Microsoft ເປີດຕົວ Copilot for Finance ຜູ້ຊ່ວຍ AI ສໍາລັບຜູ້ຊ່ຽວຊານດ້ານການເງິນ.

ທີ່ມາ: Microsoft

Microsoft ປະກາດເປີດໂຕ Microsoft Copilot for Finance ເຊິ່ງເປັນຊຸດຄວາມສາມາດໃໝ່ລ້າສຸດຂອງ Copilot ໂດຍຄວາມສາມາດນີ້ ສາມາດໃຊ້ແຕ່ສໍາລັບລູກຄ້າທຸລະກິດທີ່ໃຊ້ Microsoft Copilot for Microsoft 365 ທີ່ພັດທະນາຄວາມສາມາດສໍາລັບການເງິນໂດຍສະເພາະ.

ຄຸນນະສົມບັດທີ່ສໍາຄັນຂອງ Copilot for Finance ແມ່ນຈະເຮັດວຽກຮ່ວມກັບແອັບ Microsoft ໃນ Microsoft 365, ລວມທັງການວິເຄາະຂໍ້ມູນຈາກ Excel, ການກະກຽມຂໍ້ມູນສໍາລັບການນໍາສະເໜີ ແລະ ປັບປຸງຂະບວນການເຮັດວຽກໃນ Outlook, ນອກຈາກນີ້ ມັນຍັງສາມາດລວມຂໍ້ມູນທີ່ຢູ່ໃນ SAP ແລະ Dynamics 365 ມາຊ່ວຍໃນການປະມວນຜົນໄດ້ ໂດຍຈະເພີ່ມຟີເຈີອື່ນອີກໃນອະນາຄົດ.

Microsoft ຍັງໄດ້ກ່າວອີກວ່າວ່າ Copilot for Finance ຈະເຈົ້າມາເສີມກັບຊຸດ Copilot ສໍາລັບການເຮັດວຽກທີ່ປ່ອຍອອກມາກ່ອນໜ້ານີ້ຄືສ່ວນ Sales ຝ່າຍຂາຍ ແລະ Service งานบริการลูกค้า

ທີ່ມາ: Microsoft

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.