Mark Zuckerberg ໂຊຕົ້ນແບບ! ແວ່ນຕາ VR 4 ແບບຂອງ META

ແວ່ນຕາ VR ທີ່ເຄີຍພັດທະນາໃນຫ້ອງແລັບຂອງບໍລິສັດ Meta ມີຈຳນວນທັງໝົດ 4 ລຸ້ນໂດຍທັງ 4 ລຸ້ນຈະມີລັກສະນະພິເສດທີ່ແຕກຕ່າງກັນ ແລະ ບໍ່ແມ່ນແວ່ນຕາທີ່ວາງຂາຍ

Mark Zuckerberg ແລະ Michael Abrash ຫົວໜ້ານັກວິທະຍາສາດຂອງ Reality Labs ໄດ້ກຳນົດຄວາມທ້າທາຍທີ່ຕ້ອງແກ້ໄຂຢູ່ ສີ່ປະການ ເຊິ່ງມີເລື່ອງຂອງ Varifacal, ຄວາມຜິດພ້ຽນ, ຄວາມລະອຽດຂອງພາບ ແລະ HDR ເຊິ່ງຈະໄດ້ທົດສອງໂຕຈິງຢູ່ 4 ລຸ້ນຄື

  • ແວ່ນຕາລຸ້ນທຳອິດແມ່ນມີຊື່ວ່າ Butterscoth ເປັແວ່ນຕາທີ່ມີຄວາມລະອຽດສູງຫຼາຍໃນລະດັບ near retinal resolution
  • ແວ່ນຕາລຸ້ນທີສອງ Haft Dome ຈະຊ່ວຍທົດສອບເລື່ອງ varifocal ຫຼື multifocal depth ເຊິ່ງເປັນການໂຟກັດກັບວັດຖຸເທິງຈໍທີ່ມີໄລຍະໃນໂລກສະເໝືອນນັ້ງເອງ ຈະໃກ້ຈະໄກມັນຈະໃຫ້ຄວາມຮູ້ສຶກຕ່າງກັນ ເຊິ່ງແວ່ນໂຕນີ້ໄດ້ໃຊ້ eye tracking ເຂົ້າຊ່ວຍ
  • ແວ່ນລຸ້ນທີສາມ ຈະເປັນແວ່ນຕາທີ່ທົດສອບເລື່ອງຂແງ HDR ໂດຍມີຄວາມສະຫວ່າງຫຼາຍເຖິງ 20.000 nits ເຊິ່ງຖ້າໃຫ້ປຽບທຽບກໍຈະສູງກວ່າໂທລະພາບ HDR ໃນປັດຈຸບັນເຖິງ 10 ເທົ່າໂຕ
  • ແວ່ນລຸ້ນທີສີ່ ມີຊື່ວ່າ HOLOCAKE ເປັນເທັກໂນໂລຍີທີ່ນໍາເອົາ 3 ຮູບແບບທີ່ກ່າວມານັ້ນ ເອົາມາລວມກັນ ແລ້ວຫຍໍ້ຂະໜາດແວ່ນໃຫ້ນ້ອຍລົງໃນລະດັບທີ່ໃສ່ໄດ້ສະດວກສະບາຍ

ຂໍ້ມູນຈາກ: RoadToVR

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...