ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນການແຂ່ງຂັນ Lao Telecom E-sports MID-Season Championship 2022 ທີ່ໄດ້ຈັດຂື້ນໃນງານຕະຫຼາດນັດ ລາວ-ໂທລະຄົມ ຕະຫຼາດນັດຂອງຄົນຍຸກໃໝ່ “Lao Telecom Market” ຄັ້ງທີ 10 ທີ່ ສູນການຄ້າວຽງຈັນເຊັນເຕີ ເພື່ອຄັດເອົາຕົວແທນນັກກິລາທີມຊາດລາວ ໄປລົງແຂ່ງໃນລະດັບໂລກ.

ພາຍໃນງານໃຫ້ກຽດເປັນປະທານໂດຍ ທ່ານ ຂັວນເມືອງ ເຄືອເອມ ຮັກສາການຫົວໜ້າຝ່າຍ ການຕະຫຼາດ-ການຂາຍ ພ້ອມດ້ວຍຄະນະ, ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ໂຈນາທານ ສິລິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ, ພ້ອມດ້ວຍ ນັກກິລາ Esports ແລະ ຄູ່ຮ່ວມທຸລະກິດ ຂອງ ລາວ ໂທລະຄົມ.

ສຳລັບການແຂ່ງຂັນປະເພດເກມທີ່ໄດ້ຕົວແທນແລ້ວນັ້ນ ປະກອບມີ ປະເພດເກມ Tekken7, eFootball ແລະ Mobile Legends: Bang Bang ເຊິ່ງຜູ້ຊະນະການແຂ່ງຂັນແຕ່ລະປະເພດເກມໃນຄັ້ງນີ້ໄດ້ແກ່:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  1. ປະເພດເກມ Tekken7 ໄດ້ແກ່: Chabala ທີມຊະນະເລີດ,​ Mix-up ທີມຮອງຊະນະເລີດອັນດັບ 1, ທີມຮ່ວມ: Smokingpoop ເເລະ Steper ທີມຮອງຊະນະເລີດອັນດັບ 2.
  2. ປະເພດເກມ eFootball ໄດ້ແກ່: A-toiy-la ທີມຊະນະເລີດ, Owen_laos ທີມຮອງຊະນະເລີດອັນດັບ 1, ທີມຮ່ວມ: Tar2pd ເເລະ Tou159 ທີມຮອງຊະນະເລີດອັນດັບ 2.
  3. ປະເພດເກມ Mobile Legends: Bang Bang ໄດ້ແກ່: Niightmare Esports ທີມຊະນະເລີດ, Wawa gaming ທີມຮອງຊະນະເລີດອັນດັບ 1, ທີມຮ່ວມ: Team Evo ເເລະ KK JR ທີມຊະນະເລີດອັນດັບ 2.

ທີມທີ່ຊະນະເລີດຈະໄດ້ເຂົ້າຮ່ວມການແຂ່ງຂັນກິລາ Esports ຊິງແຊ້ມໂລກ 14th IESF World Championship BALI 2022 ທີ່ບາຫຼີ ປະເທດ ອິນໂດເນເຊຍ.

ຂໍ້ມູນຈາກ: Lao e-Sports Federation

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້