Tuesday, March 18, 2025

ຍ້ອນຄວາມເອົາໃຈໃສ່ ແລະ ຄວາມອົດທົນໃນການຮ່ຳຮຽນ ຈຶ່ງເຮັດໃຫ້ໄດ້ຮັບທຶນການສຶກສາ

ຊີວິດຂອງຄົນເຮົາເກີດມາໃນຖານະຄອບຄົວ ແລະ ຄວາມສົບບູນແບບທີ່ບໍ່ຄືກັນ ຈຶ່ງເຮັດໃຫ້ການດຳລົງຊີວິດມີຄວາມຫຍຸ້ງຍາກ ທີ່ແຕກຕ່າງກັນໄປ ແຕ່ຍ້ອນຄວາມຕັ້ງໃຈ ແລະ ມີຄວາມມະນະອົດທົນ ສ້າງຜົນການຮຽນທີ່ດີ ຈຶ່ງເຮັດໃຫ້ນ້ອງໆໄດ້ຮັບທຶນການສຶກສາຈາກ ເອັດສຊີຈີ ໃນຄັ້ງນີ້ ມື້ນີ້ເຮົາມີໂອກາດ ໄດ້ສຳພາດນ້ອງໆນັກສຶກສາບາງສ່ວນ ທີ່ໄດ້ຮັບທຶນ ເພື່ອແບ່ງເບົາພາລະຂອງຄອບຄົວ.

ນາງ ທິບມະນີ ພົມມະຈັກ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ  ພາກວິຊາ ວິສະວະກຳຂົວທາງ ເວົ້າວ່າ: ພາບບັນຍາກາດໃນມື້ທີໄດ້ຮັບທຶນ ມັນເປັນພາບແຫ່ງຄວາມຫວັງ ແລະ ຄວາມຝັນໄປຄວບຄູ່ກັນ ນ້ອງມີຄວາມຮູ້ສຶກຫຼາຍກວ່າຄຳວ່າດີໃຈ ຈົນບໍ່ສາມາດບັນຍາຍອອກມາເປັນຄຳເວົ້າໄດ້, ເຫດຜົນທີ່ນ້ອງມາສະມັກທຶນໃນຄັ້ງນີ້ ຍ້ອນວ່າທາງຄອບຄົວມີຄວາມຫຍຸ້ງຍາກ ໃນດ້ານເສດຖະກິດ, ຂາດທຶນຮອນໃນການສຶກສາ ກ່ອນໜ້າທີຈະໄດ້ຮັບທຶນ ນ້ອງກໍໄດ້ແບ່ງເວລາວ່າງ ເປັນຕົ້ນແມ່ນ ຕອນກາງຄືນໄປເຮັດວຽກ ເພື່ອຫາເງິນມາເປັນທຶນໃນການສຶກສາ ແລະ ເງື່ອນໄຂຂອງປີ 3 ແມ່ນເລື່ອງຂອງການໄປລົງເຝິກງານ, ອີກຢ່າງກໍໄດ້ມີລາຍວິຊາຮຽນເພີ່ມຂຶ້ນ ຈຶ່ງເຮັດໃຫ້ນ້ອງຕ້ອງໄດ້ຢຸດເຮັດວຽກພາດທາມ.

ສຳລັບຈຸດພິເສດຂອງນ້ອງ ທີ່ເຮັດໃຫ້ໄດ້ຮັບທຶນໃນຄັ້ງນີ້ ນ້ອງຄິດວ່າເປັນຜົນການຮຽນຂອງນ້ອງທີ່ໄດ້ສ້າງເກດສະເລ່ຍ ທີ່ສະສົມມາສູງສົມຄວນ  ນ້ອງຫວັງວ່າທຶນທີ່ໄດ້ມານີ້ ຈະຊ່ວຍສ້າງໃຫ້ເປົ້າໝາຍ, ຄວາມຫວັງ, ຄວາມຝັນທີ່ເຮົາຕັ້ງໄວ້ໄປສູ່ຜົນສຳເລັດ.

ວີດີໂອສຳພາດ: ນາງ ທິບມະນີ ພົມມະຈັກ

ທ້າວ ໄຊສົມພອນ ກອງມະນີ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ສາຂານິຕິສາດ ແລະ ລັດຖະສາດ ເວົ້າວ່າ: ຖ້າເຮົາຕັ້ງໃຈສຶກສາຮ່ຳຮຽນ ແລະ ຊ່ວຍເຫຼືອສັງຄົມ ຜົນທີ່ເຮົາສ້າງມານັ້ນ ຈະເຮັດໃຫ້ເຮົາໄດ້ຮັບຜົນຕອບແທນຢ່າງຄຸ້ມຄ່າ.

ນ້ອງມີຄວາມມັກຮັກໃນດ້ານງານກິດຈະກຳ ມັກຈະເຂົ້າປະກວດໃນງານຕ່າງໆ ເພື່ອຍາດລາງວັນ ແຕ່ນ້ອງກໍບໍ່ເຄີຍປະລະການຮຽນ ແລະ ນ້ອງຈະນຳເງິນສ່ວນທີ່ໄດ້ ຈາກການແຂງຂັນມາເປັນທຶນການສຶກສາ ເຖິງແມ່ນວ່າມັນຈະບໍ່ຫຼາຍ ແຕ່ກໍເຮັດໃຫ້ເຮົາພູມໃຈໃນສິ່ງທີ່ເຮົາຫາມາໄດ້.

ການໄດ້ຮັບທຶນ ເອັດສຊີຈີ ຄັ້ງນີ້ ນ້ອງຮູ້ສຶກພາກພູມໃຈ, ປະທັບໃຈ ທີ່ເພີ່ນແນມເຫັນເຖິງໂອກາດ ການສຶກສາ ເຊິ່ງທຶນນີ້ ກໍເປັນທຶນທີ່ສ້າງໃຫ້ຫຼາຍໆຄົນ ໄດ້ມີໂອກາດສະໝັກ ເຊິ່ງນ້ອງກໍເປັນໜຶ່ງໃນນັ້ນ, ທີ່ເປັນຄົນຂາດທຶນໃນການສຶກສາ ມີຖານະຄອບຄົວທີ່ບໍ່ສົມບູນແບບ ເພາະພໍ່ແມ່ໄດ້ແຍກທາງກັນຕັ້ງແຕ່ນ້ອງໄດ້ 2 ປີ ເພາະສະນັ້ນຄອບຄົວຈຶ່ງມີຄວາມຫຍຸ້ງຍາກ ດ້ານທຶນຮອນໃນການສຶກສາ, ການໄດ້ຮັບທຶນຄັ້ງນີ້ ນ້ອງຈະນຳເອົາໄປຊື້ຕຳລາຕ່າງໆທີ່ກ່ຽວຂ້ອງກັບການຮຽນ ເພື່ອຈະໃຫ້ມີຄວາມຮູ້ເທົ່າທັນກັນຍຸກສະໄໝໃໝ່ ທີ່ປ່ຽນໄປຢ່າງກວ້າງໄກ ທີ່ສຳຄັນທີ່ສຸດ ກໍຈະແບ່ງເງິນສ່ວນໜຶ່ງ ຊ່ວຍເຫຼືອຄອບຄົວ ເວລາທີ່ຈຳເປັນ ໂດຍສະເພາະເວລາທີ່ເຈັບໄຂ້ໄດ້ປ່ວຍ.

ວີດີໂອສຳພາດ: ທ້າວ ໄຊສົມພອນ ກອງມະນີ

ທ້າວ ເກດສະໜາ ຮິ້ວມະນີ ນັກສຶກສາ ມະຫາວິທະຍາໄລສຸຂະພາບ ສາຂາວິຊາການແພດ ເວົ້າວ່າ: ພູມໃຈທີ່ຖືກເລືອກໃຫ້ໄດ້ຮັບທຶນ ເພາະຜ່ານມານ້ອງເອງ ກໍໄດ້ຕັ້ງໃຈຮຽນ ແລະ ໄດ້ຮັບຜົນການຮຽນດີມາຕະຫຼອດ, ພ້ອມທັງຮ່ວມສ້າງກິດຈະກຳຕ່າງໆ ທີ່ເປັນການຊ່ວຍສັງຄົມ ແລະ ສູ້ຊີວິດມາຕະຫຼອດ.

ການໄດ້ຮັບທຶນນີ້ ແມ່ນເປັນສິ່ງທີ່ສຳຄັນຫຼາຍສຳລັງນ້ອງ ເພາະມັນເຮັດໃຫ້ມີກຳລັງໃຈ, ມີແຮງບັນດານໃຈ ແລະ ມີແຮງສູ້ຕໍ່ໄປ, ໃນຕອນທີ່ບໍ່ໄດ້ທຶນການສຶກສານີ້ ມີຄວາມກັງວົນຫຼາຍ ວ່າຈະເຮັດໃຫ້ຮຽນບໍ່ຈົບ ເພາະການຮຽນແພດ ຕ້ອງໄດ້ໃຊ້ເວລາດົນ ແລະ ຕົ້ນທຶນກໍສູນຳອີກ.

ທ້າຍນີ້ ນ້ອງທັງ 3 ຄົນກໍຕ້ອງຂໍຂອບໃຈ ສຳລັບຜູ້ສະໜັບສະໜູນທຶນການສຶກສາໃນຄັ້ງນີ້ ທີ່ເບິ່ງເຫັນຄວາມສຳຄັນຂອງການສຶກສາ ແລະ ຊູກຍູ້ໃຫ້ຜູ້ທີ່ຂາດທຶນຮອນໃນການສຶກສາ ໃຫ້ມີແຮງບັນດານໃຈ ໃນການສູ້ຕໍ່ໄປ ຕາມຄວາມຝັນທີ່ໄດ້ຕັ້ງໄວ້ ພ້ອມທັງຊູກຍູ້ ໃຫ້ນັກຮຽນນັກສຶກສາ ເປັນຄົນດີຂອງສັງຄົມ, ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ຄອບຄົວ, ມີຄວາມຮັບຜິດສອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ວີດີໂອສຳພາດ: ທ້າວ ເກດສະໜາ ຮິ້ວມະນີ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.