Tag: ພາສີ

ເຈົ້າໜ້າທີ່ພາສີກວດພົບ! ການລັກລອບຂົນສົ່ງເຄື່ອງເກືອດຫ້າມ ເປັນອາວຸດ ແລະ ຢາສູບໄຟຟ້າ 600 ກອກ

ເຈົ້າໜ້າທີ່ພາສີຂົວມິດຕະພາບ I ໄດ້ໃຫ້ຮູ້ວ່າ ໃນຂະນະທີ່ປະຕິບັດໜ້າທີ່ກວດລົດທີ່ຜ່ານເຂົ້າດ່ານ ໄດ້ພົບເຫັນລົດຂອງຜູ້ຖືກສົງໃສ ທະບຽນ ກງ 5939 ໜອງຄາຍ (ປະເທດໄທ) ຂົນແກັດເຈັ້ຍຍາວ 01 ແກັດ ເຈົ້າໜ້າທີ່ເລີຍກວດຄົ້ນ ເລີຍພົບເຫັນອາວຸດເສິກພາບໃນກ່ອງເປັນປືນຍາວ KM 12 DERYA 1 ກະບອກ ທີ່ຜະລິດຈາກປະເທດຕຸກກີ ຜ່ານການສືບສວນຂອງເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ ຜູ້ກ່ຽວຊື່ທ້າວ ພິທັກ ສຸກເສີນ ອາຍຸ 42 ປີ ສັນຊາດໄທ.