Tag: ໄຂ້ຍຸງ

ໃນປີ 2022 ໄຂ້ຍຸງລາຍ ພາກຊີວິດຄົນລາວເພີ່ມ 3 ຄົນ

ສູນການແພດສຸຂະສຶກສາ ໄດ້ລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍທົ່ວປະເທດ ນັບແຕ່ຕົ້ນປີ ຈົນເຖິງ ວັນທີ 20 ມິຖຸນາ 2022 ນີ້ວ່າ:  ສປປ ລາວ ເຮົາ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 167 ກໍລະນີ, ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 3.132 ກຳລະນີ ແລະ ມີຜູ້ເສຍຊີວິດສະສົມ 3 ຄົນຢູ່ແຂວງສາລະວັນ 2 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ.

ລະວັງ! ອີກສອງເດືອນຕໍ່ໜ້າ ໄຂ້ຍຸງອາດລະບາດກວ່າເກົ່າ ທຸກພາກສ່ວນຕ້ອງປ້ອງກັນຮ່ວມກັນ!

ຈາກສະຖິຕິນັບແຕ່ທ້າຍປີ 2018 ມາຮອດເດືອນກໍລະກົດນີ້, ໃນຂອບເຂດທົ່ວປະເທດມີຜູ້ເປັນພະຍາດໄຂ້ຍຸງລາຍແລ້ວ 10,77 ພັນກໍລະນີ ແລະ ຕາຍແລ້ວ 25 ກໍ ລະນີຊຶ່ງຄາດວ່າໃນລະຫວ່າງເດືອນສິງຫາ, ກັນຍາທີ່ຈະມາເຖິງນີ້ພະຍາດດັ່ງກ່າວຍັງຈະສືບຕໍ່ເພີ່ມຫຼາຍຂຶ້ນຢູ່, ຫາກທົ່ວສັງຄົມບໍ່ເປັນເຈົ້າການຮ່ວມກັນໃນການປະຕິບັດ 5 ປໍແລະຖ້າຫາກຮູ້ວ່າເປັນໄຂ້ໃຫ້ເຂົ້າມາກວດທັນທີເພື່ອປ້ອງກັນບໍ່ໃຫ້ເຖິງຂັ້ນອັນຕະລາຍ. ທ່ານ ຮສ ດຣ...