ເຈົ້າໜ້າທີ່ພາສີກວດພົບ! ການລັກລອບຂົນສົ່ງເຄື່ອງເກືອດຫ້າມ ເປັນອາວຸດ ແລະ ຢາສູບໄຟຟ້າ 600 ກອກ

ເຈົ້າໜ້າທີ່ພາສີຂົວມິດຕະພາບ I ໄດ້ໃຫ້ຮູ້ວ່າ ໃນຂະນະທີ່ປະຕິບັດໜ້າທີ່ກວດລົດທີ່ຜ່ານເຂົ້າດ່ານ ໄດ້ພົບເຫັນລົດຂອງຜູ້ຖືກສົງໃສ ທະບຽນ ກງ 5939 ໜອງຄາຍ (ປະເທດໄທ) ຂົນແກັດເຈ້ຍຍາວ 01 ແກັດ ເຈົ້າໜ້າທີ່ເລີຍກວດຄົ້ນ ເລີຍພົບເຫັນອາວຸດເສິກ ພາຍໃນກ່ອງເປັນປືນຍາວ KM 12 DERYA 1 ກະບອກ ທີ່ຜະລິດຈາກປະເທດຕວກກີ ຜ່ານການສືບສວນຂອງເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ ຜູ້ກ່ຽວຊື່ທ້າວ ພິທັກ ສຸກເສີນ ອາຍຸ 42 ປີ ສັນຊາດໄທ.

ໃນມື້ດຽວກັນ ເຈົ້່າໜ້າທີ່ກໍຍັງໄດ້ກັກໂຕ ທ້າວ ໂກລາວິດ ສຸລິນທາໃຈ ອາຍຸ 25 ປີ ສັນຊາດໄທ ເພາະນໍາເຂົ້າຢາສູບໄຟຟ້າ Quik Cola Lemon ຈໍານວນ 600 ກອກ ມູນຄ່າ 942,85 ໂດລາສະຫະລັດຜະລິດຈາກປະເທດຈີນ ເຊິ່ງສິນຄ້າດັ່ງກ່າວເປັນສິນຄ້າທີ່ບໍ່ມີການແຈ້ງລາຍລະອຽດຕໍ່ເຈົ້າໜ້າທີ່ພາສີ ແລະ ບໍ່ມີອະນຸຍາດຈາກຂະແໜງການທິີ່ກ່ຽວຂ້ອງ.

ຢາສູບໄຟຟ້າທີ່ເຈົ້າໜ້າທີ່ຢຶດມາໄດ້ນັ້ນ ປັດຈະບັນແມ່ນຮັກສາໄວ້ຢູ່ໃນສາງດ່ານພາສີສາກົນຂົວມິດຕະພາບ 1 ແລະ ກຽວຈະສົ່ງມອບໃຫ້ຂະແໜງກ່ຽວຂ້ອງນໍາໄປທຳລາຍຢ່າງເປັນທາງການ.

ຂໍ້ມູນຈາກ: ຄວາມສະຫງົບ Lao Security News

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...