Friday, March 21, 2025

VietJet ເປີດຕົວບໍລິການ ລະຫວ່າງຮ່າໂນ້ຍ ແລະ ເມວເບີນ, ເຊື່ອມຕໍ່ອາຊີ ແລະ ອົດສະຕາລີ ໃຫ້ໃກ້ຍິ່ງຂຶ້ນ

*ໂປຣໂມຊັນປີ້ຍົນຕະຫຼອດອາທິດສໍາລັບທຸກເສັ້ນທາງ ຫວຽດນາມ – ອົດສະຕາລີ.

(ນະຄອນຫຼວງວຽງຈັນ, ວັນທີ 06 ມີຖຸນາ 2024) ຖ້ຽວບິນທຳອິດຂອງ VietJet ຈາກຮ່າໂນ້ຍ, ຫວຽດນາມ ໄປ ເມວເບີນ, ປະເທດອົດສະຕາລີ ໄດ້ລົງຈອດຢູ່ສະໜາມບິນ ເມວເບີນ ເປັນທີ່ຮຽບຮ້ອຍ.

ຮ່າໂນ້ຍ – ເມວເບີນ ແມ່ນເສັ້ນທາງສາຍທີ່ 6 ຂອງ VietJet ເຊື່ອມຕໍ່ຫວຽດນາມ ກັບ ອົດສະຕາລີ ດ້ວຍຖ້ຽວບິນ 2 ຖ້ຽວ ທຸກໆວັນອັງຄານ ແລະ ວັນເສົາ ດ້ວຍເຮືອບິນ A330 ທີ່ກ້ວາງ ແລະ ທັນສະໄໝ, VietJet ສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການເດີນທາງລະຫວ່າງ ຮ່າໂນ້ຍ ແລະ ອົດສະຕາລີ ໃຫ້ສະດວກສະບາຍຫຼາຍຂຶ້ນ. ການຂະຫຍາຍຕາໜ່າງ ການບິນສາກົນໃນຄັ້ງນີ້ຍັງມອບຄວາມສະດວກໃຫ້ນັກທອ່ງທ່ຽວໃນພາກພື້ນອາຊີ ແລະ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປູ່ນ, ເກົາຫຼີໃຕ້ ແລະ ອື່ນໆ, ນັກເດີນທາງຈາກລາວສາມາດທ່ອງທ່ຽວໂດຍເສັ້ນທາງສາຍໃໝ່ໃນປີນີ້ ທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ.

ຮອງປະທານ Vietjet, ທ່ານ Nguyen Thi Thuy Binh ໃຫ້ຮູ້ວ່າ: “ນັບແຕ່ຖ້ຽວບິນທຳອິດຂອງ VietJet ໄປອົດສະຕາລີ ໃນເດືອນ ເມສາ 2023, ພວກເຮົາໄດ້ສືບຕໍ່ຂະຫຍາຍຕາໜ່າງການບິນເຊື່ອມຕໍ່ 5 ເມືອງໃຫຍ່ຂອງ ອົດສະຕາລີ ລວມມີ Melbourne, Sydney, Brisbane ແລະ Perth, Adelaide  ກັບນະຄອນໂຮ່ຈີມິນ, ເປີດໃຊ້ເສັ້ນທາງ ເມວເບີນ – ຮ່າໂນ້ຍ ໃນມື້ນີ້ ແລະ Sydney – Hanoi ໃນວັນທີ 08 ມິຖຸນາ 2024 ໄດ້ພິສູດໃຫ້ເຫັນວ່າ ຄໍາໝັ້ນສັນຍາຂອງພວກເຮົາໃນການພັດທະນາ ໂດຍສືບຕໍ່ຂະຫຍາຍເຄືອຂ່າຍ ແລະ ການບໍລິການທີ່ມີຄຸນນະພາບລະຫວ່າງ ອົດສະຕາລີ – ຫວຽດນາມ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້”

ທ່ານ Jim Paraskos ຫົວໜ້າສາຍການບິນ ສະໜາມບິນ Melbourne ໃຫ້ຮູ້ວ່າ: ການຂະຫຍາຍຕົວຂອງຕະຫຼາດ ຫວຽດນາມ ແມ່ນມີຄວາມພົ້ນເດັ່ນຫຼັງຈາກການລະບາດ. ທ່ານກ່າວຕື່ມວ່າ: ການເພີ່ມທະວີຄວາມສາມາດໃນຕະຫຼາດໄດ້ສ້າງຜົນປະໂຫຍດໃນດ້ານລາຄາປີ້ຍົນທີ່ປະຢັດກວ່າ, ແຕ່ຍັງນອນຢູ່ໃນຕະຫຼາດທີ່ມີມູນຄ່າສູງ. ຖ້ຽວບິນຮ່າໂນ້ຍຈະເພີ່ມປະສິດທິພາບໃຫ້ຖ້ຽວບິນໂຮ່ຈີມິນ ແລະ ຖືເປັນຈຸດເຊື່ອມຕໍ່ໃໝ່ລະຫວ່າງ ອົດສະຕາລີ  ແລະ ຈຸດໝາຍປາຍທາງອື່ນໆໃນອາຊີດ້ວຍເຄືອຂ່າຍການບິນຂອງ Vietjet. ຫວຽດນາມ ​ຖືເປັນ 1 ໃນ 10 ອັນດັບ ສະຖານທີ່​ທ່ອງ​ທ່ຽວ​ຂອງນັກທ່ອງທ່ຽວຈາກອົດສະຕາລີ.”

ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຄາດວ່າຈະດຶງດູດການລົງທຶນ ແລະ ຕ້ອນຮັບນັກທ່ອງທ່ຽວ, ນັກສຶກສາ, ຄອບຄົວ, ໂອກາດໃນການເຮັດວຽກຢູ່ ເມືອງ Victoria. ປະກອບສ່ວນເຂົ້າໃນການຟື້ນຟູການທ່ອງທ່ຽວຂອງລັດ Victoria ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ ໃຫ້ໄດ້ໃນປີ 2025 ແລະ ສ້າງລາຍຮັບຈາກການທ່ອງທ່ຽວບັນລຸ 53 ຕື້ USD ແລະ ຄາດວ່າຈະມີນັກທ່ອງທ່ຽວ 111,8 ເທື່ອ/ຄົນໃນປີ 2028.

VietJet ຈະເປີດເສັ້ນທາງ Hanoi – Sydney ໃນວັນທີ 08 ມິຖຸນາ 2024 ໃຫ້ໃຊ້ບໍລິການໃນວັນນີ້. ປັດຈຸບັນ VietJet ໄດ້ດຳເນີນຖ້ຽວບິນ 58 ຖ້ຽວຕໍ່ອາທິດທີ່ເຊື່ອມຕໍ່ຫວຽດນາມ ແລະ ອົດສະຕາລີ.

ເພື່ອສະເຫຼີມສະຫຼອງ, ສາຍການບິນໄດ້ມອບໂປຣໂມຊັນ ຈາກ USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ສໍາລັບປີ້ຊັ້ນປະຢັດ, ນຳໃຊ້ໄດ້ກັບຖ້ຽວບິນຫວຽດນາມ ແລະ ອົດສະຕາລີ ຈົນຮອດວັນທີ 10 ມິຖຸນາ 2024, ເພີ່ມນໍ້າໜັກກະເປົາໄດ້ 20 ກິໂລ ສຳລັບອາຫານແລະ ບອ່ນນັ່ງສ່ວນຫຼຸດແມ່ນແຕກຕ່າງກັນໄປຕາມເສັ້ນທາງ ແລະ ມື້ເດີນທາງ.

ນອກຈາກນັ້ນ, VietJet ຍັງໃຫ້ບໍລິການຊັ້ນທຸລະກິດໂດຍບໍ່ຕ້ອງຕໍ່ແຖວ ພ້ອມຫອ້ງຮັບແຂກພິເສດ, ມີອາຫານແຊບໆ ຄອຍບໍລິການຕະຫຼອດຖ້ຽວບິນ ແລະ ເພີ່ມນໍ້າໜັກກະເປົາໄດ້ເຖິງ 60 ກິໂລ ບວກກັບ Golf set, ຫ້ອງໂດຍສານສ່ວນຕົວ ແລະ ບ່ອນນັ່ງທີ່ປັບໄດ້ເຖິງ 180 ອົງສາ. ຕັ້ງແຕ່ມື້ນີ້ຈົນຮອດວັນທີ 14 ມິຖຸນາ, ຄ່າປີ້ໂດຍສານທຸລະກິດແມ່ນຫຼຸດ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ພຽງແຕ່ທ່ານໃຊ້ລະຫັດໂປຣໂມຊັນ SBJUNE50.

ຜູ້ໂດຍສາຍທີ່ບິນກັບ VietJet ຈະໄດ້ຮັບປະກັນໄພການເດີນທາງ Skecare ຟຣີ, ນອກຈາກນັ້ນຜູ້ໂດຍສານ ທີ່ບິນໃນລະດູຮ້ອນນີ້ຍັງໄດ້ຮັບຄະແນນແລກຂອງລາງວັນກັບ VietJet Sky joy Loyalty.

VietJet ຍີນດີຕອ້ນຮັບຜູ້ໂດຍສາຍທຸກຄົນທີ່ຈະບິນໄປທົ່ວໂລກດ້ວຍເຮືອບິນໃໝ່ທີ່ທັນສະໄໝ ເປັນມິດກັບສີ່ງແວດລອ້ມ, ພະນັກງານການບິນທີ່ເປັນມືອາຊີບ ແລະ ມີຄວາມຕັ້ງໃຈ, ພ້ອມແລ້ວທີ່ຈະມອບປະສົບການທີ່ດີທີ່ສຸດກັບອາຫານຫວຽດນາມ ແລະ ອາຫານສາກົນທີ່ເຮັດສົດໃໝ່ທຸກຈານບໍ່ວ່າຈະເປັນ: ​​Pho, Banh Mi  ພ້ອມຮັບຊົມການສະແດງສິລະປະວັດທະນະທໍາຢູ່ລະດັບຄວາມສູງ 10,000 ແມັດ ໃນໂອກາດສຸດພິເສດ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່