Tuesday, December 9, 2025
Kbank Laos โอน รับ จ่าย

ສາຍການບິນຫວຽດເຈັດ ປະກາດເປີດຖ້ຽວບິນກົງ ເຊື່ອມຕໍ່ວຽງຈັນ-ໂຮ່ຈີມິນ, ສ້າງຕັ້ງສາຍພົວພັນຮ່ວມມືຮອບດ້ານກັບລັດວິສາຫະກິດການບິນລາວ

ໃນວັນທີ 4 ທັນວາ 2023 ຢູ່ທີ່ ນະຄອນຫຼວງ ວຽງຈັນ, ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ, ເປັນຂີດໝາຍອັນສຳຄັນບໍ່ພຽງແຕ່ໃຫ້ສອງສາຍການບິນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະ ລາວ. ພ້ອມດຽວກັນນັ້ນ, ຫວຽດເຈັດຍັງໄດ້ປະກາດ ເປີດຖ້ຽວບິນໄໝ່ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ ຂອງຫວຽດນາມ, ເພີ່ມທະວີ ການເຊື່ອມຕໍ່ ແລະ ມອບທາງເລືອກໃນການເດີນທາງ ໃຫ້ແກ່ນັກທ່ອງທ່ຽວຂອງທັງສອງປະເທດ ແລະ ພາກພື້ນອາຊີ.

ໂດຍພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຈາກ ສະຫາຍ ເວືອງ ດິງ ເຫວະ (VUONG Dinh Hue), ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ. ຕາງໜ້າ ລັດຖະບານ ສ ປ ປ ລາວ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ, ເລຂາທິການ ສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະ ອຳນາດການປົກຄອງ ລະຫວ່າງສອງປະເທດເຂົ້າຮ່ວມ.

ພາຍໃຕ້ການຮ່ວມມືດັ່ງກ່າວ, ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ, ເຊິ່ງເປັນສາຍການບິນແຫ່ງຊາດ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານໃນການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ. ທັງສອງສາຍການບິນ ຍັງຈະສືບຕໍ່ ເປີດກວ້າງການຮ່ວມມືໃນຂົງເຂດເຕັກນິກ, ການ ບຳລຸງຮັກສາ ແລະ ສ້ອມແປງເຮືອບິນ, ການຝຶກອົບຮົມພະນັກງານ ການບິນ, ແລະ ອື່ນໆ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການເດີນທາງທີ່ເພີ່ມຂຶ້ນ, ຫວຽດເຈັດ ຈະເປີດໃຫ້ບໍລິການຖ້ຽວບິນກົງ ວຽງຈັນ – ໂຮ່ຈິມິນ ຕັ້ງແຕ່ ເດືອນ ກຸມພາ 2024 ເປັນຕົ້ນໄປ, ເຮັດໃຫ້ເປັນສາຍການບິນກົງເສັ້ນດຽວ ລະຫວ່າງ ສອງທ້ອງຖິ່ນ. ໂດຍເສັ້ນທາງໃໝ່ນີ້ຄາດວ່າຈະດຳເນີນຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ແລະ ໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວ.

ຖ້ຽວບິນໃໝ່ນີ້ ຄາດວ່າຈະຊ່ວຍຊຸກຍູ້ການຄ້າ, ການທ່ອງທ່ຽວ, ແລກປ່ຽນວັດທະນະທຳລະຫວ່າງສອງປະເທດ,       ສ້າງໝາກຜົນໃນການພົວພັນຮ່ວມມືອັນຍາວນານລະຫວ່າງ ຫວຽດນາມ ແລະ ລາວ. ບໍ່ພຽງແຕ່ເຊື່ອມຕໍ່ນະຄອນ ໂຮ່ຈີມິນ ຫາ ນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນຕ່າງໆໃນລາວເທົ່ານັ້ນ ແຕ່ຍັງຂະຫຍາຍຕາໜ່າງການບິນທີ່ກວ້າງຂວາງຂອງ ຫວຽດເຈັດ ທີ່ກວມເອົາຫວຽດນາມ, ອົດສະຕຣາລີ, ຈີນ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ຍີ່ປຸ່ນ, ຮົງກົງ (ຈີນ), ໄຕ້ຫວັນ (ຈີນ), ເກົາຫຼີໃຕ້, ອິນເດຍ, ຄາຊັກສະຖານ, ແລະ ອື່ນໆ.

ກ່ຽວກັບຫວຽດເຈັດ

ສາຍການບິນຫວຽດເຈັດຍຸກໃໝ່ ບໍ່ພຽງແຕ່ໄດ້ປະຕິວັດອຸດສາຫະກຳການບິນ ຢູ່ຫວຽດນາມເທົ່ານັ້ນ, ຫາກຍັງເປັນສາຍ ການບິນບຸກເບີກ ໃນທົ່ວພາກພື້ນ ແລະ ໃນທົ່ວໂລກ. ໂດຍເນັ້ນໃສ່ຄວາມສາມາດໃນການຄຸ້ມຄອງຄ່າໃຊ້ຈ່າຍ, ການປະຕິບັດຢ່າງມີປະສິດທິພາບ, ການນຳໃຊ້ເຕັກໂນໂລຊີໃໝ່ລ່າສຸດເຂົ້າໃນທຸກກິດຈະກຳ ແລະ ກ້າວສູ່ຄວາມທັນສະໄໝ, Vietjet ມອບໂອກາດການບິນດ້ວຍການປະຢັດຕົ້ນທຶນ ແລະ ຄ່າໂດຍສານທີ່ຄ່ອງຕົວ ພ້ອມທັງການບໍລິການທີ່ຫຼາກຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

ຫວຽດເຈັດແມ່ນສະມາຊິກສົມບູນຂອງສະມາຄົມການຂົນສົ່ງທາງອາກາດສາກົນ (IATA) ດ້ວຍໃບຢັ້ງຢືນການກວດສອບຄວາມປອດໄພດ້ານການປະຕິບັດງານຂອງ IATA (IOSA). ໃນຖານະ ບໍລິສັດການບິນເອກະຊົນທີ່ໃຫຍ່ທີ່ສຸດ ຂອງ ຫວຽດນາມ, ສາຍການບິນໄດ້ຮັບການຈັດອັນດັບຄວາມປອດໄພສູງສຸດ 7ດາວ ໂດຍເວັບໄຊຄວາມປອດໄພ ແລະ ຜະລິດຕະພັນ airlineratings.com ແລະ ໄດ້ ຈັດ ອັນ ດັບ ໜຶ່ງ ໃນ 50 ສາຍການບິນ ທີ່ດີທີ່ສຸດໃນໂລກ ດ້ານຄວາມປະຢັດ ແລະ ການດຳເນີນງານ ຂອງ Airfinance Journal ໃນຫຼາຍປີຕິດຕໍ່ກັນ. ສາຍການບິນດັ່ງກ່າວຍັງໄດ້ຈັດວ່າເປັນຜູ້ໃຫ້ບໍລິການທີ່ມີລາຄາຖືກທີ່ດີທີ່ສຸດໂດຍອົງການຈັດຕັ້ງທີ່ມີຊື່ສຽງເຊັ່ນ: Skytrax, CAPA, Airline Ratings, ແລະອື່ນໆ.

ຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ www.vietjetair.com

ເບີຕິດຕໍ່ພະນັກງານຝ່າຍສື່:

Ms. Kieu Duong (Amy)

ອີເມວ: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

ມາຮູ້ຈັກ! ວັດຈອມເພັດ ສັນຕິສີຣິມຸງຄຸລວຸດທິວະຊີຣາຣາມ ເມືອງຈອມເພັດ ແຂວງຫຼວງພຣະບາງ

ກ່າວກັນວ່າສ້າງຂຶ້ນໃນ ປີ ຄສ 1888 ໃນຣາຊການຂອງເຈົ້າມະຫາຊີວິດ ມະຫິນທະເທພ ( ອຸ່ນຄຳ ) ຢູ່ຂ້າງນອກໃຕ້ອາຮາມ ( ສິມ ) ມີທາຕຸນ້ອຍລູກຫນຶ່ງ ທີ່ບັນຈຸອັດຖິທາຕຸ ຂອງມະເຫສີທອງດີ (ພັນລະຍາ)ຂອງເຈົ້າມະຫາຊີວິດສັກກະຣິນ ທີ່ສະຫວັນນະຄົດ ເມື່ອປີ ຄສ 1929 ວັດແຫ່ງນີ້ຕັ້ງຢູ່ຈອມພູນ້ອຍ ທີ່ຊື່ວ່າ ຈອມພູເພັດ ແລະເປັນວັດແຫ່ງໜຶ່ງໃນຫຼວງພຣະບາ

ຫຼວງພະບາງພາວເວີ ເປີດ “ຫິງຫ້ອຍ ສະຕູດິໂອ” ສູນຮຽນຮູ້ຫັດຖະກຳ ສົ່ງເສີມພັດທະນາທັກສະອາຊີບສູ່ຊຸມຊົນຫຼວງພະບາງ ສືບສານພູມປັນຍາທ້ອງຖິ່ນ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້ ແລະ ຕໍ່ຍອດສູ່ການປະກອບອາຊີບໃນອະນາຄົດ

ຢຸດເຮັດ! 5 ຂໍ້ນີ້ ທີ່ເຮັດໃຫ້ມືຖືເພໄວ ແລະ ຂໍ້ມູນຫາຍ! (ຫຼາຍຄົນຍັງເຂົ້າໃຈຜິດ)

ມືຖືເຄື່ອງແພງໆ ຢ່າປ່ອຍໃຫ້ເພໄວ້! ຖ້າໃຜຍັງເຮັດ 5 ຂໍ້ນີ້ຢູ່ ຮັບຮອງວ່າ ມືຖືທ່ານຈະເສື່ອມໄວ ແຖມຂໍ້ມູນສຳຄັນອາດຈະຫາຍໄດ້ງ່າຍໆ! ມາເບິ່ງວ່າທ່ານເຮັດຜິດຂໍ້ໃດແດ່?