
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ: ສະພາບລະດັບນໍ້າຂອງໃນວັນທີ 29 ຫາ 30 ສິງຫາ 2022 ໄດ້ມີການເພີ່ມຂຶ້ນສູງ ເຊິ່ງໃນນັ້ນລະດັບນໍ້າຂອງທີ່ສູງກ່ອນໝູ່ຢູ່ທີ່ 12,92 ແມັດ ເຊິ່ງເປັນລະດັບນໍ້າຂອງ ແຂວງ ຫຼວງພະບາງ ແລະ ແຂວງທີ່ມີລະດັບນໍ້າທີ່ໃກ້ລະດັບເຕືອນໄພຫຼາຍທີ່ສຸດແມ່ນ ນະຄອນຫຼວງວຽງຈັນ.

ປະຈຸບັນ, ຕາມລາຍງານໃນວັນທີ 30 ສິງຫາ ຂອງກົມອຸຕຸນິຍົມ ຈຸດວັດແທກລະດັບນໍ້າຂອງ ຈະເຫັນໄດ້ດັ່ງນີ້: ແຂວງ ຫຼວງພະບາງ ມີລະດັບນໍ້າຢູ່ທີ່ 12,92 ແມັດ, ນະຄອນຫຼວງວຽງຈັນ 9,16 ແມັດ, ປາກຊັນ 10,04 ແມັດ, ນະຄອນໄກສອນພົມວິຫານ 6.49 ແມັດ, ນະຄອນປາກເຊ 8,06 ແມັດ.
ຈາກລາຍງານຕົວເລກລະດັບນໍ້າຂອງ ສະພາບຂອງລະດັບນໍ້າຂອງກຳລັງຈະເຖິງລະດັບເຕືອນໄພ ເຊິ່ງມີຕົວເລກດັ່ງນີ້: ນະຄອນຫຼວງວຽງຈັນ ອີກ 2,34 ແມັດ, ນະຄອນປາກເຊ ອີກ 2.94, ປາກຊັນ ອີກ 3,46 ແມັດ, ທ່າແຂກ ອີກ 3,46 ແມັດ, ແຂວງ ຫຼວງພະບາງ ອີກ 4,58 ແມັດ, ນະຄອນໄກສອນພົມວິຫານ ອີກ 5,51 ແມັດ ຕາມລຳດັບ.

ແນວໃດກໍຕາມ ພະຍາກອນລະດັບນໍ້າ ໄດ້ໃຫ້ຮູ້ອີກວ່າ ນະຄອນຫຼວງວຽງຈັນ ລະດັບນໍ້າຈະເພີ່ມຂຶ້ນໃນວັນທີ 31 ສິງຫາ ແລະ ລົງໃນວັນທີ 1 ກັນຍາ, ປາກຊັນ ລະດັບນໍ້າຈະເພີ່ມຂຶ້ນເລື້ອຍໆ ແລະ ບັນດາແຂວງອື່ນໆລະດັບນໍ້າຈະຫຼຸດລົງ.
ປະຊາຊົນຜູ້ທີ່ອາໄສໃກ້ນໍ້າ ຄວນລະມັດລະວັງລະດັບນໍ້າທີ່ສູງຂຶ້ນ ເກັບເຄື່ອງເກັບຂອງໄວ້ໃນບ່ອນສູງເພື່ອປ້ອງກັນການນໍ້າຖ້ວມ ແລະ ຕິດຕາມການລາຍງານລະດັບນໍ້າຢູ່ເລື່ອຍໆ ເພື່ອເຮົາຈະກຽມພ້ອມຮັບມືໄດ້ທັນ.