Tag: ໜີ້ສິນ

7 ວິທີວາງແຜນການເງິນ ຂອງມະນຸດເງິນ​ເດືອນ​.

ຫຼາຍຄົນຄິດວ່າການປະຢັດເງິນແມ່ນເລື່ອງທີ່ຍາກ ແຕ່ຖ້າວາງແຜນການເງິນໃຫ້ດີໆ ຮີບຟ້າວປະຢັດເງິນຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຮົາກໍຈະມີເງິນເກັບສໍາລັບເຫດການສຸກເສີນໃນອະນາຄົດຢ່າງແນ່ນອນ.

ຄຳມ່ວນ ຍັງມີໜີ້ເກືອບ 500 ຕື້ກີບ! ຄາດວ່າອີກ 10 ປີ ຈຶ່ງຈະໃຊ້ໜີ້ໝົດ

ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ເມື່ອບໍ່ດົນຜ່ານມານີ້ວ່າ: ການປະຕິບັດວຽກງານການລົງທຶນ ໃນ 6 ເດືອນ ຂອງແຜນປີ 2022 ຢູ່ແຂວງຄຳມ່ວນ ໄດ້ວາງຄາດໝາຍການລົງທຶນມີປະສິດທິຜົນ, ໜີ້ສິນ ຫລຸດລົງ, ການຟຸມເຟືອຍໄດ້ຮັບການແກ້ໄຂເປັນຮູບປະທໍາ ເຊິ່ງການລົງທຶນຂອງລັດ ໄດ້ຈຳກັດໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ແລະ ສຳນັກງານຫ້ອງການບາງບ່ອນ ທີ່ເຫັນວ່າຍັງບໍ່ມີຄວາມຈຳເປັນແທ້ໆ.