ນະຄອນຫຼວງວຽງຈັນ ຈະຈັດບຸນຊ່ວງເຮືອ 4 ວັນ ໃນວັນທີ 8-11 ຕຸລານີ້

ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ໄດ້ໃຫ້ຮູ້ວ່າ: ການຈັດງານງານບຸນອອກພັນສາປະວໍລະນາ ຫຼື ບຸນຊ່ວງເຮືອ ປະຈໍາປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນ ແມ່ນຈະເນັ້ນຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີທີ່ເຄີຍສືບທອດກັນມາແຕ່ບູຮານ ແລະ ມີຫຼາກຫຼາຍກິດຈະກຳເພື່ອດຶງດູດຜູ້ເຂົ້າມາທ່ຽວຊົມ ໄລຍະເວລາ 4 ວັນ.

ສຳລັບກິດຈະກຳການເຄື່ອນໄຫວ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຈະປະກອບມີ: ກິດຈະກຳທາງດ້ານສາດສະໜາ ແລະ ຮີດຄອງປະເພນີ, ມີພິທີສູດອອກພັນສາ ປະວໍລະນາ, ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ, ມີພິທີວຽນທຽນ, ໄຫຼເຮືອໄຟໂຄກ ສ່ວນຢູ່ທ່າວັດຈັນຈະມີການລອຍກະໂທງ ແຕ່ບໍ່ອານຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.

ສຳລັບກິຈະກຳການຊ່ວງເຮືອ ຈະມີການແຂ່ງເຮືອທີ່ທ່າວັດຈັນ ປະຈຳປີ 2022 ຄາດຄະເນເຮືອເຂົ້າຮ່ວມການແຂ່ງຂັນ ປະມານ 26 ລຳ ໃນນັ້ນປະເພດເຮືອ 12 ສີພາຍ ມີປະມານ 8 ລຳ ເຮືອປະເພນີ ຍິງ 55 ສີພາຍ ປະມານ 4 ລຳ ແລະ ເຮືອປະເພນີ ຊາຍ 55 ສີພາຍ 10 ລຳ.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,