄຟຕ້ອງມີຊ່າງຜູ້ຊໍານິຊໍານານມາກໍາກັບ ຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກຊຸ ຫຼື ບໍ່ໄໝ້ ອາດເກີດອັນຕະລາຍໄດ້.

ກ່ອນວັນເຮັດບຸນ ຈະປຸກຕູບ, ຜາມ ແລ້ວນິມົນພະ ແລະ ເຊີນຊວນ ພີ່ນ້ອງບ້ານ ໃກ້ຄຽງ ໃຫ້ມາເຮັດບຸນ ຂໍຄ້ອງກອງ ແລະ ບັນດານັກຟ້ອນ, ມີການຕ້ອນຮັບ ພະ ລວມໄປ ເຖິງຍາດພີ່ນ້ອງ ບ້ານອື່ນ ໂດຍນາຍບ້ານ ຈະແບ່ງເປັນກັນສາມ ຫລື ສີ່ເຮືອນ ຕ້ອນຮັບ ລ້ຽງດູຄ້າຍຄືກັບບຸນພະເຫວດ.

ເຊິ່ງໃນເມື່ອກ່ອນ 9 ໂມງເຊົ້າ ຈະມີຫົດສົງ ເຖລາພິເສກ ແລະ ຕອນບ່າຍຈະຈູດບັ້ງໄຟ, ຕອນກາງຄືນ ມີການເສັງກອງ, ສຳລັບກອງ ນີ້ແມ່ນນຳ ມາຈາກທຸກໆບ້ານ ທີ່ໄດ້ເຊີນມາ ຖືວ່າມີຄວາມ ສະໜຸກສະໜານ ເປັນຢ່າງຍິ່ງ ພວກທີ່ຫລິ້ນ ຟ້ອນລຳຈົນ ຊອດແຈ້ງກໍມີ,

ສຳລັບ ຕອນເຊົ້າ ແມ່ນມີ ການຖະຫວາຍຈັງຫັນໃຫ້ ແກ່ພະສົງແລ້ວ ນຳບັ້ງໄຟໄປຈູດ ທີ່ຄ້າງທີ່ຈັດໄວ້ ໃນລະຫວ່າງ ພະສັນຈັງຫັນ, ຊ່າງບັ້ງໄຟ ນຳບັ້ງໄຟມາແຫ່ ເພື່ອໃຫ້ຄົນ ມາເບິ່ງອີກ, ຖ້າວ່າບັ້ງ ໄຟໃດຂຶ້ນ ເຈົ້າຂອງ ແລະ ຍາດໂຍມ ກໍຈະດີໃຈ ແລ້ວຫາມນາຍຊ່າງໄປລົງນ້ຳ ແຕ່ ຖ້າບໍ່ຂຶ້ນກໍເອົານາຍຊ່າງເອົາລົງຕົມ.

ມີການບວດນາກ ແລະ ເຖລາພິ ເສກຫົດນ້ຳພະ ສູດມົນແລ້ວສັນເພນ, ແຫ່ນາກ ສູ່ຂວັນນາກ, ພະທີ່ນິມົນມາເປັນພະຫັດຖະບາດທຸກອົງ, ສ່ວນກາງຄືນ ເຈົ້າສັດທາ ມີໝອນລວມໄປເຖິງວັດຖຸປັດໄຈທອດໃຫ້, ບ່າຍສາມໂມງ ຈະຕີກອງ ແຫ່ບັ້ງໄຟຮອບຫໍແຈກ ແລະ ສິມ ເຊິ່ງມີມວນຊົນມາເບິ່ງ ຢ່າງຄັບຄາໜ້າແໜ້ນ.

ມີການຟ້ອນລໍາ ສະແດງທ່າທາງສຸພາບ ຮຽບຮ້ອຍ ແລະ ຕະຫລົກ ເຮຮາຕ່າງໆ, ທັງແຕ່ງເປັນ ເຈົ້ານາຍກໍມີ, ແຕ່ງເປັນຜູ້ຍິງ ຟ້ອນລຳຕ່າງໆ, ແຕ່ງເປັນຍັກ ເປັນໂຂນ, ຕຶກແຫ, ຫາປາ, ຂາຍປາ, ອ່ານໜັງສືພິມ ແລະ ເຊີ້ງຜູ້ເບິ່ງ ກໍຕັ້ງໃຈເບິ່ງ.

ຄັນຮອດເວລາ ກໍເອົາບັ້ງໄຟ ໄປຄ້າງ, ບັນດານາຍ ຊ່າງບັ້ງໄຟ ກໍມີການ ຕີມວຍ ຫຼິ້ນນທ່າຕ່າງໆ ເພື່ອໃຫ້ຄົນເບິ່ງ.

ແຕ່ ປັດຈຸບັນນີ້ ປະເພນີແບບນີ້ແມ່ນຫາເບິ່ງໄດ້ຍາກແລ້ວ ອີງຕາມການປ່ຽນແປງ ແຕ່ລະຍຸກ ແຕ່ລະສະໄໝ, ບາງຢ່າງເພິ່ນກໍບໍ່ໄດ້ປະຕິບັດແລ້ວ ແລ້ວແຕ່ຕາມຄວາມສະດວກຂອງບ້ານນັ້ນໆ ຈະມີພຽງການໄຫວ້, ຈູດບັ້ງໄຟ ແລະ ຄົບງັນທໍາມະດາເທົ່ານັ້ນ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.