Monday, May 19, 2025
Kbank Laos โอน รับ จ่าย

Samsung ໄດ້ວາງຂາຍ Galaxy Z Flip4 ແລະ Galaxy Z Fold4 ຢ່າງເປັນທາງການທົ່ວປະເທດ ລາຄາດີ, ສີພິເສດ, ແລະ ຂອງແຖມສະເພາະເດືອນນີ້ເທົ່ານັ້ນ.

Samsung ເປີດເຜີຍວ່າ Galaxy Z Flip4 ແລະ Galaxy Z Fold4 ຍັງເປັນດາວເດັ່ນຂອງຕະຫຼາດໂທລະສັບມືຖືຈໍພັບໃນປີນີ້ ອີງຕາມການຕອບຮັບຂອງຜູ້ບໍລິໂພກ ແລະ ຍອດການຈອງຈົນຮອດວັນທີ 1 ກັນຍາ ທີ່ຜ່ານມານີ້ ສະແດງໃຫ້ເຫັນເຖິງຄວາມພ້ອມຂອງຕະຫຼາດໂທລະສັບມືຖືໜ້າຈໍພັບ, ເຊິ່ງກໍາລັງຈະກາຍເປັນມາດຕະຖານໃໝ່ຂອງໂທລະສັບມືຖືໃນອີກບໍ່ດົນ ແລະ ສໍາລັບຜູ້ທີ່ພາດການຈອງ Galaxy Z Flip4 ແລະ Galaxy Z Fold4 ແມ່ນສາມາດຫາຊື້ໄດ້ແລ້ວທີ່ຕົວແທນຈຳໜ່າຍຂອງ Samsung ໃນທົ່ວປະເທດ. ນອກນັ້ນ, ທ່ານຍັງຈະໄດ້ຮັບໂປຣໂມຊັນສຸດຄຸ້ມອີກດ້ວຍ.

ໂປຣໂມຊັນ ໃນໄລຍະວາງຈຳໜ່າຍສະເພາະ ເດືອນກັນຍາ ນີ້ ແມ່ນສາມາດຊື້ Galaxy Z Flip4 ແລະ Galaxy Z Fold4 ໃນລາຄາສຸດຄຸ້ມ ພ້ອມດ້ວຍເຕັກໂນໂລຊີລ່າສຸດ ແລະ ການອອກແບບນະວັດຕະກໍາທີ່ບໍ່ຄືໃຜຈາກຊໍາຊຸງ. ນອກຈາກນີ້, ທ່ານຍັງຈະ​ໄດ້​ຮັບ​ຂອງ​ແຖມ​ພິ​ເສດ​ເປັນລໍາໂພງ Samsung Soundbar ແລະ ເຄສແບບພິ​ເສດ​ສໍາ​ລັບ​ແຕ່​ລະ​ລຸ້ນ​ ໂດຍຂອງແຖມມີມູນຄ່າສູງເຖິງ 2.500.000 ກີບ.

“Galaxy Z Flip4 ແລະ Galaxy Z Fold4 ເປັນຫຼາຍກວ່ານະວັດຕະກໍາໂທລະສັບມືຖືຈໍພັບໄດ້ທີ່ກ້າວໜ້າທີ່ສຸດຂອງພວກເຮົາ. ເພາະທັງສອງລຸ້ນເປັນອີກບາດກ້າວໜຶ່ງໃນການພັດທະນາໂທລະສັບມືຖືໜ້າຈໍພັບໄດ້ ທີ່ບໍ່ພຽງແຕ່ຈະມີປະສິດທິພາບຫຼາຍຂຶ້ນ ຈົນເອີ້ນໄດ້ວ່າມັນສາມາດຮອງຮັບການນໍາໃຊ້ໃນຊີວິດປະຈໍາວັນໄດ້ຢ່າງຮອບດ້ານ ແລະ ມັນຍັງເຂົ້າກັນໄດ້ດີກັບວິຖີຊີວິດໃໝ່ໆຂອງການສື່ສານທີ່ຈະມາເຖິງໃນອະນາຄົດ ໂດຍຮູບແບບຂອງການນໍາໃຊ້ໂທລະສັບມືຖືຈໍພັບຂອງພວກເຮົາໃນມື້ນີ້ ອາດຈະກາຍເປັນພື້ນຖານຂອງການນໍາໃຊ້ໂທລະສັບມືຖືທົ່ວໂລກໃນອີກບໍ່ດົນ”. ຕົວແທນຈາກບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ກ່າວ.

ຜູ້ທີ່ສົນໃຈສາມາດສອບຖາມ ແລະ ສຳຜັດກັບປະສົບການໃຊ້ງານ Galaxy Z Flip4 ແລະ Z Fold4 ໄດ້ທີ່ຕົວແທນຈຳໜ່າຍຂອງຊໍາຊຸງທົ່ວປະເທດ ເຊິ່ງສາມາດຊື້ Galaxy Z Flip4 ທີ່ມີຄວາມຈຳ 128GB ໄດ້ໃນລາຄາ 17.999.000 ກີບ ແລະ Galaxy Z Fold4 ທີ່ມີຄວາມຈໍາ 256GB ໃນລາຄາ 29.999.000 ກີບ ພ້ອມຂອງແຖມພິເສດຕັ້ງແຕ່ມື້ນີ້ຈົນເຖິງ ວັນທີ 30 ກັນຍາ 2022.

ແລະສໍາລັບຜູ້ທີ່ສັ່ງຈອງ Galaxy Z Flip4 ແລະ Galaxy Z Fold4 ທົ່ວປະເທດໃນເດືອນສິງຫາ ສາມາດຕິດຕໍ່ເພື່ອຮັບເອົາໂທລະສັບຂອງທ່ານ ເພື່ອກ້າວເຂົ້າສູ່ໂລກຂອງການໃຊ້ໂທລະສັບມືຖືໃນຍຸກໃໝ່ຮ່ວມກັນ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້