ຈົ່ງເຂົ້າໃຈນ້ອງເຈນ Z! ແຕ່ລຸ້ນອ້າຍລຸ້ນເອື້ອຍ ກໍຕ້ອງປັບຕົວນຳ.

ຄົນເຈນ Z ຄືຄົນທີ່ຢູ່ໃນຊ່ວງໄວເລີ່ມຕົ້ນເຮັດວຽກ ທີ່ມີອາຍຸບໍ່ເກີນ 28 ປີ ຫຼື ອາດຈະອ່ອນກວ່ານັ້ນເລັກໜ້ອຍ ຖືວ່າເປັນຄົນໄວເຮັດວຽກທີ່ຈະເຂົ້າມາເປັນກຳລັງແຮງໃຫ້ກັບອົງກອນຫຼາຍໆບ່ອນຢູ່ໃນປັດຈຸບັນນີ້.

ລັກສະນະຂອງຄົນເຈນ Z ແມ່ນເຕີບໃຫຍ່ມາກັບໂລກອອນລາຍ ທັງການຮຽນ ແລະ ການເຮັດວຽກ ເຊິ່ງເຂັ້ມຂຸ້ນກວ່າຄົນເຈນ Y ແລະ X ເຊິ່ງສ່ວນໜຶ່ງເປັນເພາະວິກິດ COVID-19 ໃນປີ 2020-2023 ທີ່ເຮັດໃຫ້ໄດ້ບໍລິຫານເວລາຮຽນ ຫຼື ເວລາເຮັດວຽກດ້ວຍໂຕເອງ ເຖິງວ່າຈະສົ່ງຜົນຕໍ່ການເຮັດວຽກສູງ ແລະ ມີປະສົບການໃນການໃຊ້ເທັກໂນໂລຊີທີ່ລ້ຳໜ້າກວ່າລຸ້ນອ້າຍ ແລະ ລຸ້ນພໍ່ ແຕ່ກໍສ້າງບັນຫາດ້ານພຶດຕິກຳໃໝ່ຂຶ້ນມາເຊັ່ນກັນ.

ບັນຫາດັ່ງກ່າວ ເປັນຕົ້ນແມ່ນ ການເຮັດວຽກໜັກຈົນລືມເວລາ (ເພາະບໍ່ໃຜຄວບຄຸມເວລາເລີ່ມຕົ້ນ ແລະ ຊິ້ນສຸດການເຮັດວຽກ) ເຮັດໃຫ້ເກີດບັນຫາດ້ານສຸຂະພາບກາຍ ແລະ ການຂາດທັກສະທາງສັງຄົມໃນຊີວິດຈິງ ເຊິ່ງສົ່ງຜົນເຮັດໃຫ້ເກີດບັນຫາດ້ານບຸກຄະລິກກະພາບ ແລະ ສຸຂະພາບຈິດຕາມມາ.

ແນ່ນອນວ່າ, ຄົງບໍ່ມີອົງກອນໃດປະຕິເສດການຮັບຄົນເຈນ Z ເຂົ້າເຮັດວຽກ ພຽງເພາະບັນຫາດັ່ງກ່າວ, ເນື່ອງຈາກບຸກຄະລາກອນທຸກຊ່ວງໄວຕ່າງກໍມີບັນຫາຕ່າງກັນອອກໄປຕາມຍຸກ ຕາມສະໄໝກັນທັງນັ້ນ, ໂດຍໃນພາບລວມຄຳແນະນຳສ່ວນໃຫຍ່ສຳລັບຜູ້ບໍລິຫານ ແແລະ ຜູ້ຈັດການ ເພື່ອຊ່ວຍໃຫ້ຄົນເຈນ Z ເຮັດວຽກຮ່ວມກັບຄົນເຈນ Y ແລະ ເຈນ X ຈຶ່ງມັກເນັ້ນໄປທີ່ການສ້າງຄວາມສຳພັນລະຫວ່າງເຈນ (Generation) ເຊັ່ນ:

  • ສ້າງບັນຍາກາດ ການເຮັດວຽກແບບພີ່ນ້ອງ ໂດນເນັ້ນຄວາມສາມັກຄີ ການເຄົາລົບເຊິ່ງກັນ ແລະ ກັນ, ເປີດກວ້າງເພື່ອຮັບຟັງຄວາມເຫັນ, ສະໜັບສະໜຸນດ້ວຍໃຈທີ່ເປັນທຳ ແລະ ມີຄວາມເປັນກັນເອງ.
  • ອາໄສການແລກປ່ຽນປະສົບການ ແລະ ຄຳແນະນຳຈາກຜູ້ອາວຸໂສ ໂດຍບໍ່ບັງຄັບ ຫຼື ວິພາກວິຈານພຶດຕິກຳທີ່ແຕກຕ່າງ.
  • ມອບໝາຍພາລະກິດທີ່ຕ້ອງໃຊ້ຄວາມຮ່ວມມືຂອງຫຼາຍໄວ ເພື່ອກະຕຸ້ນໃຫ້ເກີດການແລກປ່ຽນຮຽນຮູ້.
  • ສື່ສານຢ່າງກົງໄປກົງມາ ແຕ່ໃຫ້ກຽດ ບໍ່ວິພາກວິຈານໂດຍກົງ.
  • ຮຽນຮູ້ວິທີການຈ່າຍງານ ແລະ ການໃຫ້ຂໍ້ມູນທີ່ເໝາະສົມກັນແຕ່ລະເຈນ.
  • ກຳນົດຄ່ານິຍົມ ແລະ ເປົ້າໝວາຍຮ່ວມທີ່ຊັດເຈນ ເພື່ອຄວາມຮ່ວມມື.
  • ຈັດກິດຈະກຳກຸ່ມສ້າງສຳພັນ ເພື່ອຫຼຸດຊ່ອງຫວ່າງລະຫວ່າງໄວ ໂດຍໃຫ້ຄວາມສຳຄັນກັບການເຫັນພ້ອມກັນແບບສັນທະມິດໄມຕີ ບໍ່ບັງຄັບໃຊ້ອຳນາດເດັດຂາດ ໂດຍຄົນໃດຄົນໜຶ່ງ.

ທັງນີ້, ຄົນເຈນ Z ເປັນເຈນທີ່ຕ້ອງການໃຫ້ຜູ້ນຳອົງກອນ, ຜູ້ບໍລິຫານ ແລະ ຜູ້ຈັດການ ເປັນຄົນທີ່ເຂົ້າໃຈ, ຟັງ ແລະ ຊ່ວຍເຫຼືອພວກເຂົາ ດັ່ງນັ້ນ, ພວກເຂົາເຫຼົ່ານີ້ຈຶ່ງຄວນເຂົ້າໃຈ ແລະ ຕອບສະໜອງນ້ອງເຈນ Z ຢ່າງສ້າງສັນ ພ້ອມຍຶດແນວທາງຄຸນປະໂຫຍດຕໍ່ອົງກອນຮ່ວມກັນກັບພະນັກງານນຳ.

ກົງກັນຂ້າມ ນອກຈາກອ້າຍໆ ຈະຕ້ອງໄດ້ປັບໂຕແລ້ວ ຜູ້ຮັບບຸກຄະລາກອນເຈນ Z ເຂົ້າເຮັດວຽກ ກໍຄວນຫາແນວທາງໃຫ້ນ້ອງເຈນ Z ໄດ້ປັບໂຕນຳ ເຊັ່ນວ່າ: ການເຮັດຄວາມເຂົ້າໃຈວັດທະນະທຳອົງກອນການເຮັດວຽກຮ່ວມກັບຄົນຕ່າງຊ່ວງໄວຢ່າງເໝາະສົມ ໂດຍເນັ້ນປະໂຫຍດ ເພື່ອສ້າງບຸກຄະລິກກະພາບທີ່ດີ ແລະ ທັກສະການເຮັດວຽກຮ່ວມກັນເປັນທີມ ຂອງນ້ອງໆ ຕັ້ງແຕ່ມື້ທຳອິດທີ່ເຂົ້າມາເຮັດວຽກໃນອົງກອນ ເພື່ອໃຫ້ທັງ 3 Generation ເຮັດວຽກຮ່ວມກັນດ້ວຍຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...