ຄຳມ່ວນ ຍັງມີໜີ້ເກືອບ 500 ຕື້ກີບ! ຄາດວ່າອີກ 10 ປີ ຈຶ່ງຈະໃຊ້ໜີ້ໝົດ

ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ເມື່ອບໍ່ດົນຜ່ານມານີ້ວ່າ: ການປະຕິບັດວຽກງານການລົງທຶນ ໃນ 6 ເດືອນ ຂອງແຜນປີ 2022 ຢູ່ແຂວງຄຳມ່ວນ ໄດ້ວາງຄາດໝາຍການລົງທຶນມີປະສິດທິຜົນ, ໜີ້ສິນ ຫລຸດລົງ, ການຟຸມເຟືອຍໄດ້ຮັບການແກ້ໄຂເປັນຮູບປະທໍາ ເຊິ່ງການລົງທຶນຂອງລັດ ໄດ້ຈຳກັດໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ແລະ ສຳນັກງານຫ້ອງການບາງບ່ອນ ທີ່ເຫັນວ່າຍັງບໍ່ມີຄວາມຈຳເປັນແທ້ໆ.

ຂະນະທີ່ການແກ້ໄຂໜີ້ສິນໂຄງການພື້ນຖານໂຄງລ່າງ ຈ່າຍອະນຸມັດ ປີ 2022 ແມ່ນ 53,15 ຕື້ກີບ ແກ້ໄຂໄດ້ທັງໝົດ 54 ໂຄງການ. ມາຮອດປັດຈຸບັນ, ໜີ້ຍັງຄ້າງຈຳນວນ 478,95 ຕື້ກີບ ໂດຍລວມແລ້ວຖ້າຄວາມສາມາດໃນການສໍາລະໜີ້ ລະດັບນີ້ໃນແຕ່ລະປີ ອີກ 10 ປີ ຂ້າງໜ້າແຂວງຄໍາມ່ວນ ຈະສາມາດແກ້ໄຂໜີ້ສິນໄດ້.

ສຳລັບໂຄງການສະເໜີໃໝ່ ແມ່ນໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເປັນໂຄງການສາມາດຊຳລະໄດ້ຕາມກົດໝາຍ (ຈັດໃນສັດສ່ວນ ສະເໜີໃໝ່ 10%, ສືບຕໍ່ 40% ແລະ ໜີ້ສິນ 50%) ໄດ້ເຂັ້ມງວດໃນການກວດກາຄືນບັນດາໂຄງການທີ່ປະຕິບັດສຳເລັດ 100%.

ພ້ອມທັງ ໄດ້ສະເໜີໂຈະບັນດາໂຄງການທີ່ປະຕິບັດຊັກຊ້າ ຫລື ບໍ່ມີປະສິດທິຜົນ ແລະ ບໍ່ບັນຈຸບັນດາໂຄງການລົງທຶນຂອງລັດ ທີ່ບໍ່ໄດ້ຜ່ານການປະເມີນ ເພື່ອບໍ່ສ້າງໜີ້ສິນໃໝ່.

ຂໍ້ມູນຈາກ: Media Laos

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...