Tag: ບຸນອອກພັນສາ

ກິດຈະກຳ ແລະ ບັນດາຂໍ້ຫ້າມ ໃນບຸນຊ່ວງເຮືອປະຈໍາປີ 2022 ທີິ່ທ່າວັດຈັນ

ທ່ານ  ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງ ຮອງເຈົ້າເມືອງຈັນທະບູລີ ໄດ້ໃຫ້ຮູ້ວ່າ ໃນການກະກຽມ ບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ 2022 ທີິ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນຈະໄດ້ຈັດໃຫຍ່ ເພື່ອເປັນການຮັກສາ-ເສີມຂະຫຍາຍງານບຸນປະເພນີ ແລະ ເພື່ອສົ່ງເສີມການທ່ອງທ່ຽວ ຢູ່ ເມືອງຈັນທະບູລີ ກໍ່ຄື ຢູ່ໃນນະ ຄອນຫຼວງວຽງຈັນ ໃຫ້ກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ.

ນະຄອນຫຼວງວຽງຈັນ ຈະຈັດບຸນຊ່ວງເຮືອ 4 ວັນ ໃນວັນທີ 8-11 ຕຸລານີ້

ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ໄດ້ໃຫ້ຮູ້ວ່າ: ການຈັດງານງານບຸນອອກພັນສາປະວໍລະນາ ຫຼື ບຸນຊ່ວງເຮືອ ປະຈໍາປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນ ແມ່ນຈະເນັ້ນຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີທີ່ເຄີຍສືບທອດກັນມາແຕ່ບູຮານ ແລະ ມີຫຼາກຫຼາຍກິດຈະກຳເພື່ອດຶງດູດຜູ້ເຂົ້າມາທ່ຽວຊົມ ໄລຍະເວລາ 4 ວັນ.

ມາແລ້ວ! ລາຍການເຄື່ອນໄຫວບຸນອອກພັນສາ ຢູ່ນະຄອນ ຫຼວງພະບາງ

ຄະນະກຳມະການຈັດງານບຸນອອກພັນສາປະວໍລະນາ ຄ.ສ 2022 ປະຈຳນະຄອນ ຫຼວງພະບາງ ໄດ້ກຳນົດລາຍການເຄື່ອນໄຫວບຸນ ທັງໝົດ 3 ວັນ ຕັ້ງແຕ່ວັນທີ 9-11 ກັນຍາ 2022 ເຊິ່ງແຕ່ລະມື້ຈະມີກິດຈະກຳທີ່ແຕກຕ່າງກັນໄປ ແລະ ໃນຕອນແລງຈະມີການຈັດປະທີບ ຫຼື ໂຄມໄຟ ງາມໆໃຫ້ເບິ່ງຕາມວັດຕະຫຼອດ 3 ວັນຂອງງານບຸນອອກພັນສາ.