Tag: ການຮຽນ

ຈົ່ງເຂົ້າໃຈນ້ອງເຈນ Z! ແຕ່ລຸ້ນອ້າຍລຸ້ນເອື້ອຍ ກໍຕ້ອງປັບຕົວນຳ.

ຄົນເຈນ Z ຄືຄົນທີ່ຢູ່ໃນຊ່ວງໄວເລີ່ມຕົ້ນເຮັດວຽກ ທີ່ມີອາຍຸບໍ່ເກີນ 28 ປີ ຫຼື ອາດຈະອ່ອນກວ່ານັ້ນເລັກໜ້ອຍ ຖືວ່າເປັນຄົນໄວເຮັດວຽກທີ່ຈະເຂົ້າມາເປັນກຳລັງແຮງໃຫ້ກັບອົງກອນຫຼາຍໆບ່ອນຢູ່ໃນປັດຈຸບັນນີ້.

ແບ່ງເວລາແນວໃດ ນັກສຶກສາທີ່ຮຽນ ແລະ ເຮັດວຽກຄວບຄູ່ກັນໄປນຳ.

ເວລາຂອງທຸກຄົນມີມື້ໜຶ່ງ 24 ຊົ່ວໂມງເທົ່າກັນ ແຕ່ຫຼາຍໆຄົນມັກຈະເວົ້າວ່າ ບໍ່ມີເວລາ ສາເຫດສ່ວນໜຶ່ງມາຈາກການບໍລິຫານເວລາ ຈຶ່ງເຮັດໃຫ້ຊີວິດວຸ້ນວາຍ, ເວລາເປັນສັບສິນທີ່ມີຄ່າ ແລະ ມີຄວາມສຳຄັນກັບທຸກຄົນ ເຖິງແມ່ນວ່າ ເຮົາຈະມີຫຼາຍສິ່ງຫຼາຍຢ່າງ ທີ່ບໍ່ຄືກັນເຊັ່ນ: ຮູບຮ່າງໜ້າຕາ, ຖານະທາງຄອບຄົວ, ສັງຄົມທີ່ຢູ່ອາໄສ ແຕ່ມີສິ່ງໜຶ່ງທີ່ທຸກຄົນມີເທົ່າກັນກໍຄືເວລາ ມື້ນີ້ເຮົາຈະພາມາເບິ່ງການແບ່ງເວລາແບບນ້ອງນັກສຶກສາກັນ.

ຍ້ອນຄວາມເອົາໃຈໃສ່ ແລະ ຄວາມອົດທົນໃນການຮ່ຳຮຽນ ຈຶ່ງເຮັດໃຫ້ໄດ້ຮັບທຶນການສຶກສາ

ຊີວິດຂອງຄົນເຮົາເກີດມາໃນຖານະຄອບຄົວ ແລະ ຄວາມສົບບຸນແບບທີ່ບໍ່ຄືກັນ ຈຶ່ງເຮັດໃຫ້ການດຳລົງຊີວິດມີຄວາມຫຍຸ້ງຍາກ ທີ່ແຕກຕ່າງກັນໄປ ແຕ່ຍ້ອນຄວາມຕັ້ງໃຈ ແລະ ມີຄວາມມະນະອົດທົນ ສ້າງຜົນການຮຽນທີ່ດີ ຈຶ່ງເຮັດໃຫ້ນ້ອງໆໄດ້ຮັບທຶນການສຶກສາຈາກ ເອັດສຊີຈີ ໃນຄັ້ງນີ້ ມື້ນີ້ເຮົາມີໂອກາດ ໄດ້ສຳພາດນ້ອງໆນັກສຶກສາບາງສ່ວນ ທີ່ໄດ້ຮັບທຶນ ເພື່ອແບ່ງເບົາພາລະຂອງຄອບຄົວ.

ໃນ ສປປ ລາວ ສົກຮຽນ 2021-2022 ມີອັດຕາປະລະການຮຽນ ຂອງມັດທະຍົມຕົ້ນສູງເຖິງ 11%

ໃນປີ 2020 ຍັງມີຜູ້ບໍ່ຮູ້ໜັງສື 773 ລ້ານຄົນໃນທົ່ວໂລກ ໃນນັ້ນມີ 2 ໃນ 3 ແມ່ນແມ່ຍິງທີ່ຂາດທັກສະການອ່ານການຂຽນໂດຍພື້ນຖານ, ສຳລັບ ສປປ ລາວ ສະເພາະສົກຮຽນ 2021-2022 ອັດຕາປະລະການຮຽນຈາກຊັ້ນປະຖົມສຶກສາຢູ່ທີ່ 4,9% ແລະ ມັດທະຍົມຕົ້ນຢູ່ທີ່ 11%.