ຂໍຂອບໃຈນຳຜູ້ສະໜັບສະໜູນ

ສູນການແພດສຸຂະສຶກສາ ໄດ້ລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍທົ່ວປະເທດ ນັບແຕ່ຕົ້ນປີ ຈົນເຖິງ ວັນທີ 20 ມິຖຸນາ 2022 ນີ້ວ່າ:  ສປປ ລາວ ເຮົາ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 167 ກໍລະນີ, ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 3.132 ກຳລະນີ ແລະ ມີຜູ້ເສຍຊີວິດສະສົມ 3 ຄົນຢູ່ແຂວງສາລະວັນ 2 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ.

ເພື່ອບໍ່ໃຫ້ມີກໍລະນີຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນອີກ ທຸກຄົນຄວນທີ່ຈະປະຕິບັດ 5 ປໍ ຢູ່ເລື້ອຍໆຄື:

  1. ປິດຝາພາຊະນະ ທີ່ມີນໍ້າພາຍໃນເຮືອນ ແລະນອກເຮືອນ
  2. ປ່ຽນນໍ້າ ແລະ ຜັດຖູພາຊະນະຕ່າງໆພາຍໃນເຮືອນ
  3. ປ່ອຍປາຫາງນົກຍຸງ
  4. ປັບປຸງບໍ່ໃຫ້ມີນໍ້າຄ້າງ, ຂັງກະໂປະ, ກະປ໋ອງ
  5. ປະຕິບັດ ເປັນປະຈຳທຸກໆອາທິດ

ຖ້າທຸກຄົນປະຕິບັດ 5ປໍດັ່ງກ່າວເປັນປະຈຳ ເຊື່ອວ່່າພະຍາດດັ່ງກ່າວຕ້ອງ ຫຼຸດໜ້ອຍຖອຍລົງຢ່າງແນ່ນອນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ

Hits: 12

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້