ຕໍາຫຼວດ 500 ກວ່າຄົນ! ລົງອຳນວຍຄວາມສະດວກໃນການສັນຈອນ ໃນມື້ເປີດສົກຮຽນໃຫມ່.

ພະແນກຕໍາຫລວດຈະລາຈອນ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນມື້ເປີດສົກຮຽນໃໝ່ ໃນວັນທີ 1 ກັນຍາ 2022 ນີ້ ຕຳຫລວດຈະລາຈອນ ນວ 500 ກວ່ານາຍ ໄດ້ອຳນວຍຄວາມສະດວກການສັນຈອນຈໍານວນ 212 ຈຸດ.

ໃນນີ້, ຈຸດໂຮງຮຽນ ມີ 40 ຈຸດ, ຈຸດທາງ 3 ແຍກ 4 ແຍກ ມີ 107 ຈຸດ, ປ້ອມຍາມ ມີ 65 ປ້ອມ; ນອກນັ້ນ, ຍັງມີ ໜ່ວຍສາຍກວດສໍາລັບເລາະຈັດລະບຽບສາຍທາງຕື່ມອີກ.

ທ່ານ ພັທ ສັງຄົມ ຍົມມະລາດ ຮອງຫົວໜ້າພະແນກຕໍາ ຫລວດຈະລາຈອນ ນະຄອນຫລວງວຽງຈັນ ຍັງໄດ້ໃຫ້ຮູ້ອີກວ່າ: ການລົງປະຕິບັດໜ້າທີ່ຂອງກໍາລັງຕໍາຫລວດຈະລາຈອນ ໃນແຕ່ລະວັນ ຈະເນັ້ນໃສ່ 3 ໜ້າວຽກໃຫຍ່ ຄື: ວຽກໂຄສະນາ ແລະ ແນະນໍານັກຂັບຂີ່, ວຽກລະບາຍການສັນຈອນ ແລະ ວຽກບັງຄັບໃຊ້ກົດໝາຍ ເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ ສັນຈອນໄປມາຢ່າງມີຄວາມສະດວກ ແລະ ປອດໄພ.

ຂໍ້ມູນຈາກ:

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...