ເປີດສົກຮຽນໃໝ່ 2022-2023 ເນັ້ນປັບປຸງສະພາບແວດລ້ອມການສຶກສາໃຫ້ດີຂຶ້ນ.

ໃນວັນທີ 1 ກັນຍາ 2022 ຢູ່ສູນຂໍ້ມູນຂ່າວ ສານການສຶກສາ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ 2022-2023 ໃນທົ່ວປະເທດຢ່າງເປັນທາງການ ໂດຍການກ່າວເປີດພິທີຂອງທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ພຸດ ສິມມາລາວົງ ມີຄຳເຫັນວ່າ: ສົກຮຽນ 2022-2023 ນີ້, ທົ່ວຂະແໜງສຶກສາ ແລະ ກິລາ ແມ່ນຈະໄດ້ສຸມໃສ່ປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີຄັ້ງທີ IX (2021 2025) ໂດຍສະເພາະເສີມຂະຫຍາຍສິ່ງທີ່ພວກເຮົາເຮັດໄດ້ດີ ແລະ ແກ້ໄຂຂໍ້ຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນອັດຕາການເຂົ້າຮຽນ, ຄຸນນະພາບການຮຽນ- ການສອນ ແລະ ຄຸນນະພາບຂອງຜູ້ຮຽນ.

ແນວໃດກໍຕາມ, ສົກຮຽນນີ້ ແມ່ນມີຄວາມສະດວກຫຼາຍດ້ານ ຖ້າທຽບກັບ 2 ສົກຮຽນທີ່ຜ່ານມາ ເຊິ່ງມີການລະບາດຂອງພະຍາດ ໂຄວິດ-19. ແຕ່ເມື່ອຫວນຄືນເບິ່ງປະຫວັດການສຶກສາແລ້ວ, ເຮົາຈະເຫັນວ່າການສຶກສາບໍ່ເຄີຍຢຸດຕິ ບໍ່ວ່າຈະຢູ່ໃນພາວະທີ່ສັງຄົມມີຄວາມສະດວກ ຫລື ຫຍຸ້ງຍາກ, ແຕ່ນັກຮຽນ-ນັກສຶກສາ ກໍຕ້ອງໄດ້ຮັບການສຶກສາຢ່າງຕໍ່ເນື່ອງ.

ນາງ ບາງເພັດ ສີປະເສີດ, ຄູສອນປະຖົມຊັ້ນ ປ1 ໂຮງຮຽນສິນໄຊ ກ່າວວ່າ, ປີນີ້ເປັນປີທີ່ພິເສດ ເຊິ່ງທາງໂຮງຮຽນໄດ້ມີການຈັດພິທີເປີດສົກຮຽນໃໝ່ ແລະ ໄດ້ເລີ່ມເປີດຮຽນເປັນປົກກະຕິແລ້ວ, ຊ່ວງເວລາພັກ ເຮັດໃຫ້ເຮົາມີເວລາກະກຽມຫຼາຍໆຢ່າງ, ທີ່ຜ່ານມາ ຊ່ວງເດືອນ 8 ທາງໂຮງຮຽນ ກໍຈະໄດ້ມີການກະກຽມອຸປະກອນ ການຮຽນ-ການສອນ, ການແຕ່ງບົດສອນໃຫ້ກັບນັກຮຽນ ຖືວ່າກຽມພ້ອມທຸກຢ່າງ ທີ່ຈະກັບມາເປີດສົກຮຽນໃນຄັ້ງນີ້.

ທ້າວ ສົມຫວັງ ອາຍຸ 9 ປີ, ນັກຮຽນຫ້ອງປໍ 4/2 ໂຮງຮຽນສິນໄຊ ເວົ້າວ່າ: ຮູ້ສຶກດີໃຈຫຼາຍ ທີ່ໄດ້ກັບມາເຂົ້າໂຮງຮຽນອີກຄັ້ງ ພໍ່ກັບແມ່ ໄດ້ກຽມປື້ມ ແລະ ຊຸດນັກຮຽນໃໝ່ໃຫ້, ດີໃຈທີ່ໄດ້ມາພົບໝູ່ອີກເທື່ອໜຶ່ງ, ຊ່ວງເວລາຢູ່ບ້ານ ບໍ່ໄດ້ມາໂຮງຮຽນເທື່ອ ພໍ່ແມ່ກໍຈະສອນພາສາອັງກິດໃຫ້ ນ້ອງເປັນຄົນມັກຮຽນ ວິຊາພາສາອັງກິດຫຼາຍ, ປີນີ້ນ້ອງມີຄວາມຕັ້ງໃຈວ່າ ຈະຕັ້ງໃຈຮຽນໃຫ້ຫຼາຍກວ່າເກົ່າ, ຈະຊ່ວຍເຫຼືອໝູ່ຄູ່ ແລະ ຈະເປັນຄົນຄຳຮູ້ ຂອງພໍ່ແມ່ ແລະ ອ້າຍ-ເອື້ອຍຄູ.

ສ່ວນນາງ ອາທິຕາ ຈັນທະວົງສັກ ນັກຮຽນຊັ້ນມໍ 4/1 ໂຮງຮຽນສິນໄຊ ກ່າວວ່າ ນ້ອງມີຄວາມຕື່ນເຕັ້ນຫຼາຍ ທີ່ໄດ້ກັບມາຮຽນເຊິ່ງໜ້າກັບຄູ ແລະ ໄດ້ມາຮຽນຮ່ວມກັບໝູ່ເພື່ອນອີກຄັ້ງ, ການກັບມາຮຽນຄັ້ງນີ້ ນ້ອງໄດ້ກະກຽມຫຼາຍໆຢ່າງ ບໍ່ວ່າຈະເປັນ: ປື້ມ, ປິກ, ສໍ ແລະຊຸດນັກຮຽນ ທີ່ສຳຄັນຄືກຽມຄວາມພ້ອມ ເພື່ອການຮຽນໃຫ້ຫຼາຍຂຶ້ນ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...