Monday, March 24, 2025

ພອນຣິສາ ຈິດຕະພົງ (ໂນ້ນີ) ໂຄສົກນ້ອຍ ຮ້ອຍຄວາມສາມາດ.

ຫຼາຍທ່ານຄົງຈະເຄີຍໄດ້ຍິນນ້ຳສຽງຂອງນ້ອງ ພອນຣິສາ ຈິດຕະພົງ ຫຼື ດີເຈໂນ້ນີ ໄວ 12 ປີ ທີ່ຈັດລາຍການ “ຊີວິດອິນເທຣນ” ທີ່ຄື້ນ MCK radio FM 98,8 Mhz ວິທະຍຸ ນະຄອນຫຼວງ ວຽງຈັນ ເຊິ່ງນ້ອງເປັນອີກຄົນໜຶ່ງ ທີ່ມີນ້ຳສຽງທີ່ອ່ອນຫວານ, ໃສ ແລະ ມີຄວາມເປັນເອກະລັກຂອງໂຕເອງ, ເຮັດໃຫ້ຜູ້ຟັງຫຼາຍໆທາ່ນຕ່າງກໍສະອອນໃນນ້ຳສຽງຂອງນ້ອງ. ນອກຈາກ ການເປັນນັກຈັດລາຍການວິທະຍຸແລ້ວ ໂນ້ນີ ຍັງມີຄວາມສາມາດໃນການເປັນພິທີກອນ, ການເດີນແບບ ແລະ ມີຜົນງານອື່ນໆອີກຫຼາຍຜົນງານ ຈົນໄດ້ຮັບສາຍາ ວ່າ: “ໂຄສົກນ້ອຍ ຮ້ອຍຄວາມສາມາດ” ເຊິິ່ງ ປັດຈຸບັນ ນ້ອງໂນ່ນີ້ ເປັນນັກຮຽນຢູ່ຊັ້ນ ມໍ3 ໂຮງຮຽນ ມ.ສ ວຽງຈັນ.

ແຕ່ກ່ອນທີ່ ໂນ້ນີ ຈະກ້າວເຂົ້າມາເປັນນັກຈັດລາຍການວິທະຍຸ ເຂົາເລີ່ມເຂົ້າສູ່ເວທີການເດີນແບບຕັ້ງແຕ່ອາຍຸ 5 ປີ, ໂດຍມີແມ່ເປັນຜູ້ຮັບງານ ແລະ ຈັດເລື່ອງຄິວໃຫ້ທຸກຢ່າງ, ນ້ອງຂຶ້ນເວທີທຳອິດ ແມ່ນເວທີປະກວດຂອງໂຮງຮຽນ ອະນຸບານ ທະນາຄານແຫ່ງ ສປປ ລາວ, ຮູ້ສຶກມັກຮັກໃນການເດີນແບບ, ເລາະປະກວດທຸກເວທີທີ່ຈັດການເດີນແບບ, ເກືອບທຸກເວທີທີ່ໄດ້ຮັບລາງວັນ, ເຖິງຈະບໍ່ໄດ້ເປັນທີ່ 1 ກໍຕາມ, ສຳລັບຈຸດເດັ່ນຂອງນ້ອງແລ້ວ ເປັນຄົນທີ່ມີພອນສະຫວັນທາງດ້ານນ້ຳສຽງ, ບຸກຄະລິກທ່າທາງ, ການວາງຕົວ ເປັນແບບຜູ້ໃຫຍ່.

ປີ 2017 ກໍໄດ້ເລີ່ມປະກວດໃນງານທີ່ໃຫຍ່ຂຶ້ນເຊັ່ນ: Lao super model  ໄດ້ເຂົ້າຮອບ 6 ຄົນສຸດທ້າຍ, ຕໍ່ມາໄດ້ເຂົ້າປະກວດ  kids and young model contes 2019 ໄດ້ຮັບລາງວັນຂວັນໃຈມະຫາຊົນ  ແລະ ໄດ້ປະກວດ miss beauty power Laos 2022 ໄດ້ຮັບຕຳແໜ່ງ miss singing star ມາຄອບຄອງ, ນອກຈາກນີ້ ຍັງມີງານພິທີກອນທີ່ໄອເຕັກ, ງານອີເວັ້ນຫຼາຍໆງານ, ງານຖ່າຍໂປຣໂໝດໂຄສະນາສິນຄ້າ ແລະ ໄດ້ສະແດງຊີລີ້ “ຍາແມ່ໄກ່” ຂອງໄກ່ໂອເວີແດນ ເຊິ່ງຮັບບົດເປັນນາງເອກຕອນນ້ອຍ.

ຫຼັງຈາກທີ່ເດີນສາຍປະກວດມາທາງ ລຸງ ອານຸສິດ ກຸລາວົງ, ປະທານ action pro ເພິ່ນເຫັນເຖິງຄວາມສາມາດ ໃນການເວົ້າ ການວ່າຂອງນ້ອງ ເພີ່ນເລີຍແນະນຳ ແລະ ຊັກຊວນໃຫ້ເຂົ້າສູ່ວົງການພິທີກອນ ວ່າໜ້າຈະໄປໄດ້ດີ, ອີກຢ່າງ ນ້ອງກໍເປັນຄົນຮັກມັກ ໃນສາຍພິທີກອນຢູ່ໃນຕົວ ແລະ ມີພອນສະຫວັນ ໃນການເວົ້າຢູ່ແລ້ວ ທາງລຸງເພິ່ນເລີຍຫາຄູມາສອນເພີ່ມ ເພື່ອໃຫ້ຄຳແນະນຳຕື່ມອີກ, ປັດຈຸບັນ ຈັດລາຍການວິທະຍຸຢູ່ຄື້ນ MCK Radio FM 98,8 Mhz ວິທະຍຸ ນະຄອນຫຼວງ ວຽງຈັນ ໄດ້ 5 ເດືອນແລ້ວ.

ສຳລັບນ້ອງ ໂນ້ນີ ແລ້ວ ການເປັນພິທີກອນ ຢາກກວ່າການເດີນແບບ ເພາະມັນເປັນທັກສະ ໃນການເວົ້າ ໂດຍທີ່ເຮົາຈະຈັດລຽງຄຳເວົ້າ ອອກມາແນວໃດໃຫ້ຜູ້ຟັງ ມີຄວາມສົນໃຈໃນສີ່ງທີ່ເຮົາເວົ້າ, ສິ່ງໃດທີ່ເຮົາ ຄວນເວົ້າ ແລະບໍ່ຄວນເວົ້າອອກໄປ,  ແຕ່ນ້ອງກໍມີຄວາມພູມໃຈ ໃນຄວາມສາມາດຂອງຕົນເອງ ທີ່ເຮັດອອກມາໄດ້ ແລະໄດ້ຮັບຄວາມຊົມເຊີຍຈາກຫຼາຍໆຄົນ ທີ່ມັກໃນນ້ຳສຽງການຈັດລາຍການຂອງນ້ອງ.

ນ້ອງໂນ້ນີ ຍັງເວົ້າອີກວ່າ: ການຮັບງານຫຼາຍໆງານພ້ອມກັນ ບໍ່ໄດ້ສົ່ງຜົນກະທົບຕໍ່ການຮຽນເລີຍ ເພາະນ້ອງຈະຮັບງານ ແຕ່ຕອນເລີກຮຽນ ຫຼື ວັນພັກເທົ່ານັ້ນ ໂດຍໄດ້ຖືເອົາການຮຽນເປັນຫຼັກ ແລະ ງານຕ່າງໆເປັນການຮຽນຮູ້ ເພື່ອເກັບກ່ຽວປະສົບການ, ນ້ອງຄິດວ່າ ຈະຮັບງານແບບນີ້ໄປຕະຫຼອດ ແລະ ພ້ອມເຝິກຜົນໂຕເອງໃຫ້ດີທີ່ສຸດ ເທົ່າທີ່ເດັກນ້ອຍຜູ້ໜຶ່ງຈະເຮັດໄດ້ ແລະ ຄວາມຝັນຂອງນ້ອງ ແມ່ນຢາກເປັນໝໍ ປິ່ນປົວຄົນເຈັບ ເພາະຈະໄດ້ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ.

ທ້າຍນີ້ ກໍຢາກຝາກເຖິງໝູ່ເພືີອນ ທີ່ກຳລັງຮຽນຢູ່ຕອນນີ້ ຈົ່ງຕັ້ງໃຈຮຽນ ເພາະການຮຽນບໍ່ມີວັນສິ້ນສຸດ ແລະ ມັນຈະຢູ່ເປັນຄວາມຮູ້ ຄູ່ໂຕເຮົາໄປຕະຫຼອດ, ຈົ່ງຮັກໃນສິ່ງທີ່ໂຕເອງມັກ ແລະ ຢ່າຢຸດຝັນຂອງຕົນເອງ ບໍ່ວ່າຊິເກີດບັນຫາຫຍັງຂຶ້ນ ເຮົາຈະຕ້ອງກ້າວຜ່ານມັນໄປໃຫ້ໄດ້ ເພື່ອອະນາຄົດທີ່ດີຂອງເຮົາເອງ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.