ໃນປີ 2020 ຍັງມີຜູ້ບໍ່ຮູ້ໜັງສື 773 ລ້ານຄົນໃນທົ່ວໂລກ ໃນນັ້ນມີ 2 ໃນ 3 ແມ່ນແມ່ຍິງທີ່ຂາດທັກສະການອ່ານການຂຽນໂດຍພື້ນຖານ, ສຳລັບ ສປປ ລາວ ສະເພາະສົກຮຽນ 2021-2022 ອັດຕາປະລະການຮຽນຈາກຊັ້ນປະຖົມສຶກສາຢູ່ທີ່ 4,9% ແລະ ມັດທະຍົມຕົ້ນຢູ່ທີ່ 11%.

ເນື່ອງໃນວັນສາກົນແຫ່ງການຮຽນຮູ້ໜັງສື ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ຄົນທັງຫລາຍໄດ້ຮຽນຮູ້ໜັງສືໃຫ້ຫລາຍຂຶ້ນ, ຫລຸດພົ້ນຈາກຄວາມບໍ່ຮູ້ໜັງສື, ສາມາດອ່ານອອກ ຂຽນເປັນ ຈົບການສຶກສາພາກບັງຄັບ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງຜູ້ຮຽນໃຫ້ດີຂຶ້ນ.

ເຖິງວ່າລັດຖະບານ ແລະອົງການຕ່າງໆ ຈະໃຫ້ການສະໜັບສະໜູນ ໃນເລືື່ອງຂອງການສຶກສາຢູ່ເລື້ອຍໆ ກໍຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ຜູ້ດ້ອຍໂອກາດຈຳນວນໜຶ່ງ ທີ່ບໍ່ຮູ້ໜັງສື, ຍັງມີເດັກນ້ອຍໃນເກນອາຍຸຈຳນວນໜຶ່ງ ບໍ່ໄດ້ເຂົ້າເຖິງການສຶກສາໄດ້ຢ່າງເຕັມສ່ວນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: ປະເທດລາວ Pathedlao

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້