Sunday, March 23, 2025

4 ເລື່ອງໜ້າຮູ້ ຂອງປີ “ອະທິກະມາດ”

ປີ “ອະທິກະມາດ” ຫຼື ເອີ້ນແບບເຂົ້າໃຈງ່າຍໆວ່າ ເປັນປີທີ່ “ເດືອນ ກຸມພາ ມີ 29 ມື້” ເຊິ່ງມີອີ່ຫຍັງຫຼາຍກວ່າການສະຫຼອງວັນເກີດໃນຮອບ 4 ປີ.

  1. ອະທິກະມາດ” ເປັນຄຳທີ່ເຂົ້າໃຈໄດ້ທັງ 3 ປະເທດໃນອາຊຽນກໍຄື: ລາວ, ກຳປູເຈຍ ແລະ ໄທ; ໂດຍຄຳນີ້ ມີຣາກຄຳສັບມາຈາກພາສາສັນສະກິດ ເຊິ່ງແປວ່າ: ເດືອນເພີ່ມ (ອະທິກະ = ເພີ່ມ, ມາດ = ເດືອນ) ແລະ ເຖິງແມ່ນວ່າ ໄທ ມີຄຳເອີ້ນຢ່າງເປັນທາງການວ່າ “ອະທິກະສຸຣະທິນ” ແຕ່ຄົນໄທກໍຍັງເຂົ້າໃຈຄຳວ່າ “ອະທະກະມາດ” ຢູ່ຄືເກົ່າ.
  2. “ອະທິກະມາດ” ບໍ່ແມ່ນປີ ຄສ. ທີ່ຫານ 4 ລົງຕົວ ແຕ່ຍັງມາພ້ອມຂໍ້ຍົກເວັ້ນທີ່ເຊື່ອງຊ້ອນຄື:
    • ຍົກເວັ້ນປີທີ່ເລກ 2 ຫຼັກທ້າຍເປັນ 00 ເຊັ່ນ ກຸມພາ ຄສ.1900 ມີ 28 ມື້ຄືເກົ່າ
    • ຍົກເວັ້ນປີທີ່ເລກ 2 ຫຼັກທ້າຍເປັນ 00 ແຕ່ 2 ຫຼັກທຳອິດຫານດ້ວຍ 4 ລົງຕົວ ເຊັ່ນ ກຸມພາ ຄສ. 2000 ຈະມີ 29 ມື້.
  3. ເດັກນ້ອຍທີ່ເກີດວັນທີ 29 ກຸມພາ ຕ່າງປະເທດມັກເອີ້ນວ່າ ລີບລິ່ງ (Leaplings) ຫຼື Leap Year Babies ເຊິ່ງ Leap ແປວ່າ “ໂດດ ຫຼື ຂ້າມ”.
  4. ຫຼາຍປະເທດເຊື່ອວ່າປີ “ອະທິກະມາດ” ເປັນປີທີ່ດີໃນການປ່ຽນແປງເຊັ່ນ:
    • ຊາວຈີນລຸ້ນເກົ່າບາງສ່ວນເຊື່ອວ່າ “ຖ້າແຕ່ງງານປີນີ້ ຈະມີລູກຫຼາຍກວ່າປີອື່ນ”
    • ທີ່ປະເທດໄອຣ໌ແລນ ມີຄວາມເຊື່ອກັນວ່າ ຄົນແຕ່ງງານປີນີ້ ຈະມີຄວາມສຸກ ແລະ ໂຊກດີ
    • ທີ່ປະເທດສະກັອດແລນ ຍົກໃຫ້ມື້ນີ້ ເປັນມື້ທີ່ແມ່ຍິງຂໍຜູ້ຊາຍແຕ່ງງານໄດ້
    • ຄົນອັງກິດ ແລະ ອີຕາລີ ບາງສ່ວນ ເຊື່ອວ່າ ປີນີ້ເປັນປີທີ່ດີ ໃນການເລີ່ມຕົ້ນໂຄງການໃໝ່ໆ

ແລ້ວຢູ່ບ້ານເຮົາເດລະ! ມີຄວາມເຊື່ອດີໆ ກ່ຽວກັບປີ “ອະທິກະມາດ” ອີກແດ່ ເອົາມາບອກເຮົາແນ່ເດີ້!!!

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່