6 ເດືອນຕົ້ນປີ 2022 ຄຳມ່ວນ ມີນັກທ່ອງທ່ຽວພາຍໃນ ມາທ່ຽວຫຼາຍທີ່ສຸດ.

ອີງຕາມຂໍ້ມູນຈາກ ພະແນກສະຖິຕິ ແລະ ວິໄຈການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ມີຈໍານວນນັກທ່ອງທ່ຽວພາຍໃນເຂົ້າທ່ອງທ່ຽວໃນບັນດາແຂວງທົ່ວປະເທດເຖິງ 756.338 ຄົນ ແລະ ແຂວງທີ່ນັກທ່ອງທ່ຽວເດີນທາງໄປຫຼາຍທີ່ສຸດ ແມ່ນແຂວງຄໍາມ່ວນ ທີ່ມີເຖິງ 161. 092 ຄົນ, ຮອງລົງມາແມ່ນແຂວງ ສະຫວັນນະເຂດ 120.357 ຄົນ.

ສໍາລັບຕົວເລກນັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາທ່ຽວໃນ 6 ເດືອນຕົ້ນປີ 2022 ແມ່ນມີຈໍານວນ 211.971 ຄົນ, ຈາກ ອາຊຽນ 199.038 ຄົນ, ອາຊີ ແລະ ປາຊີຟິກ 8.356 ຄົນ, ເອີຣົບ 2.446 ຄົນ, ທະວີບອາເມຣິກາ 1.888 ຄົນ, ອັບຟຣິກາ ແລະ ຕາເວັນອອກກາງ 243 ຄົນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...