Tag: Vietjet Air

Vietjet ເປີດໂຕໂປຣໂມຊັນ 9/9Mega Sale: ຮັບສ່ວນຫຼຸດ 99% ພ້ອມຟຣີນໍ້າໜັກກະເປົາເດີນທາງ

(ນະຄອນຫຼວງວຽງຈັນ, ວັນທີ 8 ກັນຍາ 2025) – ເຊີນຊວນນັກທ່ອງທ່ຽວໃຫ້ສະເຫຼີມສະຫຼອງວັນຄູ່ 9/9 ກັບສາຍການບິນ Vietjet ດ້ວຍໂປຣໂມຊັນປີ້ຍົນລາຄາຫຼຸດ 99% ສໍາລັບຄ່າປີ້ພື້ນຖານໃນທຸກໆເສັ້ນທາງ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິນ. ຜູ້ໂດຍສານຍັງຈະໄດ້ຮັບສິດຟຣີກະເປົາສຳລັບໂຫຼດໃຕ້ທ້ອງເຄື່ອງໜັກ 20 ກິໂລກຣາມ, ເຮັດໃຫ້ການຈັດກະເປົາສຳລັບການເດີນທາງຄັ້ງຕໍ່ໄປງ່າຍຂຶ້ນ.

VietJet ຂະຫຍາຍເຄືອຂ່າຍການບິນທົ່ວໂລກດ້ວຍ 4 ເສັ້ນທາງໃໝ່ ໄປທີ່ ປັກ​ກິ່ງ​ ແລະ​ ກວາງ​ໂຈ່​ວ

(ນະຄອນຫຼວງວຽງຈັນ, 3 ເມສາ 2025) – VietJet ໄດ້​ເປີດ​ບໍລິການ​ຖ້ຽວບິນ​ໃໝ່ຢ່າງຕໍ່ເນື່ອງ 4 ​ແຫ່ງ​ທີ່​ເຊື່ອມ​ຕໍ່​ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ​ຂອງ​ຫວຽດນາມ ​ໄປ​ປັກ​ກິ່ງ ​ແລະ ກວາງ​ໂຈ່​ວ ປະເທດຈີນ. ເສັ້ນ​ທາງ​ເຫຼົ່າ​ນີ້​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ການ​ສືບ​ຕໍ່​ຂະຫຍາຍ​ສາຍ​ການບິນ​ຂອງ VietJet ​ໃນ​ປີ 2025, ​ເຊິ່ງລວມທັງ​ເສັ້ນທາງ​ການບິນ​ໃໝ່​ອື່ນໆ​ໄປ​ຍັງ​ອິນ​ເດຍ, ຍີ່ປຸ່ນ, ສິງກະ​ໂປ ທີ່ໄດ້​ເນັ້ນ​ໜັກ​ເຖິງ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ຂອງ​ສາຍ​ການບິນ ​ແລະ ຄວາມ​ໝັ້ນ​ໝາຍ​ໃນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ສາກົນ.

Vietjet Air ​ເພີ່ມ​ກຳລັງ​ເຮືອ​ບິນ​ ໃນ​ລະຫວ່າງ​ທີ່​ຄວາມ​ຕ້ອງການ​ເດີນທາງ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ເທດສະການກຸດ​ຈີນ

(ນະຄອນຫຼວງວຽງຈັນ, ວັນທີ 06 ກຸມພາ 2024) ສາຍການບິນ ຫວຽດເຈັດ ໄດ້​ຮັບ​ເຮືອບິນ​ເພີ່ມ​ອີກຈຳນວນ 2 ລຳ ພາຍ​ໃຕ້​ການ​ຈັດ​ສັນ​ໃຫ້​ເຊົ່າ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເດີນທາງ​ໃນ​ໄລຍະ​ເທດສະການກຸດ​ຈີນ, ​ເຊິ່ງແມ່ນ​ໜຶ່ງ​ໃນ​ວັນ​ພັກຜ່ອນ​ປະຈຳ​ປີ​ທີ່​ຍາວ​ທີ່​ສຸດ​ໃນ​ອາຊີ. ການ​ເຄື່ອນ​ໄຫວ​ຄັ້ງ​ສຸດທ້າຍ​ໄດ້​ເຮັດ​ໃຫ້​ເຮືອ​ບິນ​ທີ່ເຊົ່າ​​ຂອງ​ສາຍ​ການ​ບິນ​ມີເພີ່ມອີກ 6 ລຳ ​ຈາກ​ເຮືອ​ບິນໃນ​ປັດຈຸ​ບັນທີ່ມີທັງໝົດ 105 ລຳ​, ທີ່ໄດ້ໃຫ້ບໍລິການ 125 ເສັ້ນ​ທາງ​ໃນ​ຫວຽດນາມ ​ແລະ ຕ່າງປະເທດ.

ໄປທ່ຽວຈີນໄດ້ງ່າຍໆ ກັບ Vietjet: ບິນໄປ Chengdu, Shanghai ກັບ Vietjet ຜ່ານນະຄອນໂຮ່ຈີມິນ, ຄ່າໂດຍສານຖືກທີ່ສຸດພຽງ 0 USD ສໍາລັບເສັ້ນທາງ ໂຮ່ຈີມິນ-ເສີງຕູ່ ສາມາດຈອງໄດ້ແລ້ວ.

(ນະຄອນຫຼວງວຽງຈັນ, 31 ມັງກອນ 2024) - ເພື່ອເປັນການຕ້ອນຮັບເທດສະການກຸດຈີນ ແລະ ມອບທາງເລືອກໃຫ້ລູກຄ້າໃນລາວ ທີ່ມີແຜນຈະມາຢ້ຽມຢາມ ສປ ຈີນ ໃນໂອກາດພິເສດນີ້, Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນລະຫວ່າງ ຫວຽດນາມ ແລະ ຈີນ...

ສາຍການບິນຫວຽດເຈັດ ປະກາດເປີດຖ້ຽວບິນກົງ ເຊື່ອມຕໍ່ວຽງຈັນ-ໂຮ່ຈີມິນ, ສ້າງຕັ້ງສາຍພົວພັນຮ່ວມມືຮອບດ້ານກັບລັດວິສາຫະກິດການບິນລາວ

ໃນວັນທີ 4 ທັນວາ 2023 ຢູ່ທີ່ ນະຄອນຫຼວງ ວຽງຈັນ, ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ, ເປັນຂີດໝາຍອັນສຳຄັນບໍ່ພຽງແຕ່ໃຫ້ສອງສາຍການບິນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະ ລາວ.