NAKHONE PICTURE ຈາກ ລາວ ຊະນະເລີດແຂ່ງຂັນ “ຮູບເງົາສັ້ນຫົວໃຈແກ່ນ”

ຈົບໄປແລ້ວ ສໍາລັບ ເທດສະການຮູບເງົາເມືອງແຄນ ຄັ້ງທີ 6  ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 24-28 ສິງຫາ 2022 ທີ່ ຈັງຫວັດ ຂອນແກ່ນ, ປະເທດໄທ ເຊິ່ງໃນປີນີ້ກໍມີຫຼາກຫຼາຍກິດຈະກໍາໃຫ້ມວນຊົນໄດ້ຮ່ວມມ່ວນຊື່ນ ເຊິ່ງໜຶ່ງໃນກິດຈະກໍາທີ່ນັກສ້າງຮູບເງົາໃຫ້ຄວາມສົນໃຈນັ້ນກໍຄື ກິດຈະກໍາການປະກວດ “ຮູບເງົາສັ້ນ ຫົວໃຈແກ່ນ” ໂດຍມີນັກສ້າງຮູບເງົາເຂົ້າຮ່ວມແຂ່ງຂັນທົງໝົດ 20 ທີມ ທີ່ໄດ້ຮັບການຄັດເລືອກຈາກຕົວຢ່າງໜັງທັງໝົດ 60 ທີມ, ທີ່ມາຈາກ ສປປ ລາວ 8 ທີມ ແລະ ຈາກປະເທດໄທ 12 ທີມ.

ຜົນປະກົດວ່າ ທີມທີ່ສາມາດຍາດໄດ້ຊະນະເລີດ ແມ່ນທີມງານ NAKHONE PICTURE ຈາກ ສປປ ລາວ ໃນຜົນງານການສ້າງຮູບເງົາສັ້ນເລື່ອງ “Happy Birthday” (ສຸກສັນວັນເກີດ) ເຊິ່ງກໍາກັບໂດຍ: ສຸລິຍົງ ໄຊຍະວົງ, ເປັນຮູບເງົາແນວ ດຣາມາ ເຊິ່ງເນື້ອເລື່ອງເວົ້າເຖິງເດັກນ້ອຍຄົນໜຶ່ງທີ່ມີຄວາມຝັນຢາກເປັນ ນັກໄວໂອລິນ, ມາມື້ໜຶ່ງເກີດອຸປະຕິເຫດຕ້ອງກາຍເປັນຄົນພິການ ເຮັດໃຫ້ລາວໝົດກໍາລັງໃຈ, ແຕ່ດ້ວຍຄຳເວົ້າຂອງພໍ່ ແລະ ກໍາລັງໃຈຈາກຄອບຄົວ ເຮັດໃຫ້ລາວລຸກຂຶ້ນສູ້, ບໍ່ຍອມແພ້ກັບໂຊກສະຕາ ແລະ ກັບມາຫຼິ້ນໄວໂອລິນອີກຄັ້ງ.

ຜູ້ກໍາກັບຮູບເງົາເລື່ອງດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ເລື່ອງນີ້ແມ່ນໄດ້ຮັບແຮງບັນດານໃຈມາຈາກ ຄອບຄົວທີ່ໃຫ້ຄວາມສໍາຄັນໃນວັນເກີດຂອງເຮົາເອງ ແລະ ເຮົາເອງກໍຫຼີ້ນດົນຕີ (ເປຍໂນ, ຮ້ອງເພງແຕ່ນ້ອຍ),ແລະ ທຸກຕອນຂຶ້ນເວທີ, ພໍ່ແມ່ຄອຍຢືນຢູ່ຂ້າງເວທີໃຫ້ກຳລັງໃຈເຮົາຕະຫຼອດ,ກໍເລີຍເລືອກດົນຕີເປັນຫົວໃຈຫຼັກຂອງເລື່ອງ.

ໃນການຜະລິດຮູບເງົາສັ້ນເລື່ອງນີ້ ໃຊ້ໄວລາພຽງ 2 ມື້ໃນການຖ່າຍທຳ, ໃຊ້ເວລາຕັດຕໍ່ 6 ຊົ່ວໂມງ ເຊິ່ງຕ້ອງໄດ້ແຂ່ງກັບເວລາ ແລະ ພົບບັນຫາທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນເລື່ອງສະຖານທີ່ ເພາະບໍ່ແມ່ນບ້ານເຮົາ ເຊິ່ງພວກເຮົາຕ້ອງໃຊ້ເວລາຫາສະຖານທີ່ ແລະ ນັກສະແດງປະກອບ ເພື່ອໃຫ້ງານອອກມາດີທີ່ສຸດ.

ການຈັດງານເທດສະການຮູບເງົາເມືອງແຄນ ຄັ້ງທີ 6 ສະແດງໃຫ້ເຫັນການສົ່ງເສີມ ແລະ ສະໜັບສະໜູນອຸດສາຫະກໍາຮູບເງົາໃນພື້ນທີ່ພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ສປປ ລາວເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ເຮັດໃຫ້ເກີດຄວາມໜ້າສົນໃຈໃນອຸດສະຫະກໍາຮູບເງົາ ພ້ອມທັງເປັນການສ້າງແຮງບັນດານໃຈ ແລະ ໂອກາດ ໃຫ້ກັບນັກສ້າງຮູບເງົາຮຸ່ນໃໝ່.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...